ຄະນະປະຈຳ ສະພາປະຊາຊົນແຂວງ ລົງມອບເຄື່ອງໃຫ້ແກ່ປະຊາຊົນ ເມືອງ ພີນ ແຂວງສະຫວັນນະເຂດ

ມ.ຖ. 4, 2022

ໃນຕອນເຊົ້າຂອງວັນທີ 03 ມີນາ 2022 ນີ້ ທີ່ຫ້ອງການບ້ານ ສີບຸນເຮືອງ ເມືອງ ພີນ ແຂວງສະຫວັນນະເຂດ ໄດ້ມີພິທີມອບເຄື່ອງກະຈາຍສຽງ(ປາກເລີ້), ລໍ້ຊ່ວຍຄົນພິການ, ຊຸດຄອມພີວເຕີ ແລະ ເຄື່ອງນຸ່ງຮຸ່ມ, ເຊິ່ງມອບໂດຍທ່ານ ທ່ານ ສະແຫວງ ນັນທະວົງ, ຄະນະປະຈໍາສະພາປະຊາຊົນແຂວງ, ປະທານຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ, ທັງເປັນສະມາຊິກສະພາແຫ່ງຊາດ  ປະຈໍາເຂດເລືອກຕັ້ງທີ 13; ໂດຍການຕ້ອນຮັບຈາກທ່ານ ສາລີ ວິນລາວັນ ກໍາມະການພັກເມືອງ ເຈົ້າເມືອງໆ ພີນ ເຂົ້າຮ່ວມມີທ່ານ ຮອງເຈົ້າເມືອງ, ບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ພີນ, ອໍານາດການປົກຄອງບ້ານ ສີບຸນເຮືອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

ເຊິ່ງອຸປະກອນທີ່ນໍາໄປມອບໃນຄັ້ງນີ້ແມ່ນໄດ້ຮັບການອຸປະຖໍາຈາກພາກສ່ວນດັ່ງນີ້: ທ່ານ ບຸນລ້ວນ ລີໄຊຍະລາດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ, ທ່ານ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມຄະນະ, ທ່ານ ປອ ສຸລາພອນ ອິນທະວົງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 13 ຮອງຫົວໜ້າກົມປູກຝັງ ກະຊວງກະສິກໍາ ພ້ອມຄອບຄົວ ແລະ ບັນດາພະນັກງານ-ລັດຖະກອນ ພາຍໃນຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ ສະພາປະຊາຊົນແຂວງ, ເຊິ່ງອຸປະກອນທີ່ນໍາໄປມອບປະກອບມີ: ເຄື່ອງກະຈາຍສຽງ(ປາກເລີ້)ຈໍານວນ 02 ປາກ, ລໍ້ຊ່ວຍຄົນພິການ 01 ອັນ, ຄອມພີວເຕີ 01 ຊຸດ ແລະ ເຄື່ອງນຸ່ງຮຸ່ມ 18 ແກັດ, ລວມເປັນມູນຄ່າທັງໝົດ 10,500,000 ກີບ.

ອຸປະກອນທີ່ນໍາໄປມອບໃນຄັ້ງນີ້ແມ່ນເພື່ອນຳໃຊ້ເຂົ້າໃນກະຈາຍສຽງ, ເຜີຍແຜ່ບັນດາຂໍ້ມູນ, ທາງດ້ານກົດໝາຍ, ນິຕິກຳໄຕ້ກົດໝາຍ, ແຈ້ງການຕ່າງໆຂອງແຂວງ, ເມືອງທີ່ປະກາດໃຊ້ເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້, ເຂົ້າໃຈກົດໝາຍ, ລະບຽບການທີ່ຂັ້ນເທິງວາງອອກ ແລະ ພ້ອມພຽງກັນປະຕິບັດ, ນຳໃຊ້ອຸປະກອນຄອມພີວເຕີເຂົ້າໃນການຮຽນ-ການສອນ ໃຫ້ທັນກັບສະພາບການໃນສັງຄົມປະຈຸບັນ, ພ້ອມທັງຊ່ວຍເຫຼືອຄອບຄົວທີ່ບໍ່ສາມາດຊື້ອຸປະກອນໃຫ້ແກ່ຜູ້ເສຍອົງຄະ ແລະ ແຈກຢາຍເຄື່ອງນຸ່ງຮຸ່ມໃຫ້ແກ່ຜູ້ທີ່ຂາດເຂີນພາຍໃນເມືອງ.