(ສພຊ) – ຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພສີ ເຕັມເມລາດ ຮອງປະທານກຳມາທິການການຕ່າງປະເທດ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມປະຈຳປີຂອງເຈົ້າໜ້າທີ່ງົບປະມານລັດຖະສະພາອາຊີ ຄັ້ງທີ 4 ເຊິ່ງຈັດຂຶ້ນໂດຍອົງການຄຸ້ມຄອງພາກລັດ ແລະ ງົບປະມານ (OECD) ແລະ ຫ້ອງການງົບປະມານສະພາແຫ່ງຊາດ ສ.ເກົາຫຼີ (NABO) ໃນວັນທີ 15-17 ເມສາ 2026 ທີ່ນະຄອນຫຼວງເຊອຸນ, ສ.ເກົາຫຼີ ເຊິ່ງມີຜູ້ເຂົ້າຮ່ວມຈາກ 12 ພາກສ່ວນ, ໃນນີ້ມີ 4 ປະເທດສະມາຊິກລັດຖະສະພາອາຊຽນ ຄື: ລາຊະອານາຈັກກໍາປູເຈຍ, ສປປລາວ, ຟິລິບປິນ ແລະ ສສ.ຫວຽດນາມ.
ຈຸດປະສົງກອງປະຊຸມ ແມ່ນສຸມໃສ່ການສ້າງຄວາມເຂັ້ມແຂງໃນການວິເຄາະວິໄຈຄວາມອາດສາມາດຂອງລັດຖະສະພາອາຊີ ກ່ຽວກັບການສ້າງຄວາມເຂົ້າໃຈດ້ານການເງິນພາກລັດໃຫ້ບັນດາສະມາຊິກລັດຖະສະພາ ແລະ ອົງການຈັດຕັ້ງສາກົນ, ການປະເມີນເອກະລາດກ່ຽວກັບການຄາດຄະເນງົບປະມານ ແລະ ການນຳໃຊ້ AI ເຂົ້າໃນວຽກງານງົບປະມານ; ນອກຈາກກອງປະຊຸມດັ່ງກ່າວແລ້ວ, ຍັງມີກອງປະຊຸມພິເສດກ່ຽວກັບການປະເມີນຄ່າໃຊ້ຈ່າຍຕໍ່ສະພາບການປ່ຽນແປງດິນຟ້າອາກາດທີ່ຮຸນແຮງ ແລະ ຜົນກະທົບຕໍ່ຄວາມຍືນຍົງທາງດ້ານງົບປະມານໄລຍະຍາວ ແລະ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມກອງປະຊຸມຈາກບັນດາລັດຖະສະພາອາຊີ ແລະ ອົງການຈັດຕັ້ງສາກົນ ໄດ້ປຶກສາຫາລື ແລະ ແລກປ່ຽນກ່ຽວກັບໂອກາດ ແລະ ສິ່ງທ້າທາຍໃນການວິເຄາະດ້ານງົບປະມານຮ່ວມກັນ. ໃນລະຫວ່າງການແລກປ່ຽນຄຳຄິດເຫັນ ແລະ ບົດຮຽນ, ທ່ານ ໂພສີ ເຕັມເມລາດ ໄດ້ນຳສະເໜີກ່ຽວກັບພາລະບົດບາດຂອງສະພາແຫ່ງຊາດລາວ ໃນວຽກງານງົບປະມານແຫ່ງລັດ ແລະ ມີຄຳເຫັນແລກປ່ຽນຕໍ່ກອງປະຊຸມສຳມະນາໃນລັກສະນະສ້າງສັນ ແລະ ກົງໄປກົງມາ ໂດຍສະເພາະການແກ້ໄຂບັນຫາທີ່ພົບເຫັນໃນເວລາຕິດຕາມກວດກາ ແລະ ການແກ້ໄຂຜົນການກວດສອບ-ກວດກາດ້ານງົບປະມານ.
ກອງປະຊຸມຄັ້ງນີ້ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ແລະ ຈະມີການສືບຕໍ່ຈັດຂຶ້ນໃນແຕ່ລະປີຕາມລະບຽບການຂອງສະພາແຫ່ງຊາດ ສ.ເກົາຫຼີ.
ກອງປະຊຸມປະຈຳປີຂອງເຈົ້າໜ້າທີ່ງົບປະມານລັດຖະສະພາອາຊີ ຄັ້ງທີ 4
