(ສພຂ) – ວັນທີ 2 ພຶດສະພານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງຫົວພັນ ໄດ້ຈັດພິທີປະກາດການແຕ່ງຕັ້ງປະທານ ແລະ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ (ຄສຊ) ປະຈຳເຂດເລືອກຕັ້ງທີ 8 ໂດຍການເປັນປະທານຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ; ມີບັນດາທ່ານຄະນະປະຈຳພັກແຂວງ, ຮອງປະທານ ແລະ ຄະນະປະຈຳສະພາປະຊາຊົນແຂວງ (ສພຂ), ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ ແລະ ຮອງຫົວໜ້າພະແນກການ-ອົງການທຽບເທົ່າ, ແນວລາວສ້າງຊາດ, 3 ອົງການຈັດຕັ້ງມະຫາຊົນ, 2 ກອງບັນຊາການ, ແຂກຖືກເຊີນ ຕະຫຼອດຮອດພະນັກງານພາຍໃນ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ສົມສັກ ດອນຈານິດ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ໄດ້ຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 104/ຄປຈ, ລົງວັນທີ 02/4/2025 ວ່າດ້ວຍການແຕ່ງຕັ້ງປະ ທານ ແລະ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ເຊິ່ງໄດ້ແຕ່ງຕັ້ງທ່ານ ຄອນປະພັນ ເລືອງສີຈັນທອງ ເປັນປະທານ ແລະ ທ່ານ ສີຄຳ ບຸນມີໄຊ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ; ທັງນີ້, ເພື່ອປັບປຸງກົງຈັກການຈັດຕັ້ງພາຍໃນ ຄສຊ ປະຈຳເຂດເລືອກຕັ້ງທີ 8 ໃຫ້ມີຄວາມເຂັ້ມແຂງດ້ານຄຸນນະພາບ, ຍົກສູງພາລະບົດບາດ, ຮັບປະກັນການເປັນເສນາທິການໃຫ້ແກ່ຄະນະປະຈຳສະພາແຫ່ງຊາດ, ວຽກງານ ຄສຊ ໄດ້ເຄື່ອນໄຫວຕາມພາລະບົດບາດ ແລະ ສິດຂອງຕົນ ໃຫ້ມີຜົນສຳເລັດຕາມລັດຖະທຳມູນ ແລະ ກົດໝາຍກຳນົດໄວ້.

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ຍາດໄດ້ໃນໄລຍະຜ່ານມາ ເຊິ່ງມີຜົນສຳເລັດໃນຫຼາຍດ້ານ ແລະ ຄຽງຄູ່ກັບດ້ານດີຜົນງານ, ທ່ານຍັງສະເໜີໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ຄຸນສົມບັດສິນທຳປະຕິວັດ ໃຫ້ແກ່ພະນັກງານ-ລັດຖະກອນຢູ່ຂົງເຂດຄວາມຮັບຜິດຊອບຂອງຕົນ; ສືບຕໍ່ເຮັດລ້ອນໜ້າທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍ, ປະຕິບັດລະບອບແບບແຜນວິທີເຮັດວຽກ, ຮັກສາມູນເຊື້ອຄວາມສາມັກຄີພາຍໃນໜັກແໜ້ນ-ພາຍນອກກວ້າງຂວາງ ພ້ອມທັງເປັນແບບຢ່າງທີ່ດີ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ຍົກລະດັບຄວາມຮູ້ຄວາມສາມາດ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນ, ປະຕິບັດສິດ ແລະ ໜ້າທີ່ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງ ໃຫ້ນັບມືນັບດີຂຶ້ນ.