(ສພຂ) – ວັນທີ 8-9 ພຶດສະພາຜ່ານມາ, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກຳມະການສູນກາງພັກ, ຄະນະປະຈຳສະພາແຫ່ງຊາດ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມການຈັດຕັ້ງປະຕິບັດບາງວຽກງານໃນຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງ ແວດລ້ອມ ຢູ່ແຂວງວຽງຈັນ ເຊິ່ງໄດ້ເຂົ້າພົບປະທ່ານ ຄໍາພັນ ສິດທິດໍາພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ ເພື່ອແຈ້ງຈຸດປະສົງ, ເນື້ອໃນ ແລະ ເປົ້າໝາຍຂອງການເຄື່ອນໄຫວຕິດຕາມກວດກາໃນຄັ້ງນີ້ ພ້ອມທັງໄດ້ຮັບຟັງການລາຍງານກ່ຽວກັບຈຸດພິເສດຂອງແຂວງວຽງຈັນໂດຍຫຍໍ້ຈາກທ່ານເຈົ້າແຂວງ; ຈາກນັ້ນ, ໄດ້ຈັດກອງປະຊຸມຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ໂດຍການເຂົ້າຮ່ວມຂອງທ່ານ ລໍາໄມ ກູດລາວົງ ຮອງປະທານສະພາປະຊາຊົນແຂວງວຽງຈັນ, ປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ບັນດາທ່ານປະທານ-ຮອງປະທານຄະນະກໍາມະການຂອງ ສພຂ, ພະແນກການທີ່ກ່ຽວຂ້ອງຂອງແຂວງ ແລະ ແຂກຖືກເຊີນ.

ໃນກອງປະຊຸມ, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ໄດ້ກ່າວຈຸດປະສົງໃນການເຄື່ອນໄຫວວຽກງານຄັ້ງນີ້ ກໍເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດບາງວຽກງານໃນຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ເພື່ອເປັນຂໍ້ມູນ ແລະ ບ່ອນອີງໃນການສັງລວມລາຍງານຕໍ່ຄະນະປະຈໍາສະພາແຫ່ງຊາດ ແລະ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມາເຖິງນີ້. ຈາກນັ້ນ, ພະແນກການທີ່ກ່ຽວຂ້ອງຂອງແຂວງ ໄດ້ຂຶ້ນລາຍງານຕາມຄໍາເຈາະຈີ້ມ ເປັນຕົ້ນ: ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລາຍງານກ່ຽວກັບການເຊົ່າສໍາປະທານທີ່ດິນ, ການຂຶ້ນທະບຽນໃບຕາດິນ, ຜົນກະທົບຕໍ່ສິ່ງແວດລ້ອມ, ການຟື້ນຟູຊີວິດການເປັນຢູ່ ແລະ ການຊົດເຊີຍໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາຕ່າງໆ; ພະແນກກະສິກໍາ ແລະ ປ່າໄມ້ ລາຍງານກ່ຽວກັບການປະຕິບັດວຽກງານການສົ່ງເສີມການຜະລິດເພື່ອຄໍ້າປະກັນສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກເພື່ອຫຼຸດຜ່ອນການນໍາເຂົ້າ; ພະແນກໂຍທາທິການ ແລະ ຂົນສົ່ງ ລາຍງານກ່ຽວກັບສະພາບການຈັດຕັ້ງປະຕິ ບັດການຂົນສົ່ງສິນຄ້າພາຍໃນ, ລະຫວ່າງປະເທດ ແລະ ຜ່ານແດນ ຕິດພັນກັບຜົນກະທົບການນໍາໃຊ້ເສັ້ນທາງ ແລະ ອື່ນໆ; ພະແນກການເງິນ ລາຍງານກ່ຽວກັບການເກັບພາສີ-ອາກອນ ແລະ ຄ່າທໍານຽມ, ຄ່າບໍລິການຕ່າງໆ ທີ່ຕິດພັນກັບການຂົນສົ່ງສິນຄ້າພາຍໃນ, ລະຫວ່າງປະເທດ ແລະ ການເກັບລາຍຮັບຈາກໂຄງການພັດທະນາຕ່າງໆ ເຊິ່ງບັນດາພະແນກການ ໄດ້ຍົກໃຫ້ເຫັນດ້ານດີ ແລະ ຂໍ້ຄົງຄ້າງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານມາ. ທ່ານປະທານ ກສຕສ ພ້ອມດ້ວຍຄະນະຕິດຕາມ ໄດ້ແລກປ່ຽນຄໍາຄິດ-ຄໍາເຫັນ ແລະ ມີຄໍາຊັກຖາມເຈາະຈີ້ມເພີ່ມຕື່ມຕໍ່ກັບບັນຫາທີ່ມີຄວາມສົນໃຈ ເພື່ອເປັນຂໍ້ມູນຮອບດ້ານນໍາໄປຄົ້ນຄວ້າ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນ ແນໃສ່ໃຫ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຕ່ລະໄລຍະ.
ຫຼັກຈາກນັ້ນ, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາພາກສະໜາມຢູ່ບໍລິສັດຕ່າງໆ ຄື: ໂຮງງານຜະລິດຢ່າງພາລາ ຂອງບໍລິສັດ ລາວ-ໄທຮົວ ຢູ່ເມືອງວຽງຄໍາ, ຈຸດຄ່ຽນຖ່າຍສິນ ຄ້າ ສະຖານີລົດໄຟຄວາມໄວສູງ ເມືອງໂພນໂຮງ, ສະຕ໋ອກແຮ່ ຂອງບໍລິສັດ ລາວ ຈົງເຕັງ ໂລຈິສຕິກ ແຮ່ເຫຼັກ ແລະ ບໍລິສັດ ລາວ ຮຸນເພິງ ການຄ້າສາກົນ, ຈຸດຄ່ຽນຖ່າຍສິນຄ້າສະຖານີລົດໄຟຄວາມໄວສູງ ເມືອງວັງວຽງ, ລານສະ ຕ໋ອກແຮ່ ຂອງບໍລິສັດ ອຸດົມຊັບ ພັດທະນາບໍ່ແຮ່ ຈໍາກັດ (ແຮ່ເຫຼັກ).

(ຄໍາພັນ ໄຊຍະປະທຸມ)