(ສພຂ) – ວັນທີ 28-30 ເມສາຜ່ານມາ, ທ່ານ ນາງ ອໍາໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດຂອງກອງປະຊຸມສະພາແຫ່ງຊາດ (ສພຊ) ຢູ່ເທດສະບານເມືອງ, ບ້ານຊ່ອນໃຕ້, ບ້ານໂງ່ນ ແລະ ບ້ານມັ້ນ ເມືອງຊ່ອນ ມີຜູ້ເຂົ້າຮ່ວມຮັບຟັງທັງໝົດ 423 ຄົນ, ຍິງ 213 ຄົນ.

ການເຄື່ອນໄຫວຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບທີ່ພົ່ນເດັ່ນຂອງເມືອງ ແລະ ບ້ານ ໂດຍສັງເຂບ. ຈາກນັ້ນ ໄດ້ນໍາເອົາເນື້ອໃນຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX ເປັນຕົ້ນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ສອງວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ; ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX ທີ່ໄດ້ພິຈາລະນາຮັບຮອງເອົາລັດຖະທໍາມະນູນ ປີ 2025, ກົງຈັກການຈັດຕັ້ງຂອງລັດຖະບານ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ.

ນອກນັ້ນ, ກໍເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ໄດ້ສະເໜີຂໍ້ຂັດຂ້ອງໝອງໃຈ ແລະ ບັນຫາຕ່າງໆ ທີ່ຕິດພັນກັບການດຳລົງຊີວິດ ເຊິ່ງຍັງພົບຄວາມຫຍຸ້ງຍາກ ເພື່ອເປັນຂໍ້ມູນນຳໄປຄົ້ນຄວ້າ, ພິຈາລະນາ ແລະ ປະສານສົບທົບກັບພາກສ່ວນທີ່ກ່ຽວຂ້ອງ ແກ້ໄຂຕາມຄວາມເໝາະສົມ; ພ້ອມນີ້, ກໍໄດ້ມີຄຳເຫັນອະທິບາຍ, ຊີ້ແຈງກັບທີ່ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຂົ້າໃຈແຈ້ງຕື່ມ. ໂອກາດດຽວກັນ, ຍັງໄດ້ເນັ້ນໜັກບາງບັນຫາ ໂດຍສະເພາະແມ່ນເພີ່ມທະວີການເຕົ້າໂຮມຄວາມສາມັກຄີເປັນເອກະພາບ, ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ພ້ອມກັນຕ້ານ 3 ກະແສແນວຄິດຄື: ແນວຄິດຄອງເດີມ, ແນວຄິດຄັບແຄບ ແລະ ແນວຄິດເອື່ອຍອີງ, ສຸມໃສ່ພັດທະນາເສດຖະກິດ-ສັງຄົມໃຫ້ດີຂຶ້ນ, ເອົາໃຈໃສ່ປັບປຸງອົງການຈັດຕັ້ງບ້ານ ໃຫ້ມີຄວາມເຂັ້ມແຂງ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນບັນຫາປາກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນສັງຄົມໃຫ້ໝົດໄປ, ເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ, ສືບຕໍ່ພັດທະນາເສດຖະກິດຄອບຄົວ ເຊັ່ນ: ການປູກຝັງ-ລ້ຽງສັດ, ການຕໍ່າຫູກທໍໄໝທີ່ເປັນມູນເຊື້ອ, ຜະລິດກະສິກຳເປັນສິນຄ້າສົ່ງອອກພາຍໃນ ແລະ ຕ່າງປະເທດ ເພື່ອເເກ້ໄຂຊີວິດການເປັນຢູ່ຂອງຄອບຄົວໃຫ້ນັບມື້ດີຂຶ້ນ.
ໂອກາດນີ້ ຍັງໄດ້ນຳເອົາຜ້າຫົ່ມ, ຄຸ, ຈົກ, ສຽມ ມອບໃຫ້ຄອບຄົວທີ່ຍັງທຸກຍາກພາຍໃນ 3 ບ້ານດັ່ງກ່າວ ພ້ອມທັງມອບບານເຕະ, ບານຕີ, ອຸປະກອນການຮຽນ ໃຫ້ໂຮງຮຽນ ແລະ ເງິນສົດຈຳນວນ 7 ລ້ານກີບ ມອບໃຫ້ບ້ານມັ້ນ ເພື່ອເປັນທຶນສ້ອມແປງເໝືອງຝາຍທີ່ເປ່ເພຈາກນ້ຳເຊາະເຈື່ອນ ລວມມູນຄ່າທັງໝົດ 26 ລ້ານກີບ.