(ສພຊ) – ວັນທີ 20 ສິງຫາ 2026 ທີ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບເຄື່ອງບໍລິໂພກ ລວມມູນຄ່າ 140 ລ້ານກີບ ຈາກບໍລິສັດ ພີທີແອລ ໂຮນດິງ ຈຳກັດ ເພື່ອນຳໄປຊ່ວຍເຫຼືອປະຊາຊົນຢູ່ແຂວງເຊກອງ; ກ່າວມອບໂດຍທ່ານ ພັນປະກິດ ອ່ອນພັນດາລາ ຕາງໜ້າບໍລິສັດ ພີທີແອລ ໂຮນດິງ ຈຳກັດ, ຕາງໜ້າຮັບໂດຍທ່ານ ຕູ້ຊົ່ງ ບົວສີຕົ່ງສື ຫົວໜ້າກົມວຽກງານສະມາຊິກສະພາແຫ່ງຊາດ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ເຄື່ອງບໍລິໂພກດັ່ງກ່າວ ຈະໄດ້ຖືກນຳສົ່ງໄປເຖິງມືປະຊາຊົນຜູ້ທີ່ກຳລັງປະສົບຄວາມຫຍຸ້ງຍາກ ແລະ ຕ້ອງການຄວາມຊ່ວຍເຫຼືອຢູ່ແຂວງເຊກອງ ໃຫ້ທັນການ; ໃນໂອກາດນີ້, ຕາງໜ້າ ຫສຊ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ບໍລິສັດດັ່ງກ່າວ ທີ່ມີນ້ຳໃຈໂອບອ້ອມອາລີ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ ໃນການເຄື່ອນໄຫວຊ່ວຍເຫຼືອພີ່ນ້ອງປະຊາຊົນຮ່ວມກັບພາກລັດ.

