(ສພຊ) – ລະຫວ່າງວັນທີ 26-28 ສິງຫາ 2026, ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປລາວ ນຳໂດຍທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານສະພາແຫ່ງຊາດ ໄດ້ເຂົ້າຮ່ວມກອງປະຊຸມປະທານລັດຖະສະພາສາກົນ ຄັ້ງທີ 2 ພາຍໃຕ້ຫົວຂໍ້: “ຄວາມສາມັກຄີ ເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ: ການເສີມສ້າງກົດໝາຍສາກົນ ແລະ ການແກ້ໄຂຂໍ້ຂັດແຍ້ງດ້ວຍສັນຕິວິທີ” ທີ່ນະຄອນຫຼວງພະນົມເປັນ, ລາຊະອານາຈັກກຳປູເຈຍ; ກອງປະຊຸມຄັ້ງນີ້ ຈັດຂຶ້ນພາຍໃຕ້ການເປັນເຈົ້າພາບຂອງລັດຖະສະພາກຳປູເຈຍ, ມີຄະນະຜູ້ແທນທີ່ນຳໂດຍປະທານ, ຮອງປະທານ ແລະ ສະມາຊິກລັດຖະສະພາ ຈາກ 25 ປະເທດ ແລະ ອົງການລັດຖະສະພາສາກົນ 5 ອົງການ, ລວມຫຼາຍກວ່າ 175 ທ່ານ ເຂົ້າຮ່ວມ.

ໃນການເຂົ້າຮ່ວມກອງປະຊຸມ, ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະຜູ້ແທນລາວ ໄດ້ກ່າວປາໄສຕໍ່ກອງປະຊຸມ ໂດຍຕີລາຄາສູງຕໍ່ຫົວຂໍ້ກອງປະຊຸມ “ຄວາມສາມັກຄີ ເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ: ການເສີມສ້າງກົດໝາຍສາກົນ ແລະ ການແກ້ໄຂຂໍ້ຂັດແຍ້ງດ້ວຍສັນຕິວິທີ” ເຊິ່ງມີຄວາມສຳຄັນ ແລະ ຈຳເປັນຫຼາຍ ໃນໄລຍະທີ່ໂລກພວມປະເຊີນກັບສິ່ງທ້າທາຍຫຼາຍຢ່າງ, ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຜົນກະທົບທີ່ໜັກໜ່ວງຈາກສົງຄາມທໍາລາຍ ເຊິ່ງ ສປປລາວ ເປັນປະເທດທີ່ຖືກຖິ້ມລະ ເບີດລູກຫວ່ານຫຼາຍກວ່າໝູ່ໃນໂລກ; ດັ່ງນັ້ນ, ຄຸນຄ່າຂອງສັນຕິພາບ, ຄວາມສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈກັນ ແລະ ການເສີມຂະຫຍາຍການຮ່ວມມື ເພື່ອພ້ອມກັນພັດທະນາ ໂດຍຖືເອົາປະຊາຊົນເປັນກົກ ຈຶ່ງເປັນສິ່ງສຳຄັນ ແລະ ໃນໄລຍະ 50 ປີຜ່ານມາ ລັດຖະບານລາວ ໄດ້ຢຶດໝັ້ນແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາ ຢ່າງສະເໝີຕົ້ນສະເໝີປາຍ ແລະ ມີການຮ່ວມມືກັບປະຊາຄົມໂລກ ໃນຄວາມພະຍາຍາມແກ້ໄຂຜົນກະທົບຂອງລະເບີດຕົກຄ້າງບໍ່ທັນແຕກຫຼາຍສິບລ້ານໜ່ວຍ ເຊິ່ງພວມສືບຕໍ່ດັບສູນຊີວິດຂອງປະຊາຊົນ ແລະ ເປັນອຸປະສັກຕໍ່ການພັດທະນາແບບຍືນຍົງຢູ່ ສປປລາວ ຈົນເຖິງປັດຈຸບັນ. ທ່ານຍັງໄດ້ເນັ້ນໜັກຕໍ່ກອງປະຊຸມ ເຖິງຄວາມໝາຍໝັ້ນຂອງ ສປປລາວ ໃນການຮ່ວມມືກັບປະຊາຊາດໃນໂລກ ແລະ ການດໍາເນີນການທູດລັດຖະສະພາ ເພື່ອສ້າງຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມສາມັກຄີ, ສ້າງສະພາບແວດລ້ອມເອື້ອອໍານວຍແກ່ສັນຕິພາບ, ການຮ່ວມມື, ການເຊື່ອມໂຍງເຊື່ອມຈອດໃນພາກພື້ນ ເພື່ອຫັນ ສປປລາວ ຈາກປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນຕ່າງໆ.

ພ້ອມດຽວກັນນັ້ນ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ຮ່ວມກັບຫົວໜ້າຄະນະຜູ້ແທນປະເທດອື່ນໆ ເຂົ້າຢ້ຽມຂ່ຳນັບສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາໂມນີ ພະມະຫາກະສັດ ແຫ່ງ ລາຊະອານາຈັກກຳປູເຈຍ, ຢ້ຽມຂ່ຳນັບສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຊ ຮຸນເຊັນ ປະທານສະພາສູງກຳປູເຈຍ ແລະ ຢ້ຽມຂ່ຳນັບສົມເດັດ ມະຫາບໍວອນ ທິພາດີ ຮຸນ ມາເນັດ ນາຍົກລັດຖະມົນຕີກຳປູເຈຍ.

ນອກຈາກນັ້ນ, ໃນລະຫວ່າງການເຂົ້າຮ່ວມກອງປະຊຸມ, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ຖືໂອກາດພົບປະສອງຝ່າຍກັບຄະນະຜູ້ແທນຈາກລັດຖະສະພາປະເທດເພື່ອນມິດຕ່າງໆ ເຊັ່ນ: ຮອງປະທານສະພາແຫ່ງຊາດຫວຽດນາມ, ປະທານສະພາແຫ່ງຊາດ ແລະ ປະທານກຳມາທິການການຕ່າງປະເທດ ສະພາແຫ່ງຊາດກຳປູເຈຍ, ປະທານສະພາແຫ່ງຊາດເນປານ ແລະ ພົບປະໂອ້ລົມກັບຜູ້ແທນປະເທດອື່ນໆຈຳນວນໜຶ່ງ ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃນຂອບອົງການນິຕິບັນຍັດໃນຕໍ່ໜ້າ.

ຕອນທ້າຍຂອງກອງປະຊຸມ ໄດ້ມີການຮັບຮອງເອົາຖະແຫຼງການພະນົມເປັນ ເຊິ່ງເປັນຜົນສຳເລັດຂອງກອງປະຊຸມ ໂດຍມີເນື້ອໃນທີ່ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນຮ່ວມກັນສົ່ງເສີມສັນຕິພາບ, ຄວາມຍຸຕິທຳ, ການເຄົາລົບເຊິ່ງກັນແລະກັນ, ການແກ້ໄຂຂໍ້ຂັດແຍ້ງໂດຍສັນຕິວິທີ, ການຮ່ວມມືແບບພະຫຸພາຄີ, ການພັດທະນາທີ່ຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ; ກອງປະຊຸມໄດ້ເຫັນດີເປັນເອກະພາບຮ່ວມກັນວ່າ ລັດຖະສະພາອິນໂດເນເຊຍ ຈະເປັນເຈົ້າພາບກອງປະຊຸມປະທານລັດຖະສະພາສາກົນ ຄັ້ງທີ 3 ໃນປີ 2027.

