ເພື່ອຕິດຕາມກວດກາ, ຊຸກຍູ້ ແລະ ເກັບກໍາຂໍ້ມູນ ໃນການຈັດຕັ້ງປະຕິບັດ, ບັນດາກົດໝາຍ, ນິຕິກໍາໃຕ້ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ໂດຍສະເພາະ ສະພາບການຈັດຕັ້ງປະຕິບັດບັນດາຄາດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ ແລະ ເພື່ອລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ວັນທີ 19 ພຶດສະພາ 2025, ທ່ານ ດຣ ບຸນລ້ອມ ແກ້ວບົວໂຮມ ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ ພ້ອມຄະນະ ລົງເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍ ຢູ່ແຂວງອັດຕະປື, ເຊິ່ງໄດ້ຈັດກອງປະຊຸມຂື້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ເຂົ້າຮ່ວມມີທ່ານ ນາງ ພອນມະນີ ຂຽນໄຊຍະວົງ ຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ, ໄດ້ຮັບຟັງການລາຍງານຈາກພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນ: ຜົນສໍາເລັດ, ຂໍ້ສະດວກ, ຫຍຸ້ງຍາກ ແລະ ມາດຕະການທິດທາງແກ້ໄຂໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ຕິດພັນກັບຂົງເຂດວັດທະນະທໍາ-ສັງຄົມ ໂດຍສະເພາະ 16 ຄາດໝາຍ ໃນຂົງເຂດສຶກສາທິການ ແລະ ກິລາຕາມທີ່ກຳນົດໃນມະຕິ ກອງປະຊຸມສະພາປະຊາຊົນແຂວງ, ສະພາບການຮຽນ-ການສອນ ໃນສົກຮຽນ 2024-2025 ໃນທຸກຊັ້ນທຸກສາຍ, ຕິດຕາມ ແລະ ຊຸກຍູ້ ຕາມຄໍາຂວັນທີ່ວ່າ “ນໍາເອົານ້ອງກັບຄືນສູ່ໂຮງຮຽນ” ແລະ ອັດຕາການປະລະການຮຽນ, ນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາການຂາດແຄນຄູສອນ, ການຈັດຕັ້ງປະຕິບັດ 11 ຄາດໝາຍຂອງຂະແໜງການສາທາລະນະສຸກ, ນະໂຍບາຍ 5 ດີ 1 ພໍໃຈ, ການກຳນົດລາຄາການບໍລິການປິ່ນປົວຂອງສະຖານການບໍລິການ ປິ່ນປົວສຸຂະພາບພາກເອກະຊົນ, ການແກ້ໄຂບັນຫາເຄັ່ງຮ້ອນ ທີ່ເປັນປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະ ການນໍາໃຊ້ຢາສູບໄຟຟ້າ, ການບໍລິໂພກຄໍລາເຈັນທີ່ມີສານເສບຕິດ ແລະ ການຕິດເຊື້ອ HIV, ໂຄງການ ຫຼື ກິດຈະກໍາ ໃນການພັດທະນາສີມືແຮງງານຂອງປະຊາຊົນໃນແຂວງໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານທ້ອງຖິ່ນ, ການຮ່ວມມືກັບສະຖາບັນການສຶກສາ, ວິສາຫະກິດ, ແລະ ພາກສ່ວນອື່ນໆ, ກົນໄກການກວດກາ ແລະ ຕິດຕາມການປະຕິບັດກົດໝາຍແຮງງານ ໃນວິສາຫະກິດ ແລະ ສະຖານປະກອບການຕ່າງໆ, ສະຖິຕິກ່ຽວກັບການລະເມີດກົດໝາຍແຮງງານ, 7 ຄາດໝາຍ ໃນຂົງເຂດຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພ້ອມດ່ຽວກັນນີ້, ຮອງປະທານກໍາມາທິການວັດທະນະທໍາ-ສັງຄົມ ຍັງໄດ້ມີຄໍາເຫັນໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງໄດ້ເອົາໃຈໃສ່ມາດຕະການແກ້ໄຂບັນຫາເຄັ່ງຮ້ອນດ້ານສັງຄົມ ແລະ ບັນດາຄາດໝາຍທີ່ບໍ່ທັນບັນລຸ, ສ້າງວີຊາອາຊີບໃຫ້ມີຄວາມຫຼາກຫຼາຍ, ຍົກລະດັບສີມືແຮງງານໃຫ້ມີຄວາມສໍານານງານ, ມີລະບຽບວີໃນ ສາມາດຕອບສະໜອງຄວາມຕ້ອງການຂອງຫົວໜ່ວຍແຮງງານ ແລະ ສັງຄົມ.
ນອກຈາກນີ້, ກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ ພ້ອມຄະນະ ຍັງໄດ້ລົງ ຢ້ຽມຢາມໂຮງຮຽນເຕັກນິກວີຊາຊິບແບບປະສົມ, ສູນພັດທະນາສີມືແຮງງານ ແຂວງອັດຕະປື ຕື່ມອີກ.
(ວິນັດ ສີສຸລາດ)