ໃນລະຫວ່າງວັນທີ 12 ຫາ14 ພຶດສະພາ 2025 ສະພາປະຊາຊົນແຂວງສະຫວັນນະເຂດ ໄດ້ລົງເຄື່ອນໄຫວ ຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ກົດໝາຍ ໃນຂົງເຂດເສດຖະກິດ ຢູ່ 05 ເມືອງ ຄື: ເມືອງຈຳພອນ, ຊົນນະບູລີ, ໄຊພູທອງ, ສອງຄອນ ແລະ ເມືອງທ່າປາງທອງ ເຊີ່ງນໍາພາໂດຍທ່ານ ກົງແກ້ວ ມີວໍຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງຂອງແຂວງ ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງໃນຄັ້ງນີ້ມີເລຂາ-ຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ,ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ, ທະຫານ-ຕຳຫຼວດ, ພະນັກງານ-ລັດຖະກອນ ຕະຫຼອດຮອດອຳນາດການປົກຄອງບ້ານເຂົ້າຮ່ວມຮັບຟັງທັງໝົດ 926 ທ່ານ,ຍິງ 211ທ່ານ. ຊຶ່ງກອງປະຊຸມເຜີຍແຜ່ແມ່ນຈັດຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການຂອງແຕ່ລະເມືອງ ບັນດາກົດໝາຍ ທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ກົດໝາຍວ່າດ້ວຍທີ່ດິນ ( ສະບັບປັບປຸງ) ສະບັບເລກທີ 70/ ສພຊ , ລົງວັນທີ 21 ມີຖຸນາ 2019 ປະກອບມີ XV ພາກ,188 ມາດຕາ; ກົດໝາຍວ່າດ້ວຍປ່າໄມ້( ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມີຖຸນາ 2019 ປະກອບມີ XV ພາກ,175 ມາດຕາ; ກົດໝາຍວ່າດ້ວຍກະສິກຳ ສະບັບເລກທີ01/ 98 ສພຊ, ລົງວັນທີ 10 ຕຸລາ 1998 ປະກອບມີ VIII ພາກ, 85 ມາດຕາ ນອກຈາກນີ້ ຍັງມີກົດໝາຍວ່າດ້ວຍຂໍ້ຜູກພັນສັນຍາ ທີ່ນອນຢູ່ໃນປະມວນກົດໝາຍແພ່ງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງເຂດສະຫງວນທາງຫຼວງ. ຊຶ່ງໃນແຕ່ລະພາກແຕ່ລະມາດຕາ ຂອງກົດໝາຍ ບັນດາພະແນກການທີ່ກ່ຽວຂ້ອງເປັນຕົ້ນ: ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ; ພະແນກກະສິກຳ ແລະ ປ່າໄມ້ແຂວງ; ພະແນກໂຍທາທິການ ແລະ ຂົນສົ່ງແຂວງ; ພະແນກຍຸຕິທຳແຂວງ ກໍໄດ້ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງໃນການນຳສະເໜີເຜີຍແຜ່ ຂອງບັນດາເນື້ອໃນກົດໝາຍດັ່ງກ່າວຢ່າງລະອຽດ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ເຊື່ອມຊຶມ,ຮັບຮູ້ ແລະເຂົ້າໃຈຕໍ່ເນື້ອໃນທີ່ສໍາຄັນຕົ້ນຕໍ່ຂອງກົດໝາຍຢ່າງຈະແຈ້ງ ຈາກນັ້ນ ທ່ານ ກົງແກ້ວ ມີວໍລະຈັກ ປະທານກອງປະຊຸມ ກໍຍັງໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນຈົ່ງພ້ອມກັນ ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂອງກອງປະຊຸມໃນຄັ້ງນີ້ໃຫ້ກວ້າງຂວາງ, ເລິກເຊິ່ງຂຶ້ນ ດ້ວຍການສືບຕໍ່ລົງໂຄສະນາເຜີຍແຜ່ບັນດາເນື້ອໃນຈິດໃຈຂອງກົດໝາຍ ເຂົ້າສູ່ລົງເລີກໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ຖືກຕ້ອງສອດຄ່ອງຕາມຂອບເຂດສິດ,ພາລະບົດບາດໜ້າທີ່ວຽກງານຂອງຕົນ.
ໃນໂອກາດການລົງມາຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ກົດໝາຍ ໃນຂົງເຂດເສດຖະກິດ ທາງຄະນະກໍໄດ້ລົງຢ້ຽມຢາມ ຄອບຄົວ ທ້າວ ພັນໂລກາ ມິ່ງຊວນ ປະຊາຊົນບ້ານແບ່ງຄຳໄຫຼ ເມືອງສອງຄອນ ທີ່ໄດ້ຫັນເອົາເນື້ອທີ່ດິນເປົ່າວ່າງຂອງຄອບຄົວ ມາສ້າງເປັນຟາມລ້ຽງໄກ່ພັນໄຂ່ ຊຶ່ງມີຈຳນວນໄກ່2.850ໂຕ (ສອງພັນແປດຮ້ອຍຫ້າສິບໂຕ) ເພື່ອຜະລິດໄຂ່ໄກ່ຂາຍໃຫ້ຮ້ານຄ້າ ແລະ ຕະຫຼາດພາຍໃນເມືອງສອງຄອນ ນອກຈາກນີ້ຍັງໄດ້ຕິດຕາມກວດກາໂຄງການກໍ່ສ້າງຂົວຂ້າມເຊປອງ ບ້ານຫີນຕັ້ງກາງ ແລະ ໄດ້ລົງມອບແວ່ນຕາ ພ້ອມແຈກຍາຍເຂົ້າໜົມ ໃຫ້ພໍ່ແມ່ປະຊາຊົນ, ນ້ອງນ້ອຍນັກຮຽນ ທີ່ບ້ານໂນນສະຫວ່າງ ເມືອງທ່າປາງທອງຕື່ມອີກ.
ພາບ-ຂ່າວ: ນາງ ຄອນສະຫວັນ ເມກສະຫວັນ