(ສພຊ) – ຕອນບ່າຍວັນທີ 2 ພຶດສະພາຜ່ານມາ, ສະພາແຫ່ງຊາດ (ສພຊ) ໄດ້ມີພິທີເຜີຍແຜ່ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025, ເຜີຍແຜ່ເອກະສານສໍາຄັນຂອງພັກ, ປະກາດການແຕ່ງຕັ້ງ ແລະ ຍົກຍ້າຍຕໍາແໜ່ງບໍລິຫານ ໂດຍການເປັນປະທາຂອງສະຫາຍ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ປະທານກວດກາພັກ-ລັດສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ; ມີບັນດາສະຫາຍຄະນະປະຈໍາ ແລະ ຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ສະມາຊິກພັກສົມບູນ ແລະ ສຳຮອງ ພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ໄດ້ຮັບຟັງຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສະບັບເລກທີ 28/ຄຈສພ, ລົງວັນທີ 14 ກຸມພາ 2025; ຜ່ານບັນດາເນື້ອໃນທີ່ສໍາຄັນຂອງກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2024 ແລະ ທິດທາງໜ້າທີ່ປີ 2025 (ຄັດຈ້ອນຈາກບົດສະຫຼຸບວຽກງານຈັດຕັ້ງທົ່ວປະເທດ ສະບັບເລກທີ 178/ຄຈສພ, ລົງວັນທີ 18 ມີນາ 2025); ບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງ ຈັກການຈັດຕັ້ງ ປະຈຳປີ 2024 ແລະ ວາງທິດທາງແຜນການປີ 2025 ຂອງສະພາເຫ່ງຊາດ. ພ້ອມກັນນັ້ນ, ກໍໄດ້ຜ່ານນມະຕິ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍຕຳແໜ່ງບໍລິຫານປະເພດຕ່າງໆ ຈໍານວນໜຶ່ງພາຍໃນ ສພຊ.
ໂອກາດນີ້, ສະຫາຍ ຄໍາໃບ ດໍາລັດ ໄດ້ມີຄໍາເຫັນແລກປ່ຽນ ໂດຍເນັ້ນໜັກໃຫ້ຄະນະບໍລິຫານງານພັກສະພາແຫ່ງຊາດ ທີ່ນໍາພາຢູ່ແຕ່ລະຂົງເຂດ, ບັນດາຮາກຖານພັກ ຈະຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ມີຄວາມເຂົ້າໃຈຕໍ່ສະພາບການ, ມີຄວາມອົດທົນ, ມີຄວາມເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ ແລະ ເປັນເຈົ້າການເຂົ້າຮ່ວມແກ້ໄຂບັນຫາຕ່າງໆ ໃຫ້ບັນລຸຜົນສໍາເລັດ; ຈໍາແນກໄດ້ເລ່ຫຼ່ຽມ, ການໂຄສະນາບິດເບືອນຂອງຄົນບໍ່ດີທີ່ຫວັງມ້າງເພທໍາລາຍ, ສ້າງຄວາມແຕກແຍກພາຍໃນພວກເຮົາ. ພ້ອມກັນນັ້ນ, ກໍຄວນເອົາໃຈໃສ່ປະຕິບັດມາດຕະການຕ່າງໆ ໃນສະພາບຫຍຸ້ງຍາກແນວນີ້ ເປັນຕົ້ນການປະຢັດມັດທະຍັດ, ຊ່ວຍເຫຼືອເຊິ່ງກັນແລະກັນພາຍໃນພະນັກງານ-ລັດຖະກອນ ໂດຍສະເພາະຜູ້ທີ່ມີຄວາມຫຍຸ້ງຍາກແທ້ ເຊິ່ງບັນຫານີ້ ຄະນະພັກ, ຄະນະປະຈໍາສະພາແຫ່ງຊາດ ໄດ້ຊີ້ນໍາອົງການຊ່ວຍວຽກຂອງຄະນະພັກ ສພຊ ແລ້ວ. ປັດຈຸບັນ, ຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ຊີ້ນໍາການຈັດຕັ້ງຜັນຂະຫາຍຕາມທິດຂອງມະຕິຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ສະບັບເລກທີ 03/ຄບສພ ເຊິ່ງໄດ້ຊີ້ນໍາຄະນະປັບປຸງກົງຈັກການຈັດຕັ້ງຂອງ ສພຊ ຄົ້ນຄວ້າການໂຮມກົງຈັກພາຍໃນ ສພຊ ລວມທັງເກັບກໍາບຸກຄະລາກອນ, ການຮ່າງນິຕິກໍາການຈັດຕັ້ງ ແລະ ເຄື່ອນໄຫວຂອງກົງຈັກ ແລະ ອື່ນໆ ເພື່ອຮອງຮັບໃຫ້ ສພຊ ຊຸດທີ X; ສະນັ້ນ, ສະເໜີຄະນະນໍາຂອງກໍາມາທິການ, ຄະນະເລຂາທິການ, ສະຖາບັນຄົ້ນຄວ້ານິຕິກໍາ ໃຫ້ການຮ່ວມມືສະໜັບສະໜູນ, ຄົ້ນຄວ້າ, ປຶກສາຫາລື ເພື່ອສ້າງຄວາມເປັນເອກະພາບ ໃຫ້ສໍາເລັດໃນ ສພຊ ຊຸດທີ IX. ສະເໜີບັນດາກໍາມາທິການ, ຄະນະເລຂາທິການ, ສະຖາບັນຄົ້ນຄວ້ານິຕິກໍາ ພ້ອມພະນັກງານພາຍໃນສະພາແຫ່ງຊາດ ຈົ່ງຂຸ້ນຂ້ຽວກະກຽມວຽກງານທີ່ຢູ່ໃນຮັບຜິດຊອບຂອງຕົນ ເພື່ອເຮັດໃຫ້ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງ ສພຊ ຊຸດທີ IX ເຊິ່ງຄາດຄະເນຈະຈັດຂຶ້ນໃນເດືອນມິຖຸນານີ້ ມີຜົນສໍາເລັດຈົບງາມ. ເພື່ອເຮັດໃຫ້ວຽກງານການກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III ດໍາເນີນໄປສອດຄ່ອງກັບກົດໝາຍ ແລະ ຮັບປະກັນຕາມທິດຊີ້ນໍາຂອງກົມການເມືອງສູນກາງພັກ ທັງໄດ້ຕາມຄາດໝາຍທີ່ຄະນະປະຈໍາສະພາແຫ່ງຊາດກໍານົດໄວ້ນັ້ນ, ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ຮີບຮ້ອນຄົ້ນຄວ້າສ້າງເອກະສານທີ່ກ່ຽວຂ້ອງ ເພື່ອຂໍທິດຊີ້ນໍາຈາກກົມການເມືອງສູນກາງພັກ ແລະ ບັນດາເອກະສານທີ່ຮັບໃຊ້ໃຫ້ແກ່ການເລືອກຕັ້ງຄັ້ງນີ້ ລວມທັງການເກັບກໍາ ແລະ ຂຶ້ນບັນຊີອຸປະກອບຮັບໃຊ້ການເລືອກຕັ້ງ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້. ໃຫ້ບັນດາໜ່ວຍພັກຮາກຖານ, ໜ່ວຍພັກ ກະກຽມການສະຫຼຸບວຽກງານໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ວຽກງານຮັກຊາດພັດທະນາ, ວຽກງານຍ້ອງຍໍ ແລະ ອື່ນໆ ໃຫ້ສໍາເລັດກ່ອນເດືອນຕຸລາ 2025; ຫຼັງຈາກນັ້ນ, ຄະນະຮັບຜິດຊອບຈະຄົ້ນຄວ້າ ແລະ ສະເໜີຂັ້ນເທິງພິຈາລະນາຕົກລົງ ຈັດຕັ້ງປະຕິບັດໃຫ້ທັນກັບສະພາບການ.

ພ້ອມນັ້ນ, ສະຫາຍຮອງປະທານສະພາແຫ່ງຊາດ ຍັງສະແດງຄວາມຊົມເຊີຍບັນດາສະຫາຍທີ່ໄດ້ເລື່ອນຕໍາແໜ່ງໃໝ່ ເຊິ່ງລ້ວນແລ້ວແຕ່ແມ່ນຜູ້ທີ່ມີເງື່ອນໄຂມາດຕະຖານຄົບຖ້ວນ, ແມ່ນຜູ້ທີ່ໄດ້ຮັບຄວາມເຊື່ອໝັ້ນ, ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ ທັງເນັ້ນໜັກໃຫ້ສະຫາຍທີ່ໄດ້ເລື່ອນຕໍາແໜ່ງໃໝ່ ຈົ່ງປະກອບສ່ວນທຸ່ມເທເຫື່ອແຮງ, ສະຕິປັນຍາ, ເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອປະຕິບັດໜ້າທີ່ວຽກງານທີ່ຕົນຮັບຜິດຊອບດ້ວຍຄຸນນະພາບ, ຊ່ວຍເຮັດໃຫ້ກົງຈັກທີ່ຕົນສັງກັດມີຜົນສໍາເລັດ; ສ່ວນການຍົກຍ້າຍໄປປະຕິບັດໜ້າທີ່ໃໝ່ ກໍຄືການໝູນວຽນສັບປ່ຽນໜ້າທີ່, ການດໍາລົງຕໍາແໜ່ງຈາກບ່ອນເກົ່າໄປຮັບຜິດຊອບໜ້າທີ່ໃໝ່ ຕາມຄວາມຮຽກຮ້ອງຂອງໜ້າທີ່ການເມືອງ, ເພື່ອສ້າງເງື່ອນໄຂໃຫ້ພະນັກງານໄດ້ເຝິກຝົນ, ທົດສອບໃນພຶດຕິກໍາຕົວຈິງຢ່າງຮອບດ້ານ, ມີຄວາມຊໍານານງານ, ສ້າງຖັນແຖວພະນັກງານໃຫ້ສົມຄູ່ກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ເຮັດໜ້າທີ່ໃຫ້ການຈັດຕັ້ງຢູ່ແຕ່ລະຂັ້ນ ແລະ ຂະແໜງການຕ່າງໆ ມີສະຖຽນລະພາບ, ມີການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີປະສິດທິພາບ.
(ນາງ ອາລິນ ສຸພິມມະປະດິດ)