ສະຫາຍ ພົທ. ສຸວອນ ເລືອງບຸນມີ ສໍາເລັດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ

ມ.ສ. 29, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດລາວ ນໍາໂດຍສະຫາຍ ພົທ. ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ໄດ້ສໍາເລັດການຢ້ຽມຢາມ ແລະ ແລກປ່ຽນບົດຮຽນຢູ່ ສສ.ຫວຽດນາມ ໃນລະຫວ່າງວັນທີ 20-26 ເມສາ 2025.
ວັນທີ 21 ເມສາ, ສະຫາຍ ພົທ. ສຸວອນ ເລືອງບຸນມີ ໄດ້ພົບປະເຮັດວຽກ ແລະ ປຶກສາຫາລືກັບຝ່າຍຫວຽດນາມ ນຳໂດຍສະຫາຍ ເຈິ່ນ ກວາງ ເຟືອງ ກໍາມະການສູນກາງພັກກອມມູນິດຫວຽດນາມ, ຮອງປະທານສະພາແຫ່ງຊາດ ດ້ວຍບັນຍາກາດໄມຕີຈິດມິດຕະພາບອັນອົບອຸ່ນ, ສະໜິດສະໜົມຖານສະຫາຍອ້າຍນ້ອງ. ຈຸດປະສົງຂອງການໄປຢ້ຽມຢາມຄັ້ງນີ້ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຫຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ; ເພື່ອຜັນຂະຫຍາຍບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດ ລາວ-ຫວຽດນາມ ແລະ ເພື່ອປະຕິບັດຕາມຜົນຂອງການພົບປະລະຫວ່າງສະຫາຍຮອງປະທານສະພາແຫ່ງລາວ ແລະ ຮອງປະທານສະພາແຫ່ງຊາດຫວຽດນາມ ໃນເດືອນຕຸລາ 2024 ໃນການແລກປ່ຽນບົດຮຽນການຈັດຕັ້ງປະຕິບັດພາລະບົດບາດຂອງສະພາແຫ່ງຊາດ, ຮ່ວມກັນຕິດຕາມກວດກາ ແລະ ຊຸກຍູ້ການຮັກສາຄວາມສະຫງົບຊາຍແດນ, ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນໃນເຂດຫ່າງໄກທຸລະກັນດານ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການພັດທະນາຊົນນະບົດ.
ໃນວັນດຽວກັນ, ສະຫາຍ ພົທ. ສຸວອນ ເລືອງບຸນມີ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ເຈິ່ນ ແທັງ ເໝິນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ເຊິ່ງສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນຂອງແຕ່ລະປະເທດໃຫ້ກັນຊາບ; ຕີລາຄາສູງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ກໍຄືປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມືລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ ທີ່ນັບມື້ແຕກດອກອອກຜົນຍິ່ງຂຶ້ນ. ພ້ອມນີ້, ສະຫາຍປະທານສະພາແຫ່ງຊາດຫວຽດນາມ ຍັງໄດ້ໃຫ້ທິດຊີ້ນໍາໃນການພົວພັນຮ່ວມມືໃນຕໍ່ໜ້າລະຫວ່າງອົງການນິຕິບັນຍັດຂອງສອງປະເທດ ຕາມບົດບັນທຶກຂອງສອງສະພາແຫ່ງຊາດໄດ້ລົງນາມຮ່ວມກັນ; ເພີ່ມທະວີການຮ່ວມມືໃຫ້ເລິກເຊິ່ງກວ່າເກົ່າ, ຮ່ວມກັນຕິດຕາມກວດກາ ແລະ ຊຸກກຍູ້ການຈັດຕັ້ງປະຕິບັດຂໍ້ຕົກລົງຕ່າງໆ ທີ່ສອງປະເທດໄດ້ລົງນາມຮ່ວມກັນ ໂດຍສະເພາະຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ຊ່ວຍເຫຼືອເພື່ອການພັດທະນາ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃນເຂດຫ່າງໄກທຸລະກັນດານ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການພັດທະນາຕາມບໍລິເວນຊາຍແດນຂອງສອງປະເທດ, ຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.
ວັນທີ 22-25 ເມສາ, ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເດີນທາງໄປຢ້ຽມຢາມແຂວງເຊີນລາ ແລະ ແຂວງດຽນບຽນ ເຊິ່ງໄດ້ພົບປະເຮັດວຽກກັບຄະນະພັກ, ຄະນະນໍາ ກໍຄືສະພາປະຊາຊົນຂອງສອງແຂວງ ໂດຍໄດ້ປຶກສາຫາລື, ຕິດຕາມກວດກາການປະຕິບັດບັນດາໂຄງການພັດທະນາຊົນນະບົດເຂດຫ່າງໄກສອກຫຼີກຕາມບໍລິເວນຊາຍແດນ ລາວ-ຫວຽດນາມ ແລະ ຮັບຟັງການລາຍງານການພັດທະນາເສດຖະກິດ-ສັງຄົມຂອງແຂວງ; ນອກຈາກນັ້ນ, ຍັງໄດ້ທ່ຽວຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດຈໍານວນໜຶ່ງຂອງແຂວງດຽນບຽນ.
ນອກຈາກນັ້ນ, ຄະນະຜູ້ແທນລາວ ໄດ້ມີໂອກາດພົບປະຢ້ຽມຢາມພະນັກງານສະຖານເອກອັກຄະລັດຖະທູດລາວ ປະຈຳ ສສ.ຫວຽດນາມ ໂດຍສະຫາຍຮອງປະທານສະພາແຫ່ງຊາດ ໄດ້ແຈ້ງສະພາບການສະດວກ ແລະ ຫຍຸ້ງຍາກ ຂອງ ສປປລາວ ໃນປັດຈຸບັນ.