(ສພຊ) – ວັນທີ 17 ພະຈິກ 2026, ທ່ານ ໄຊປັນຍາ ພົມວິຫານ ຮອງປະທານຄະນະສະມາຊິກສະພາແຫ່ງຊາດໜຸ່ມຂອງສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມປຶກສາຫາລືໂຕະມົນຂອງສະມາຊິກສະພາແຫ່ງຊາດໜຸ່ມ ຄັ້ງທີ 2 ຂອງໄອປາ (YPA) ພາຍໃຕ້ຫົວຂໍ້ “ຊາວໜຸ່ມເພື່ອການດໍາເນີນງານທາງດ້ານດິນຟ້າອາກາດ: ການເຊື່ອມສານສິດທິ ແລະ ຜົນປະໂຫຍດຂອງເດັກນ້ອຍ ແລະ ຊາວໜຸ່ມ ເຂົ້າໃນນະໂຍບາຍການຂ້າມຜ່ານໃນຂອບວຽກການປ່ຽນເເປງດິນຟ້າອາກາດ ແລະ ພະລັງງານ” ເຊິ່ງຈັດຂຶ້ນໃນລະຫວ່າງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ຄັ້ງທີ 47 ທີ່ນະຄອນຫຼວງມະນິລາ, ສາທາລະນະລັດ ຟີລິບປິນ ໂດຍມີບັນດາສະມາຊິກລັດຖະສະພາໜຸ່ມອາຍຸ 45 ປີລົງມາ ຈາກບັນດາປະເທດສະມາຊິກໄອປາ, ລັດຖະສະພາຜູ້ສັງເກດການ ພ້ອມດ້ວຍຊ່ຽວຊານ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງລະດັບພາກພື້ນ ແລະ ສາກົນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອຍົກລະດັບຄວາມຮູ້ຄວາມເຂົ້າໃຈ ແລະ ເສີມສ້າງການມີສ່ວນຮ່ວມຂອງສະມາຊິກລັດຖະສະພາໜຸ່ມ ໃນການຊຸກຍູ້ການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການຂ້າມຜ່ານດ້ານພະລັງງານທີ່ທົ່ວເຖິງ ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດຂອງເດັກນ້ອຍ, ຊາວໜຸ່ມ ແລະ ຄົນຮຸ່ນຕໍ່ໄປ ໃນພາກພື້ນອາຊຽນ ແລະ ນອກພາກພື້ນ. ໃນວາລະກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຊົມການນຳສະເໜີບົດຜ່ານວິດີໂອ ແລະ ປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ຕາມ 3 ຫົວຂໍ້ທີ່ມີຄວາມເຊື່ອມໂຍງກັນ ຄື: 1. ຜົນກະທົບທີ່ແຕກຕ່າງກັນ ແລະ ຜົນກະທົບໃນໄລຍະຍາວ ຂອງການປ່ຽນແປງດິນຟ້າອາກາດຕໍ່ເດັກນ້ອຍ ແລະ ຊາວໜຸ່ມ; 2. ການຂ້າມຜ່ານທາງດ້ານພະລັງງານທີ່ທົ່ວເຖິງ ລວມທັງການສົ່ງເສີມພະລັງງານທົດແທນ, ທັກສະສີຂຽວ, ການເງິນດ້ານດິນຟ້າອາກາດ, ຕະຫຼາດກາກບອນ ແລະ ການຮັບມືກັບສິ່ງທ້າທາຍຈາກການຂະຫຍາຍຕົວຂອງປັນຍາປະດິດ (AI) ຕໍ່ຄວາມຕ້ອງການນຳໃຊ້ພະລັງງານ ແລະ ສິ່ງແວດລ້ອມ; 3. ຊ່ອງທາງ ແລະ ໂອກາດໃນການດຳເນີນງານຂອງລັດຖະສະພາຢ່າງເປັນຮູບປະທຳ ຜ່ານການສ້າງ ແລະ ປັບປຸງກົດໝາຍ, ການຈັດສັນງົບປະມານ, ການຕິດຕາມກວດກາ, ການເປັນຕົວແທນຂອງປະຊາຊົນ ແລະ ການຮ່ວມມືລະຫວ່າງລັດຖະສະພາ.
ກອງປະຊຸມໄດ້ຮັບຟັງການລາຍງານຂອງຫົວໜ້າຄະນະຈາກບັນດາປະເທດສະມາຊິກ AIPA, ຜູ້ຕາງໜ້າຈາກບັນດາປະເທດສັງເກດການຈໍານວນໜຶ່ງ, ອົງການ UNICEF Philippines, ສະຖາບັນສະພາບດິນຟ້າອາກາດ ແລະ ຕົວເມືອງທີ່ຍືນຍົງ (ICSC), ເວທີປຶກສາຫາລືລັດຖະສະພາພາກພື້ນອາຊີໃຕ້ ດ້ານສະພາບອາກາດ, ພະລັງງານ ແລະ ສິ່ງແວດລ້ອມ (SARPF).
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ໄຊປັນຍາ ພົມວິຫານ ພ້ອມດ້ວຍຄະນະ ຍັງໄດ້ແລກປ່ຽນບົດຮຽນກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານດ້ານສິ່ງແວດລ້ອມ, ພະລັງງານສະອາດ ແລະ ການສົ່ງເສີມບົດບາດຂອງຊາວໜຸ່ມ ຢູ່ ສປປລາວ ຮ່ວມກັບຄະນະຜູ້ແທນລັດຖະສະພາໜຸ່ມຈາກບັນດາປະເທດສະມາຊິກໄອປາ ແລະ ຄູ່ຮ່ວມພັດທະນາ ເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງລັດຖະສະພາໜຸ່ມໃນພາກພື້ນໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

