ກຳມາທິການແຜນການ,ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ໄດ້ລົງເຄື່ອນໄຫວ, ເກັບກໍາຂໍ້ມູນກ່ຽວກັບການການຈັດເກັບພາສີ, ອາກອນເຂົ້າລາຍຮັບງົບປະມານຂອງລັດຢູ່ ບັນດາດ່ານສາກົນ ແລະ ການຂຸດຄົ້ນແຮ່ທາດ, ຄໍາຕົກຂ້ອນ ແລະ ວຽກງານອື່ນ ຢູ່ແຂວງຫລວງນໍ້າທາ ວັນທີ 8 ພຶດສະພາ 2025 ໄດ້ເປີດກອງປະຊຸມຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ເຕີຍ ສົມສັກ ທີ່ປຶກສາບໍ່ປະຈໍາການກຳມາທິການແຜນການ, ການເງິນ ແລະ ການກວດສອບ ແລະ ທ່ານ ຄຳພອນ ເຕີນຈະເລີນ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ມີຫົວຫນ້າກົມແຜນການ ແລະ ການລົງທຶນ, ຫົວຫນ້າ, ຮອງຫົວພະແນກກົມ ,ຫົວໜ້າ, ຮອງຫົວຫນ້າພະແນກກ່ຽວຂ້ອງຂອງແຂວງ ພ້ອມດ້ວຍຫົວຫນ້າຂະແໜງທີ່ກ່ຽວຂ້ອງພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ,
ໃນວາລະກອງປະຊຸມໄດ້ຮັບຟັງການລາຍງານຂອງພະແນກການທີ່ກ່ຽວຂ້ອງຂອງແຂວງ ຕາມຄໍາຖາມເຈາະຈິ້ມຂອງກຳມາທິການແຜນການ,ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ເປັນຕົ້ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຕົ້ນປີ2025, ການສົ່ງເສີມການລົງທຶນ ແລະ ຜະລິດເປັນສິນຄ້າເພື່ອທົດແທນການນໍາເຂົ້າ, ສົ່ງອອກຕ່າງປະເທດ, ການປະຕິບັດໂຄງການລົງທຶນຂອງລັດປີ 2025, ການຊໍາລະໜີ້ສິນໂຄງການລົງຂອງລັດ ທີ່ນໍາໃຊ້ເງິນເກີນແຜນຂອງແຂວງ, ຂໍ້ສະດວກ ແລະ ຫຍຸ້ງຍາກ ການລົງທຶນຂອງພາກເອກະຊົນ ແລະ ການຈັດຕັ້ງປະຕິບັດແຜນງົບປະມານປີ 2025, ການແບ່ງຂັ້ນຄຸ້ມຄອງໃນການຈັດເກັບລາຍຮັບລະຫວ່າງສູນກາງ ແລະ ທ້ອງຖິ່ນ ພ້ອມດຽວກັນ ຍັງໄດ້ປະກອບຄໍາຄິດເຫັນຕໍ່ວຽກງານຂົງເຂດເສດຖະກິດຂອງແຂວງຢ່າງມີຈຸດສຸມ ທັງນີ້ ກໍເພື່ອຈະນໍາເອົາຂໍ້ມູນດັ່ງກ່າວນໍາເຂົ້າຄົ້ນຄວ້າໃນກອງປະຊຸມສະໄໝສາມັນເທື່ອທີ9 ຂອງສະພາແຫ່ງຊາດ.
ຕອນແລງຂອງວັນດຽວກັນ ຄະນະທິມງານສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຍັງໄດ້ລົງເກັບກໍາຂໍ້ມູນກ່ຽວກັບການຈັດເກັບພາສີອາກອນ ເຂົ້າງົບປະມານຂອງລັດ ຢູ່ດ່ານສາກົນບໍ່ເຕ່ນ ແຂວງຫລວງນ້ຳທາ, ໄດ້ເປີດກອງປະຊຸມຮ່ວມຢູ່ຫ້ອງປະຊຸມຄະນະຄຸ້ມຄອງເຂດເສດຖະກິດພິເສດ ມີຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ, ຄະນະຄຸ້ມຄອງເຂດເສດຖະກິດພິເສດບໍ່ເຕ່ນ ພ້ອມດ້ວຍທີມງານສະພາແຫ່ງຊາດ,ສະພາປະຊາຂົນແຂວງເຂົ້າຮ່ວມ
ໂອກາດນີ້ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານການຈັດເກັບລາຍຮັບຂອງຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ແລະ ການລາຍງານສະພາບການພັດທະນາເຂດເສດຖະກິດພິເສດບໍ່ເຕ່ນ ແລະ ວຽກງານປິ່ນອ້ອມອື່ນໆຕາມຄໍາຖາມເຈາະຈິ້ມ ແລະ ໄດ້ມີການປະກອບຄຳຄິດເຫັນຊີ້ແຈງ, ສະເໜີບາງບັນຫາທີ່ພົບຄວາມຫຍຸ້ງຍາກ ເພື່ອຈະເປັນຂໍ້ມູນນໍາໄປຄົ້ນຄວ້າແກ້ໄຂໃຫ້ດີຂຶ້ນເທື່ອລະກ້າວ,
ຂ່າວ ວັນນີ ແຝງບົວວັນ
ກຳມາທິການແຜນການ,ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ເຮັວວຽກຢູ່ແຂວງຫລວງນ້ຳທາ
