ຮອງປະທານກໍາມະທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ຕິດຕາມກວດກາ,ເກັບກຳຂໍ້ມູນຢູ່ແຂວງຫລວງນ້ຳທາ

ພ.ພ. 14, 2025 | ເຂດ 3 ຫຼວງນ້ຳ​ທາ

            ເພື່ອເປັນການເກັບກຳຂໍ້ມູນນໍາເຂົ້າຄົ້ນຄວ້າໃນກອງປະຊຸມສະໄໝສາມັນເທື່ອທີ9 ຂອງສະພາແຫ່ງຊາດທີ່ຈະໄຂຂຶ້ນໃນຕໍ່ໜ້າ ທ່ານ ປອ ເກດແກ້ວ ສີຫາລາດ ຮອງປະທານ  ກໍາມະທິການເສດຖະກິດ, ເຕັກໂນໂລຊີ  ແລະ  ສິ່ງແວດລ້ອມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານຂົງເຂດເສດຖະກິດ ຢູ່ແຂວງຫລວງນ້ຳທາ ໃນວັນທີ 12 ພຶດສະພາ 2025 ຄະນະໄດ້ເຂົ້າພົບປະ ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງໆຫຼວງນໍ້າທາ ມີທ່ານປະທານສະພາປະຊາຊົນແຂວງ, ຫົວໜ້າຫ້ອງວ່າການແຂວງເຂົ້າຮ່ວມ

ເພື່ອຮັບຟັງການລາຍງານກ່ຽວກັບຈຸດພິເສດ, ສະພາບລວມໂດຍຫຍໍ້ ກ່ຽວກັບວຽກງານການພັດທະນາເສດຖະກິດສັງຄົມຂອງແຂວງ ແລະ ໄດ້ຈັດກອງປະຊຸມຮ່ວມບັນດາພະແນກການ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ທ່ານ ປອ ເກດແກ້ວ ສີຫາລາດ ຮອງປະທານກໍາມະທິການເສດຖະກິດ, ເຕັກໂນໂລຊີ  ແລະ  ສິ່ງແວດລ້ອມມີບັນດາກະຊວງ, ຫົວຫນ້າ, ຮອງຫົວໜ້າພະແນກການຂອງແຂວງ, ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

 

ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂົງເຂດເສດຖະກິດ, ຂົງເຂດໂຍທາທິການ ແລະ ຂົນສົ່ງ, ຂົງເຂດວຽກງານການເງິນ, ຂົງເຂດຊັບພະຍາກອນ ແລະ ສິ່ງແວດລ້ອມ, ວຽກງານສົ່ງເສີມການຜະລິດ ເພື່ອຄ້ຳປະກັນສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກ ເພື່ອຫລຸດຜ່ອນການນໍາເຂົ້າ ພ້ອມດຽວກັນ  ຜູ້ແທນກອງປະຊຸມໄດ້ແລກປ່ຽນຄໍາຄິດເຫັນ ແລະ ຊີ້ແຈງບາງບັນຫາ ຢ່າງມີຈຸດສຸມ ທັງນີ້ກໍ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານພາຍໃນແຂວງໃຫ້ດີຂຶ້ນເທື່ອລະກ້າວ, ພ້ອມນັ້ນ ໄດ້ລົງຢ້ຽມຢາມສະຫະກອນຢາງພາລາ ຢູ່ບ້ານຫາດຍາວ  ແລະ ລົງຕິດຕາມກວດກາການກໍ່ສ້າງເສັ້ນທາງໄປເມືອງນາແລ  ເພື່ອຈະລະດົມທຶນ ເຂົ້າໃນການສ້ອມແປງໃຫ້ສໍາເລັດຕາມແຜນການທີ່ໄດ້ກໍານົດໄວ້.

ຂ່າວ ວັນນີ ແຝງບົວວັນ