ສນສ ເປີດກອງປະຊຸມປະຈຳປີ 2021

ມ.ນ. 9, 2022

​     (ສພຊ) ໃນຕອນເຊົ້າວັນທີ 2 ມີນາ 2022 ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ (ສນສ) ໄດ້ເປີດກອງປະຊຸມປະຈຳປີ2021 ຂອງ ສນສ ໂດຍການເປັນປະທານຂອງທ່ານ ປອ. ຢ່າງກູ້ຢ່າງລືໄຊ ຫົວໜ້າ ສນສ, ເຂົ້າຮ່ວມມີທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ (ສພຊ) ທັງເປັນຜູ້ຊີ້ນຳສນສ; ມີຮອງຫົວໜ້າ ສນສ, ຮອງປະທານກຳມາທິການ ແລະສະ ມາຊິກສະພາແຫ່ງຊາດ (ສສຊ) ຈາກ 18 ເຂດເລືອກຕັ້ງ.

       ກອງປະຊຸມໄດ້ສະຫລຸບຕີລາຄາການເຄື່ອນໄຫວວຽກງານຂອງ ສນສ ປະຈຳປີ 2021; ຮັບຟັງການສະເໜີແຜນພັດທະນາວຽກງານຂອງ ສນສ ໄລຍະ 5 ປີ (2021-2025); ຮັບຟັງບົດສະຫລຸບການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ຈາກນັ້ນ, ​ຜູ້ແທນກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນຄໍາເຫັນ ເພື່ອໃຫ້ເນື້ອໃນເລິກເຊິ່ງ, ກວ້າງຂວາງ ແລະ ສອດຄ່ອງກັບຄວາມຕ້ອງການໃນການພັດທະນາວຽກງານຂອງສະຖາບັນ ເຊິ່ງວຽກງານຄົ້ນ ຄວ້າຫົວຂໍ້ວິທະຍາສາດ, ຫົວຂໍ້ຫລັກສູດ, ທັກສະຕ່າງໆ ແລະ ການສະໜອງຂໍ້ມູນຂ່າວສານ ລ້ວນແຕ່ຮັບໃຊ້ໃຫ້ແກ່ການຈັດຕັ້ງ ແລະການເຄື່ອນໄຫວຂອງບັນດາກົງຈັກການຈັດຕັ້ງຂອງ ສພຊ ກໍຄືການປະຕິບັດ 3 ພາລະບົດບາດຂອງ ສພຊ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ມີປະສິດທິຜົນດີກວ່າເກົ່າ.

ໂອກາດດັ່ງກ່າວ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດ​ຂອງວຽກງານແຕ່​ລະ​ດ້ານທີ່ຍາດມາໄດ້ ໃນ​ປີ 2021 ຜ່ານມາ ເຊິ່ງ​ເຫັນ​ວ່າ ຄະ​ນະ​ສະ​ຖາ​ບັນໄດ້​ເອົາ​ໃຈ​ໃສ່​ນຳ​ພາຢ່າງ​ໃກ້​ສິດ​ຕໍ່ຄະ​ນະ​ສູນ ແລະ ພະ​ນັກ​ງານ–ລັດ​ຖະ​ກອນ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານຕາມ​ພາ​ລະ​ບົດ​ບາດ ​ແລະ ມີ​ຜົນ​ສຳ​ເລັດ​ໃນຫລາຍ​ດ້ານ ​ຕາມ​ທີ່​ໄດ້​ສະ​ແດງ​ອອກ​ໃນ​ບົດ​ສະຫລຸບ​ຕີ​ລາ​ຄາ​ການ​ເຄື່ອນ​ໄຫວ​ວຽກ​ງານ​ໃນ​ປີ​ຜ່ານ​ມາ ​ພ້ອມ​ທັງ​ໄດ້​ວາງ​ທິດ​ທາງ​ແຜນ​ການ ໃນ​ປີ2022 ໂດຍໄດ້​ກຳ​ນົດ​ແຜນ​ວຽກ​ຈຸດ​ສຸມ​ແຕ່​ລະ​ດ້ານ, ກຳ​ນົດ​ແຜນ​ງານ ແລະ ໂຄງ​ການ​ຕ່າງໆ ມີ​ຄວາມ​ຖືກ​ຕ້ອງ ແລະ ສອດ​ຄ່ອງ​ກັບ​ພາ​ລະ​ບົດ​ບາດ ແລະ ໜ້າ​ທີ່​ຂອງ​ສະ​ຖາ​ບັນ ​ເຊິ່ງ​ເປັນ​ຂີດ​ໝາຍໃໝ່​ໃນ​ການ​ພັດ​ທະ​ນາ​ວຽກ​ງານ​ຂອງ​ສະ​ຖາ​ບັນ​ໃຫ້​ເຕີບ​ໃຫຍ່ຂະ​ຫຍາຍ​ຕົວ​ເລື້ອຍໆ.

(ພາບ ແລະ ຂ່າວ: ນາງ ນິດຕາ ຄຸນປາກດີ)