(ສພຊ) – ວັນທີ 29 ເມສານີ້, ທ່ານ ນາງ ດຣ. ວິພາວັນ ພົມວິຫານ ປະທານກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ (ສພຊ) ໄດ້ຮັບການເງິນຊ່ວຍເຫຼືອຈາກທະນາຄານ ພົງສະຫວັນ ຈຳກັດ ທີ່ມອບໃຫ້ແກ່ສະພາແຫ່ງຊາດ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX ເມື່ອເດືອນມີນາຜ່ານມາ ລວມມູນຄ່າ 200 ລ້ານກີບ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ; ຈາກນັ້ນ, ທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ ມອບໃບຍ້ອງຍໍຂອງຄະນະປະຈຳສະພາແຫ່ງຊາດ ເພື່ອຍ້ອງຍໍຜົນງານດີເດັ່ນໃນການປະກອບສ່ວນຊຸກຍູ້ ແລະ ສະໜັບສະໜູນຄັ້ງນີ້.
(ນາງ ອາລິນ ສຸພິມມະປະດິດ)