ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ສະໄໝວິສາມັນປະຈຳເດືອນພຶດສະພາ

ພ.ພ. 22, 2026

(ສພຊ) – ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ສະໄໝວິສາມັນປະຈໍາເດືອນພຶດສະພາ 2026 ໄດ້ດໍາເນີນຂຶ້ນໃນວັນທີ 18 ພຶດສະພາຜ່ານມາ ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ, ມີບັນດາທ່ານຮອງປະທານ ແລະ ກຳມະການໃນຄະນະປະຈໍາສະພາແຫ່ງຊາດ, ລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ, ຮອງປະທານກໍາມາທິການພາຍໃນສະພາແຫ່ງຊາດ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາບັນຫາສຳຄັນພື້ນຖານຂອງປະເທດຊາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຄະນະປະຈຳສະພາແຫ່ງຊາດ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເປັນຕົ້ນແມ່ນພິຈາລະນາໜັງສືສະເໜີຂອງລັດຖະບານ ເລກທີ 16/ລບ, ລົງວັນທີ 03/3/2026 ກ່ຽວກັບການໃຫ້ສັດຕະຍາບັນແກ່ສົນທິສັນຍາວ່າດ້ວຍການຫຼີກເວັ້ນການເກັບອາກອນຊ້ຳຊ້ອນ ແລະ ການສະກັດກັ້ນການຫຼົບຫຼີກອາກອນລາຍໄດ້ ລະຫວ່າງລັດຖະບານ ແຫ່ງ ສປປລາວ ກັບ ລັດຖະບານ ແຫ່ງ ລາຊະອານາຈັກກຳປູເຈຍ; ການຂໍທິດຊີ້ນຳກ່ຽວກັບການຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳມາທິການກົດໝາຍ ແລະ ຍຸຕິທຳ; ການສະເໜີສ້າງຕັ້ງຄະນະມິດຕະພາບລັດຖະສະພາລະຫວ່າງ ສະພາແຫ່ງຊາດລາວ ກັບ ລັດຖະສະພາຕ່າງປະເທດ ຂອງສະມາຊິກສະພາແຫ່ງຊາດ ຊຸດທີ X (2026-2030), ຄະນະສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ຂອງສະພາແຫ່ງຊາດລາວ; ແຜນການເຄື່ອນໄຫວວຽກງານຕ່າງປະເທດທີ່ເປັນຈຸດສຸມຂອງສະພາແຫ່ງຊາດ ໃນ 6 ເດືອນທ້າຍປີ 2026 ແລະ ລາຍງານຜົນສຳເລັດການເຂົ້າຮ່ວມກອງປະຊຸມ IPU ຄັ້ງທີ 152 ທີ່ປະເທດຕວັກກີ; ລາຍງານຜົນສຳເລັດແຜນການກະກຽມ ແລະ ດຳເນີນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X; ແລະ ບັນຫາສຳຄັນຈຳນວນໜຶ່ງ.
(ນາງ ອາລິນ ສຸພິມມະປະດິດ)