ສ້າງຄວາມເຂັ້ມແຂງທາງດ້ານວຽກງານການເງິນໃຫ້ພະນັກງານພາຍໃນ ສພຊ

ກ.ພ. 12, 2022

(ສພຊ) ເພື່ອເປັນການສ້າງຄວາມເຂັ້ມແຂງທາງດ້ານວຽກງານການເງິນຂອງລັດ, ກົມການເງິນສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມເຝິກອົບຮົມສ້າງຄວາມເຂັ້ມແຂງດ້ານວຽກງານການເງິນຂອງລັດ ແລະ ງົບປະມານຊ່ວຍເຫຼືອລ້າຈາກອົງການຈັດຕັ້ງສາກົນ ໃຫ້ແກ່ພະນັກງານ–ລັດຖະກອນ ພາຍໃນ ສພຊ ໃນວັນທີ 12-13 ກຸມພາ 2022 ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ປິ່ງຄໍາ ລາຊະສິມມາ ເລຂາທິການສະພາແຫ່ງຊາດ, ມີທ່ານ ບຸນທັນ ບຸນວິໄລ ຮອງເລຂາທິການສະພາແຫ່ງຊາດ, ຜູ້ຊີ້ນຳກົມການເງິນ, ມີຫົວໜ້າ-ຮອງຫົວໜ້າກົມ, ຫົວຫນ້າ-ຮອງຫົວຫນ້າພະແນກ ແລະ ພະນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ: ບັນດາຫົວຂໍ້ທີ່ໄດ້ນຳມາສະເໜີໃນຄັ້ງນີ້ ແມ່ນມີຄວາມສໍາຄັນຫຼາຍ ເພາະຕິດພັນກັບການປະຕິບັດໜ້າທີ່ການເປັນເສນາທິການໃນຄົ້ນຄວ້າ, ສ້າງແຜນການນຳໃຊ້ງົບປະມານ​ຂອງ​ລັດ ​ແລະ ງົບປະມານ​ຊ່ວຍ​ເຫຼືອລ້າຈາກ​ອົງການ​ຈັດ​ຕັ້ງ​ສາກົນ ເຊິ່ງຕິດພັນກັບການຂຶ້ນແຜນວຽກ, ແຜນຄົນ ແລະ ແຜນເງິນ ໃນການເຄື່ອນໄຫວວຽກງານຕາມພາລະບົດບາດ, ການເຝິກອົບຮົມສຳມະນາຕ່າງໆ ໃຫ້ບັນດາກົງຈັກທີ່ຕົນສັງກັດຢູ່​ໃຫ້​ສອດຄ່ອງ​ກັບ​ລະບຽບ​ການ​ທີ່​ໄດ້​ກຳນົດ ທັງຈະເຮັດໃຫ້ບັນດາທ່ານນັກເຝິກອົບຮົມ ໄດ້ເຂົ້າໃຈເລິກເຊິ່ງກວ່າເກົ່າເຖິງຂັ້ນຕອນການປະຕິບັດ​ລະບຽບ​ຫຼັກການ​ກ່ຽວກັບ​ການ​ເງິນ ເພື່ອໃຫ້ນຳໄປຈັດຕັ້ງປະຕິບັດຢ່າງເປັນເອກະພາບ ທັງຮັບປະກັນການປະຕິບັດຕາມລະບຽບການຢ່າງເຂັ້ມງວດ; ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມ ຈົ່ງເອົາໃຈໃສ່ຕິດຕາມຮັບຟັງການສະເໜີບົດຮຽນຂອງວິທະຍາກອນ ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ວິເຄາະບັນຫາ, ປະກອບຄໍາເຫັນ ຖ້າມີອັນໃດບໍ່ເຂົ້າໃຈ ຫຼື ບໍ່ທັນຈະແຈ້ງກໍໃຫ້ຍົກຄຳຖາມ ແລະ ແລກປ່ຽນຄຳຄິດຄຳເຫັນ ເພື່ອເຮັດໃຫ້ກອງປະຊຸມເຝິກອົບຮົມຄັ້ງນີ້ ດໍາເນີນໄປດ້ວຍຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກໍານົດໄວ້.

ກອງປະຊຸມ, ບັນດາຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບຄຳ​ແນະນຳ​ວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ງົບປະມານ​ແຫ່ງ​ລັດ​ ປະຈໍາ​ປີ 2022; ການສ້າງແຜນງົບປະມານຮັບ​ໃຊ້​ການເຝິກອົບຮົມ, ສຳມະນາທີ່​ນຳ​ໃຊ້​ງົບປະມານ​ຂອງ​ລັດ; ການ​ປະກອບ​ເອກະສານ ​ເພື່ອ​ອອກ​ຄຳ​ສັ່ງຈ່າຍ​ເງິນສົດ​ຮັບ​ໃຊ້​ວຽກ​ງານ​ຂອງສພຊ; ຄວາມຮູ້ພື້ນຖານໃນການຄິດໄລ່ເງິນເດືອນ, ​ເງິນ​ອຸດ​ໜູນ ​ແລະ ​ເງິນ​ນະ​ໂຍບາຍ​ພະນັກງານ–ລັດຖະກອນ​ພາຍ​ໃນ​ ສພຊ; ຂັ້ນ​ຕອນ​ການ​ປະສານ​ງານ​ພາຍ​ໃນ​ ສພຊ ​ແລະ ການ​ປະສານ​ງານ​ກັບ​ຜູ້​ໃຫ້​ທຶນ​ຊ່ວຍ​ເຫຼືອລ້າ; ການ​ປະກອບ​ເອກະສານ, ການ​ສ້າງ​ແຜນ​ກິດຈະກຳ ​ແລະ ການ​ຂຽນ​ບົດ​ລາຍ​ງານ​ກອງ​ປະຊຸມ​ທີ່​ນຳ​ໃຊ້​ງົບປະມານ​ຊ່ວຍ​ເຫຼືອຈາກ​ອົງການ​ຈັດ​ຕັ້ງ​ສາກົນ; ແນະນຳ​ວິທີ​ການ ​ແລະລະບຽບ​ການ​ວ່າ​ດ້ວຍ​ການ​ເບີກ​ຈ່າຍ​ງົບປະມານ​ທີ່​ອົງການ​ຈັດ​ຕັ້ງ​ສາກົນ​ເປັນຜູ້​ຄຸ້ມ​ຄອງ​ງົບປະມານ​ດ້ວຍ​ກົງ; ການ​ສ້າງ​ແຜນ​ງົບປະມານ ​ແລະການ​ລາຍ​ງານ​ທີ່​ນຳ​ໃຊ້​ງົບປະມານ​ຂອງ​ອົງການ​ຈັດ​ຕັ້ງສາກົນ.

(ພາບ ແລະຂ່າວ: ກົງທະນູຄໍາ ພິພັດເສລີ)