(ສພຂ) – ໂອກາດລົງເຄື່ອນໄຫວຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານໃນຂົງເຂດເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຢູ່ແຂວງຈຳປາສັກ, ທ່ານ ມະນີໂສ ຊາມຸນຕີ ຮອງປະທານກຳມາທິການເສດຖະ ກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະການນຳຂອງແຂວງ ໃນຕອນ ເຊົ້າວັນທີ 12 ພຶດສະພາຜ່ານມາ ທີ່ຫ້ອງວ່າການແຂວງ ໂດຍການຮັບຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈຳປາສັກ.

ທ່ານ ມະນີໂສ ຊາມຸນຕີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ພ້ອມທັງແຈ້ງຈຸດປະສົງຂອງການ ເຄື່ອນໄຫວຄັ້ງນີ້ ແມ່ນຈະໄດ້ລົງຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນຂົງ ເຂດວຽກງານການອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າພາຍໃນ, ລະຫວ່າງປະເທດ ແລະ ຜ່ານແດນ; ການ ຈັດຕັ້ງປະຕິບັດວຽກງານສົ່ງເສີມການຜະລິດເພື່ອຄໍ້າປະກັນສະບຽງອາຫານ ເປັນສິນຄ້າສົ່ງອອກເພື່ອຫຼຸດຜ່ອນການ ນຳເຂົ້າ; ການຂຶ້ນທະບຽນອອກໃບຕາດິນ ແລະ ການເຊົ່າສຳປະທານທີ່ດິນ. ພ້ອມນັ້ນ, ຍັງຈະໄດ້ຕິດຕາມກວດກາ, ຊຸກຍູ້ບັນດາໂຄງການລົງທຶນອີກຈຳນວນໜຶ່ງ ທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດ ຢູ່ແຂວງ ຈຳປາສັກ.
ທ່ານ ສົມບູນ ເຮືອງວົງສາ ໄດ້ສະແດງຄວາມຊົມເຊີຍ ແລະ ເປັນເອກະພາບສູງຕໍ່ແຜນການເຄື່ອນໄຫວ ຂອງທ່ານຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ທັງແຈ້ງໃຫ້ ຊາບເຖິງການພັດທະນາເສດຖະກິດ-ສັງຄົມ, ສະພາບການພົ້ນເດັ່ນ, ຂໍ້ສະດວກ ລວມທັງບັນຫາຫຍຸ້ງຍາກໃນຂົງ ເຂດວຽກງານດັ່ງກ່າວຂອງແຂວງ.
(ສົມພອນ ໄຊປັນຍາ)