(ສພຊ) – ຕອນສວາຍວັນທີ 13 ພຶດສະພາຜ່ານມາ, ກົມສື່ມວນຊົນ ຄະນະເລຂາທິການສະພາແຫ່ງຊາດ ໄດ້ຕ້ອນຮັບ ແລະ ນຳພານັກຮຽນໂຮງຮຽນມັດທະຍົມສຶກສາສົມບູນໜອງບອນ ທີ່ມາທັດສະນະສຶກສາຢ້ຽມຊົມຫໍມູນເຊື້ອ ຈຳນວນ 40 ຄົນ ເຊິ່ງນຳໂດຍທ່ານ ອາຈານ ສຸກສາຄອນ ວົງລັດສະໝີ ເລຂາຊາວໜຸ່ມໂຮງຮຽນດັ່ງກ່າວ.

ການມາມາທັດສະນະສຶກສາຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງ ສະພາແຫ່ງຊາດ ຊຸດປັດຈຸບັນ (ຊຸດທີ IX) ແລະ ຢ້ຽມຊົມຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ເຮັດໃຫ້ນ້ອງໆນັກຮຽນ, ຄູ-ອາຈານ ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຫຼາຍຂຶ້ນ.

(ສອນສັກ ວັນວິໄຊ)