ປະເມີນຜົນການປະຕິບັດນິຕິກຳທີ່ກ່ຽວຂ້ອງກັບວຽກງານຊົນເຜົ່າ ແລະ ຊື່ເອີ້ນຊົນເຜົ່າ

ພ.ພ. 23, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ເພື່ອສືບຕໍ່ປະເມີນຖອດຖອນບົດຮຽນການຈັດຕັ້ງປະຕິບັດບັນດານິຕິກໍາທີ່ກ່ຽວຂ້ອງກັບວຽກງານຊົນເຜົ່າ, ແຈ້ງການ ແລະ ຄໍາແນະນໍາຕ່າງໆ ຂອງກະຊວງ-ຂະແໜງການທີ່ກ່ຽວຂ້ອງ ໄດ້ຈັດຕັ້ງປະຕິບັດຜ່ານມາ ພ້ອມທັງທົບທວນຄືນຫຼັກການຂອງການຄົ້ນຄວ້າ ແລະ ຮັບຮອງຊື່ເອີ້ນຊົນເຜົ່າຕາມຫຼັກການຂອງຊົນເຜົ່າວິທະຍາ; ເພື່ອຮັບປະກັນໃຫ້ບັນດານິຕິກໍາທີ່ຮັບໃຊ້ໃຫ້ແກ່ວຽກງານດັ່ງກ່າວ ມີບ່ອນອີງທີ່ຊັດເຈນ, ສອດຄ່ອງ, ແທດເໝາະກັບສະພາບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ວັນທີ 22 ພຶດສະພານີ້ ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດນິຕິກໍາທີ່ກ່ຽວຂ້ອງກັບວຽກງານຊົນເຜົ່າ ແລະ ຊື່ເອີ້ນຊົນເຜົ່າໃນ ສປປລາວ ໂດຍການເປັນປະທານຂອງທ່ານ ຄໍາຈັນ ໂສຕາປະເສີດ ປະທານກໍາມາທິການບັນດາເຜົ່າ (ກບຜ); ເຂົ້າຮ່ວມມີຮອງລັດຖະມົນຕີກະຊວງພາຍໃນ, ຮອງປະທານສູນກາງແນວລາວສ້າງຊາດ, ຮອງປະທານສະຖາບັນວິທະຍາສາດເສດຖະກິດ-ສັງຄົມແຫ່ງຊາດ, ສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການຂອງ ກບຜ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະແນກ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນທີ່ກ່ຽວ ຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງຜົນການຕິດຕາມກວດກາການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ສະບັບເລກທີ 213/ສພຊ, ລົງວັນທີ 24/11/2008 ວ່າດ້ວຍການຮັບຮອງເອົາຊື່ເອີ້ນຊົນເຜົ່າ ແລະ ຈໍານວນຊົນເຜົ່າ (49 ຊົນເຜົ່າ) ແລະ ສະບັບເລກທີ 108/ສພຊ, ລົງວັນທີ 5/12/2018 ວ່າດ້ວຍການຮັບຮອງເອົາຊົນເຜົ່າບຣູ; ການຕີລາຄາຫາງສຽງສັງຄົມຕໍ່ການຈັດຕັ້ງປະຕິບັດບັດມະຕິຂອງສະພາແຫ່ງຊາດ ສະບັບເລກທີ 213/ສພຊ, ລົງວັນທີ 24/11/2008 ແລະ ສະບັບເລກທີ 108/ສພຊ, ລົງວັນທີ 5/12/2018 ແລະ ການເຜີຍແຜ່ນິຕິກໍາທີ່ກ່ຽວຂ້ອງກັບຊື່ເອີ້ນຊົນເຜົ່າ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງສູນກາງແນວລາວສ້າງຊາດ; ການປະເມີນຜົນການຈັດຕັ້ງປະຕິບັດດໍາລັດວ່າດ້ວຍວຽກງານຊົນເຜົ່າ ສະບັບເລກທີ 207/ລບ, ລົງວັນທີ 20/3/2020; ຫຼັກການ, ວິທີການ, ຂັ້ນຕອນການຄົ້ນຄວ້າພິຈາລະນາຮັບຮອງເອົາຊື່ເອີ້ນຊົນເຜົ່າ ຕາມຫຼັກຊົນເຜົ່າວິທະຍາໃນ ສປປລາວ. ຈາກນັ້ນ, ໄດ້ພ້ອມກັນແລກປ່ຽນບົດຮຽນ ແລະ ຄໍາຄິດຄໍາເຫັນຢ່າງມີຈຸດສຸມຕໍ່ເນື້ອໃນດັ່ງກ່າວ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ບັນລຸຜົນຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.
ທ່ານ ຄຳຈັນ ໂສຕາປະເສີດ ກ່າວວ່າ: ກອງປະຊຸມຄັ້ງນີ້ ສາມາດເປັນບົດຮຽນທີ່ດີ ແລະ ສ້າງໄດ້ຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານ, ຄວາມຮັບຜິດຊອບພາຍໃນກຳມາທິການບັນດາເຜົ່າ ຕື່ມໄປອີກກ້າວໜຶ່ງ ທັງຢືນຢັນວ່າຈະນໍາເອົາເນື້ອໃນຈິດໃຈຂອງກອງປະຊຸມ ໄປຜັນຂະຫຍາຍ ແລະ ປະຕິບັດຕົວຈິງໃຫ້ໄດ້ຮັບໝາກຜົນຫຼາຍຂຶ້ນ, ສາມາດຍາດໄດ້ຜົນງານ ແລະ ຜົນສຳເລັດຍິ່ງຂຶ້ນ; ເສີມຂະຫຍາຍຄວາມເປັນເຈົ້າການຄວາມກ້າຫານປະດິດສ້າງ ໃນການສ້າງການຫັນປ່ຽນໃໝ່ທາງດ້ານເນື້ອໃນ, ຮູບການ ແລະ ວິທີການນໍາພາ-ຊີ້ນໍາການໂຄສະນາເຜີຍແຜ່ເນື້ອໃນນິຕິກໍາກ່ຽວກັບການຈັດຕັ້ງປະຕິບັດຕົວຈິງໃນວຽກງານຊົນເຜົ່າ ແລະ ຊື່ເອີ້ນຊົນເຜົ່າໃນ ສປປລາວ ກາຍເປັນພຶດຕິກໍາໃນທົ່ວສັງຄົມ, ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນສູງກວ່າເກົ່າ, ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ກວ້າງຂວາງທົ່ວເຖິງ.