(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນກັນຍາ 2026 ໄດ້ດໍາເນີນຂຶ້ນໃນລະຫວ່າງວັນທີ 21-22 ກັນຍາຜ່ານມາ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮັກສາການແທນປະທານຄະນະປະຈໍາສະພາແຫ່ງຊາດ; ມີບັນດາທ່ານຮອງປະທານ ແລະ ກຳມະການ ຄປຈສພຊ, ຮອງປະທານກໍາມາທິການ-ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາບັນຫາສຳຄັນພື້ນຖານຂອງຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຄົ້ນຄວ້າ ແລະ ພິຈາລະນາໜັງສືສະເໜີຂອງລັດຖະບານ ເປັນຕົ້ນ: ການສະເໜີພິຈາລະນາກ່ຽວກັບການລະດົມທຶນມາພັດທະນາປະເທດ; ພິຈາລະນາກ່ຽວກັບຜ່ອນຜັນການປະຕິບັດບາງມາດຕາຂອງກົດໝາຍວ່າດ້ວຍແຮ່ທາດ ທີ່ພົວພັນກັບໂຄງການສຳຫຼວດຖ່ານຫີນຢູ່ແຂວງຜົ້ງສາລີ; ພິຈາລະນາຜົນການເຈລະຈາສັນຍາເພື່ອຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ຫຼົບຫຼີກການເສຍອາກອນລາຍໄດ້ DTC ລະຫວ່າງ ສປປລາວ ກັບ ຮົງກົງ; ພິຈາລະນາການຜ່ອນຜັນການປະຕິບັດບາງມາດຕາຂອງກົດໝາຍວ່າດ້ວຍອາກອນຊົມໃຊ້ ສຳລັບນ້ຳມັນເຊື້ອໄຟ; ຮັບຟັງລາຍງານຜົນການກວດກາເນື້ອໃນຮອບດ້ານ 5 ຮ່າງກົດໝາຍສະບັບປັບປຸງ ທີ່ຈະນຳເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງ ສພຊ ຊຸດທີ X ຄື: ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ກົດໝາຍວ່າດ້ວຍລັດຖະບານ ແລະ ກົດໝາຍວ່າດ້ວຍການບິນພົນລະເຮືອນ.
ນອກນັ້ນ, ກອງປະຊຸມຍັງໄດ້ຮັບຟັງລາຍງານກ່ຽວກັບຄວາມພ້ອມການກະກຽມກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ແລະ ວຽກງານບຸກຄະລາກອນຈຳນວນໜຶ່ງຂອງ ສພຊ.
(ນາງ ອາລິນ ສຸພິມມະປະດິດ)

