ສ​ພ​ຊ ສະຫລຸບວຽກງານກໍ່ສ້າງພັກ-ພະນັກງານ ໃນໄລຍະ 5 ປີ ແລະ ເຜີຍແຜ່ບັນ​ດາ​ເອກ​ະ​ສານ​ສຳ​ຄັນ​ຕ່າງໆ

ມ.ນ. 5, 2022


      (ສພຊ) ກອງປະຊຸມສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງໃນໄລຍະ 5 ປີ 2016-2020 ແລະ ທິດທາງແຜນການ 5 ປີ 2021-2025 ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ໄດ້ຈັດຂຶ້ນໃນວັນທີ 3 ມີນາ 2022 ທີ່ສະພາແຫ່ງຊາດ (ສ​ພ​ຊ) ໂດຍການເປັນປະທານຂອງສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິ​ການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ ສ​ພ​ຊ, ຮອງປະທານສະພາແຫ່ງຊາດ; ມີບັນດາສະຫາຍຄະນະບໍລິຫານງານພັກ ສ​ພ​ຊ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ແລະ ສະມາຊິກພັກສຳບູນພາຍໃນ ສ​ພ​ຊເຂົ້າຮ່ວມຢ່າງພ້ອມພຽງ.

        ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫລຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ພາຍໃນ ສ​ພ​ຊ ໃນໄລຍະ 5 ປີຜ່ານມາ 2016-2020 ແລະ ທິດທາງແຜນການ 5 ປີ 2021-2025;  ແລະຮັບ​ຟັງ​ການເຜີຍແຜ່​ເອ​ກະ​ສານ​ສຳ​ຄັນ​ຕ່າງ​ໆ​ຄື: ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ IX; ມະຕິກອງປະຊຸມຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ວຽກງານພະນັກງານ ສະບັບເລກທີ 04/ຄບສພ, ລົງວັນທີ 30 ກັນຍາ 2021; ຜົນສຳເລັດກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI ແລະ ເນື້ອໃນບົດໂອ້ລົມຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI. ພ້ອມ​ກັນ​ນັ້ນ, ກອງ​ປະ​ຊຸມ​ຍັງ​ໄດ້​ຮັບ​ຟັງແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ເລກທີ 33/ຄຈສພ, ລົງວັນທີ 18 ກຸມພາ 2012 ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງຮັບໜ້າທີ່ໃໝ່; ມະຕິຂອງຄະນະປະຈໍາສະພາແຫ່ງຊາດວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງຮັບໜ້າທີ່ໃໝ່ຢູ່ພາຍໃນ ສ​ພ​ຊ; ຂໍ້​ຕົ​ກ​ລົງ​ຂອງ​ຄະ​ນະ​ບ​ໍ​ລິ​ຫານ​ງານ​ພັກ ສ​ພ​ຊ ວ່າ​ດ້ວຍ​ການ​ຮັບ​ຮອງ​ອອກ​ບັດ​ສະ​ມາ​ຊິກ​ພັກ ໃຫ​້​ບັນ​ດາ​ສະ​ມາ​ຊິ​ກ​ພັກ​ສົມ​ບູນ ທັງມອບ-ຮັບມະຕິຂອງຄະນະປະຈໍາ ສ​ພ​ຊ ວ່າດ້ວຍການຮັບຮອງເອົາການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່; ຈາກນັ້ນ, ໄດ້ມອ​ບ​-ຮັບ​ບັດ​ສະ​ມາ​ຊິກ​ພັກ ໃຫ້​ສະ​ມາ​ຊິ​ກ​ພັກ​ສົມ​ບູນ ຈຳ​ນວນ 39 ສະ​ຫາຍ.

ໂອ​ກາດ​ດຽວ​ກັນ​ນ​ີ້, ສະ​ຫາຍ ປອ. ນາງ ສູນທອນ ໄຊຍະຈັກ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ​ຕໍ່​ກອງ​ປະ​ຊຸມ ເຊິ່ງ​ສະ​ຫາຍ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ​ຕໍ່​ຜົນ​ງານ​ການ​ຈັດ​ຕັ້ງຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ພາຍໃນ ສ​ພ​ຊ ໃນໄລຍະ 5 ປີຜ່ານມາ, ສະ​ແດງ​ຄວາມ​ຊົມ​ເຊີຍ​ທັງ 39 ສະ​ຫາຍ ທີ່​ໄດ້​ຮັບ​ບັດສະ​ມາ​ຊິກ​ພັກ​ສົມ​ບູນ ແລະ ​ຮຽກ​ຮ້ອງ​ໃຫ້​ທຸກ​ພາກ​ສ່ວນ​ເອົາ​ໃຈ​ໃສ່​ມີ​ສ່ວນ​ຮ່ວມ​ໃນ​ການ​ແກ້​ໄຂ​ຂ​ໍ້​ຄົງ​ຄ້າງ​ທີ່​ຍັງ​ບໍ່​ທັນ​ປະ​ຕິ​ບັດ​ໄດ້ ແລະ ສະ​ຫາຍ​ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ຄະ​ນະ​ພັກ​ທຸກ​ຂັ້​ນ ຈົ່ງ​ຫັ​ນ​ເອົາ​​ບັນ​ດາມະ​ຕິ​ຂອງ​ຂັ້ນ​ເທິງ​​ເປັນ​ແຜ​ນ​ງານ​ລະ​ອຽດ​ຂອງ​ຕົນ; ເອົາ​ໃຈ​ໃສ່​ສ້າງ​ພັກ​ປອດ​ໃສ​, ເຂັ້ມ​ແຂງ, ໜັກ​ແໜ້ນ ໃຫ້​ສາ​ມາດ​ສ້າງ​ໄດ້ໜ່ວຍ​ພັກພັກ​ປອດ​ໃສ​, ເຂັ້ມ​ແຂງ, ​ໜັກ​ແໜ້ນ ໃຫ້ຫລາຍ​ຍິ່ງ​ຂຶ້ນ​ກວ່າ​ເກົ່າ ທັງ​ເນັ້ນ​ໜັກ​ໃຫ​້​ສະ​ມາ​ຊິ​ກ​ພັກ​ທຸກ​ສະ​ຫາຍ ເປັນ​ແບບ​ຢ່າງ​ນຳ​ໜ້າ​ທາງ​ການ​ເມືອງ–ແນວ​ຄິດ, ແບບ​ແຜນ​ການ​ນຳ​ພາ, ວິ​ທີ​ເຮັດ​ວຽກ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ ແລະ ອື່ນໆ.

(ພາບ ແລະ ຂ່າວ: ປາ​ກາ​ລັກ ພົມ​ມີ​ໄຊ)