ກວດເຫັນຫຼາຍຂົງເຂດ ເຮັດໃຫ້ລັດເສຍຜົນປະໂຫຍດເປັນເງິນມະຫາສານ

ຕ.ລ. 9, 2026

(ສພຊ) – ວັນທີ 8 ຕຸລານີ້, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026, ບົດລາຍງານຜົນການກວດສອບປະຈໍາປີ 2026 ແລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2027 ຂອງອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເຊິ່ງທ່ານໃຫ້ຮູ້ວ່າ: ຜ່ານການຕິດຕາມ, ຊຸກຍູ້ ແລະ ກວດສອບຄືນການແກ້ໄຂຜົນການກວດສອບໃນປີ 2026 ມີຄວາມຄືບໜ້າດັ່ງນີ້:
ຂົງເຂດງົບປະມານແຫ່ງລັດ: ບັນຫາທີ່ຕ້ອງໄດ້ແກ້ໄຂລວມມີ ລາຍຮັບ-ລາຍຈ່າຍທີ່ກວດສອບເຫັນເພີ່ມ, ໜີ້ຕ້ອງຮັບສ່ວຍສາອາກອນ, ໜີ້ຕ້ອງຮັບຊັບສິນ, ຄ່າຊັບພະຍາກອນ, ເງິນປັນຜົນ, ເງິນຮັກສາໄວ້ໃນບັນຊີລໍຖ້າ ແລະ ບັນຫາອື່ນໆ 14,124.88 ຕື້ກີບ ແລະ 25.42 ລ້ານໂດລາ ໃນນັ້ນ: ແກ້ໄຂໄດ້ 5,577.68 ຕື້ກີບ ແລະ 3.75 ລ້ານໂດລາ ເທົ່າກັບ 38.57% ຂອງຈໍານວນທີ່ຕ້ອງແກ້ໄຂ, ຍັງຄ້າງ 8,547.19 ຕື້ກີບ ແລະ 21.67 ລ້ານໂດລາ; ເລັ່ງທວງເອົາເງິນຈາກໜີ້ຕ້ອງຮັບ ມອບເຂົ້າງົບປະມານແຫ່ງລັດ 3,417.84 ຕື້ກີບ ແລະ 3.70 ລ້ານໂດລາ, ເງິນຈ່າຍລ່ວງໜ້າໃນລະບົບຄັງເງິນ ແລະ ບັນຫາອື່ນໆ ດ້ວຍການຈົດຮັບ-ຈົດຈ່າຍ 2,159.84 ຕື້ກີບ; ຍັງບໍ່ໄດ້ຮັບການແກ້ໄຂ ມີທັງໝົດ 7 ມາດຕະການ ຕິດພັນກັບ 6 ກະຊວງ-ອົງການ, 2 ແຂວງ ແລະ ນະຄອນຫຼວງ.
ຂົງເຂດໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ: ບັນຫາທີ່ຕ້ອງໄດ້ແກ້ໄຂລວມມີ ການເກັບເງິນຄືນຈາກການຈ່າຍເງິນເກີນລະບຽບການ ແລະ ບໍ່ມີເອກະສານຢັ້ງຢືນ, ການມອບອາກອນມູນຄ່າເພີ່ມ, ອາກອນລາຍໄດ້, ການມອບເງິນຄືນຈາກການຈ່າຍຊໍ້າຊ້ອນ, ລາຍຮັບຈາກການຈົດທະບຽນເອກະສານ, ການສັງລວມມູນຄ່າຕົ້ນທຶນຊັບສົມບັດທີ່ເຂົ້າໃນບົດສະຫຼຸບບັນຊີ ແລະ ບັນຫາອື່ນໆ 81.26 ຕື້ກີບ ໃນນັ້ນ: ແກ້ໄຂໄດ້ 52.10 ຕື້ກີບ ເທົ່າກັບ 64.11% ຂອງຈໍານວນທີ່ຕ້ອງແກ້ໄຂ, ຍັງຄ້າງ 29.16 ຕື້ກີບ.
ຂົງເຂດວິສາຫະກິດ: ບັນຫາທີ່ຕ້ອງໄດ້ແກ້ໄຂລວມມີ ການມອບອາກອນກໍາໄລ, ອາກອນລາຍໄດ້, ອາກອນມູນຄ່າເພີ່ມ, ການເລັ່ງທວງໜີ້ຕ້ອງຮັບ, ການສະສາງໜີ້ຕ້ອງສົ່ງ, ການສັງລວມລາຍຮັບ, ມູນຄ່າຕົ້ນທຶນຊັບສົມບັດທີ່ເຂົ້າໃນເອກະສານລາຍງານການເງິນ 1,963.16 ຕື້ກີບ ໃນນັ້ນ: ແກ້ໄຂໄດ້ 1,760.60 ຕື້ກີບ ເທົ່າກັບ 89.68 % ຂອງຈໍານວນທີ່ຕ້ອງແກ້ໄຂ, ຍັງຄ້າງ 202.56 ຕື້ກີບ.
ຂົງເຂດທະນາຄານ: ບັນຫາທີ່ຕ້ອງໄດ້ແກ້ໄຂລວມມີ ການເກັບກູ້ເງິນທີ່ປ່ອຍເກີນ 25% ຂອງທຶນຊັ້ນໜຶ່ງ, ເງິນທີ່ໄດ້ຈ່າຍແທນບໍລິສັດຈາກການຄໍ້າປະກັນສັນຍາ, ການມອບອາກອນມູນຄ່າເພີ່ມ, ອາກອນກໍາໄລ, ການຕິດຕາມການປະຕິບັດເງື່ອນໄຂສັນຍາເງິນກູ້ຂອງທະນາຄານແຫ່ງ ສປປລາວ ແລະ ບັນຫາອື່ນໆ 14,345.52 ຕື້ກີບ ໃນນັ້ນ: ແກ້ໄຂໄດ້ 3,853.01 ຕື້ກີບ ເທົ່າກັບ 26.86% ຂອງຈໍານວນທີ່ຕ້ອງແກ້ໄຂ, ຍັງຄ້າງ 10,452.92 ຕື້ກີບ.
ໃນປີ 2026 ມີແຜນການກວດສອບ (ຂອງປີ 2025) 147 ເປົ້າໝາຍ, ປະຕິບັດສໍາເລັດ 105 ເປົ້າໝາຍ ເທົ່າກັບ 71.43% ເຊິ່ງມີລາຍລະອຽດຄື:
ຂົງເຂດງົບປະມານແຫ່ງລັດ:
+ ດ້ານລາຍຮັບງົບປະມານ:
– ກວດສອບເຫັນລາຍຮັບ ແລະ ໜີ້ຕ້ອງຮັບ 7,339.38 ຕື້ກີບ;
– ຄ້າງສະສາງ ແລະ ຈັດສັນເງິນໃນບັນຊີລໍຖ້າ 3,255.58 ຕື້ກີບ;
– ພົບເຫັນ 10 ແຂວງ ເກັບພັນທະອາກອນ ແລະ ຄ່າທໍານຽມບໍ່ຄົບຖ້ວນ ເຊິ່ງຕ້ອງໄດ້ເກັບເພີ່ມ 54.46 ຕື້ກີບ ແລະ 959,157.14 ໂດລາ;
– ການຄຸ້ມຄອງຄ່າບິນຜ່ານ 22.31 ລ້ານໂດລາ ແລະ ຊໍາລະຄ່າບິນຜ່ານບໍ່ຄົບຖ້ວນ 10,123.36 ໂດລາ;
– ກວດເຫັນ 223 ໂຄງການຂຸດຄົ້ນແຮ່ທາດ ເຊິ່ງຕ້ອງໄດ້ຄິດໄລ່ມອບພັນທະເພີ່ມ 1.77 ລ້ານໂດລາ ແລະ 3.77 ຕື້ກີບ;
– ກວດສອບເຫັນເຂື່ອນໄຟຟ້າຂັ້ນສູນກາງ ແລະ ທ້ອງຖິ່ນ 20 ເຂື່ອນ ຄ້າງມອບ ແລະ ມອບຄ່າພາກຫຼວງບໍ່ຄົບຖ້ວນ 20.35 ລ້ານໂດລາ ແລະ 5.81 ຕື້ກີບ, 5 ເຂື່ອນ ທີ່ດໍາເນີນການຜະລິດ ແລະ ຂາຍພະລັງງານໄຟຟ້າ ຮອດປີ 2025 ມີມູນຄ່າຈາກການຂາຍ 5,232.95 ຕື້ກີບ ຍັງບໍ່ໄດ້ເຊັນສັນຍາສໍາປະທານ ເຮັດໃຫ້ບໍ່ມີບ່ອນອີງໃນການຄິດໄລ່ເພື່ອເກັບຄ່າພາກຫຼວງ ແລະ ພັນທະອື່ນໆ ເຂົ້າງົບປະມານແຫ່ງລັດໄດ້ (ຍັງບໍ່ໄດ້ເກັບ), 2 ເຂື່ອນ (ຂັ້ນທ້ອງຖິ່ນຄຸ້ມຄອງ) ທີ່ດໍາເນີນການຜະລິດ ແລະ ຂາຍພະລັງງານໄຟຟ້າ ແຕ່ປີ 2021-2025 ຈໍານວນ 66.84 ລ້ານໂດລາ ຂັ້ນແຂວງເຊັນສັນຍາຍົກເວັ້ນການຈັດເກັບຄ່າພາກຫຼວງ ເຮັດໃຫ້ລັດຖະບານເສຍຜົນປະໂຫຍດ 3.34 ລ້ານໂດລາ, 9 ເຂື່ອນ ຄ້າງມອບຄ່າເຊົ່າ ແລະ ສໍາປະທານທີ່ດິນຈາກເຂື່ອນໄຟຟ້າ 192,075 ໂດລາ;
– ການຈັດເກັບລາຍຮັບຈາກກິດຈະການໂທລະຄົມບໍ່ຄົບຖ້ວນ 7.19 ຕື້ກີບ.
​+ ດ້ານລາຍຈ່າຍງົບປະມານ: ກວດສອບເຫັນລາຍຈ່າຍນອກແຜນງົບປະມານແຫ່ງລັດເຂົ້າໃນວຽກງານບໍລິຫານປົກກະຕິ 78.26 ຕື້ກີບ, ການນໍາໃຊ້ເງິນເກີນແຜນປີ 2024 ບໍ່ຖືກເປົ້າໝາຍ ແລະ ບໍ່ຖືກຕາມເງື່ອນໄຂການຊໍາລະ 12.97 ຕື້ກີບ, 4 ໂຄງການລົງທຶນຂອງລັດ ມີໜ້າວຽກບໍ່ໄດ້ຈັດຕັ້ງປະຕິບັດ ແລະ ຄິດໄລ່ບໍລິມາດໜ້າວຽກເກີນຕົວຈິງ 3.60 ຕື້ກີບ, 1 ໂຄງການ ມູນຄ່າການກໍ່ສ້າງ 153.42 ຕື້ກີບ ເຊິ່ງສູງກວ່າລາຄາກາງ 57.82 ຕື້ກີບ.
ຂົງເຂດໂຄງການເງິນກູ້ຢຶມ ແລະ ຊ່ວຍເຫຼືອລ້າ: ກວດສອບເຫັນ 3 ໂຄງການ ຈັດຊື້ ແລະ ເບີກຈ່າຍເງິນບໍ່ສອດຄ່ອງກັບລະບຽບການ 1.37 ຕື້ກີບ, 3 ໂຄງການ ມອບອາກອນມູນຄ່າເພີ່ມ ແລະ ອາກອນກໍາໄລບໍ່ຄົບຖ້ວນ 3 ຕື້ກີບ ແລະ 4 ໂຄງການ ຈ່າຍເງິນເກີນໜ້າວຽກທີ່ບໍ່ໄດ້ປະຕິບັດ ແລະ ປະຕິບັດບໍ່ຄົບຖ້ວນ, ໂຄງການຊັກຊ້າ, ບໍ່ໄດ້ນໍາສັນຍາຮັບເໝົາກໍ່ສ້າງ ແລະ ສັນຍາວ່າຈ້າງທີ່ປຶກສາ ໄປຈົດທະບຽນເອກະສານ ເຊິ່ງຕ້ອງໄດ້ປັບໃໝ ແລະ ເກັບກູ້ຄືນເງິນເຂົ້າງົບປະມານແຫ່ງລັດ 153.90 ລ້ານກີບ.
ຂົງເຂດວິສາຫະກິດ: ກວດສອບເຫັນ 8 ວິສາຫະກິດ ມອບອາກອນລາຍໄດ້, ອາກອນມູນຄ່າເພີ່ມ, ອາກອນກໍາໄລ, ເງິນປັນຜົນຈາກກໍາໄລສຸດທິ ແລະ ຄ່າປັບໃໝ ບໍ່ຄົບຖ້ວນ 13.88 ຕື້ກີບ; ວິສາຫະກິດຮ່ວມທຶນລະຫວ່າງລັດ-ເອກະຊົນ ໄດ້ກູ້ຢືມເງິນຈາກບໍລິສັດເອກະຊົນ, ບຸກຄົນ 38.22 ຕື້ກີບ ໄປປ່ອຍກູ້ຕໍ່ 10.87 ຕື້ກີບ ແລະ ນໍາໃຊ້ພາຍໃນ 27.35 ຕື້ກີບ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງການເງິນ ແລະ ບໍ່ສອດຄ່ອງກັບໃບອະນຸຍາດດໍາເນີນທຸລະກິດ.
ຂົງເຂດທະນາຄານ: ກວດສອບເຫັນ 2 ທະນາຄານ ມອບອາກອນກໍາໄລບໍ່ຄົບຖ້ວນ 5.24 ຕື້ກີບ; 1 ທະນາຄານ ມອບອາກອນລາຍໄດ້ ແລະ ອາກອນມູນຄ່າເພີ່ມບໍ່ຄົບຖ້ວນ 1.04 ຕື້ກີບ; 2 ທະນາຄານ ບໍ່ເຂັ້ມງວດໃນການປ່ອຍສິນເຊື່ອ, ມີການອະນຸມັດເງິນກູ້ 25 ສັນຍາ ເກີນ 25% ຂອງທຶນຊັ້ນໜຶ່ງ ມູນຄ່າ 8,446.18 ຕື້ກີບ.