ຕອນບ່າຍ ຂອງວັນທີ 25 ເມສາ 2025 ທີ່ຜ່ານມາ, ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານ ສະພາປະຊາຊົນແຂວງສາລະວັນ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງສາລະວັນ ແລະ ອົງການເກັບກູ້ລະເບີດ ປະຈໍາແຂວງ ໄດ້ເຄື່ອນໄຫວຕິດຕາມ, ຢ້ຽມຢາມຖາມຂ່າວໃຫ້ກໍາລັງໃຈ ແລະ ມອບເຄື່ອງຊ່ວຍເຫຼືອຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກລົມພາຍຸພັດເຂົ້າເຂດບ້ານໜອງຝັ່ງຢອງ ແລະ ບ້ານແກ້ງສິມ ເມືຶອງສາລະວັນ ໃນຄັ້ງວັນທີ 23 ເມສາ 2025 ທີ່ຜ່ານມາ ເຫດເກີດຂຶ້ນເວລາປະມານ 3-4 ໂມງເຊົ້າ ແລະ ວັນທີ 24 ເມສາ 2025 ເຫດເກີດຂຶ້ນເວລາປະມານ 15:15ໂມງ, ເຫດການດັ່ງກ່າວເຮັດໃຫ້ບ້ານເຮືອນປະຊາຊົນສອງບ້ານເປ້ເພເສຍຫາຍ 23 ຫຼັງ, ມີ 29 ຄອບຄົວ, ເລົ້າເຂົ້າເສຍຫາຍ 5 ຫຼັງ, ຖຽງນາ 1 ຫຼັງ ມູນຄ່າເສຍຫາຍຄິດເປັນມູນຄ່າ 114 ລ້ານກວ່າກີບ;
ໂອກາດທີ່ລົງເຄື່ອນໄຫວ ທ່ານ ສີເຮັງ ຫອມສົມບັດ ໄດ້ກ່າວສະແດງຄວາມເສຍໃຈເປັນຫ່ວງເປັນໃຍ ແລະ ໃຫ້ກຳລັງໃຈຕໍ່ກັບພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບບ້ານເຮືອນເສຍຫາຍ ຈົ່ງພ້ອມກັນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກໃນຄັ້ງນີ້, ເອົາເຄື່ອງຊ່ວຍເຫຼືອນໍາໄປສ້ອມແປງບ້ານເຮືອນໃຫ້ກັບເຂົ້າສູ່ສະພາບປົກກະຕິ, ພ້ອມທັງມີສະຕິເຝົ້າລະວັງ ກະກຽມຄວາມພ້ອມກວດກາບ້ານເຮືອນໃຫ້ມີຄວາມແໜ້ນໜາ ເພື່ອຮັບມືຕໍ່ລົມພາຍຸພັດທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ ເພາະເປັນຊ່ວງໄລຍະລະດູຝົນ.
ຈາກນັ້ນ, ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ຕາງໜ້າໃຫ້ອົງການປົກຄອງແຂວງ, ອົງການເກັບກູ້ລະເບີດປະຈໍາແຂວງ ແລະ ເມືອງສາລະວັນ ມອບເຄື່ອງຊ່ວຍເຫຼືອ ສັງກະສີ 150 ແຜນ, ຕະປູ 33 ກັບ ແລະ ເງິນສົດ 3 ລ້ານກີບ ລວມມູນຄ່າ 8 ລ້ານກີບ, ໂດຍການປະກອບສ່ວນຂອງສະພາປະຊາຊົນແຂວງ, ອົງການເກັບກູ້ລະເບີດປະຈໍາແຂວງ ແລະ ອົງການປົກຄອງເມືອງສາລະວັນ ແລະ ຮັບໂດຍ ຕາງໜ້າງອົງການຈັດຕັ້ງບ້ານໜອງຝັ່ງງຢອງ, ບ້ານແກ້ງສິມ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.
ພາບ-ຂ່າວ: ດີລໍາພົນ ພົມມະຈັນ