(ສພຂ) – ວັນທີ 23-24 ເມສານີ້, ທ່ານ ຄໍາສິງ ໄຊສົມແພງ ຮອງປະທານກໍາມາທິການວຽກງານສະມາຊິກສະພາແຫ່ງຊາດ (ກວສຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ ໂດຍການຕ້ອນຮັບຈາກທ່ານ ສົມສີ ມະນີນິນ ຮອງປະທານສະພາປະຊາຊົນແຂວງ (ສພຂ) ເຊິ່ງໄດ້ເປີດກອງປະຊຸມຢູ່ສະພາປະຊາຊົນແຂວງ, ເຂົ້າຮ່ວມມີຄະນະນໍາຂອງ ສພຂ, ຄະນະຈັດຕັ້ງແຂວງ, ຄະນະພັກນະຄອນປາກເຊ, ຄະນະເລຂາທິການ ສພຂ, ຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງນະຄອນປາກເຊ ແລະ ຂະແໜງການທີ່ກ່ຽວຂ້ອງ.

ໃນກອງປະຊຸມ, ທ່ານ ຄໍາສິງ ໄຊສົມແພງ ໄດ້ມີຄໍາເຫັນ ແລະ ແຈ້ງຈຸດປະສົງຂອງການເຄື່ອນໄຫວວຽກງານຄັ້ງນີ້ ແມ່ນເພື່ອຕິດຕາມກວດກາ, ເກັບກໍາຂໍ້ມູນ ແລະ ປຶກສາຫາລືກັບສະພາປະຊາຊົນແຂວງ ກ່ຽວກັບວຽກງານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ, ວຽກງານສະພາປະຊາຊົນແຂວງ; ໂອກາດດັ່ງກ່າວ, ທ່ານ ສົມສີ ມະນີນິນ ກໍໄດ້ລາຍງານກ່ຽວກັບໂຄງປະກອບການຈັດຕັ້ງ, ບຸກຄະລາກອນ ຂອງ ສພຂ ຈໍາປາສັກ ຊຸດທີ II ແລະ ວຽກງານການກະກຽມການເລືອກຕັ້ງ ພ້ອມທັງສະເໜີບາງບັນຫາທີ່ຖອດຖອນບົດຮຽນໄດ້ຈາກການຈັດຕັ້ງປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ. ນອກນີ້, ກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນລາຍງານ, ປຶກສາຫາລື ແລະ ແລກປ່ຽນບົດຮຽນເຊິ່ງກັນແລະກັນຢ່າງກົງໄປກົງມາ, ມີຈຸດສຸມ ແລະ ເຫັນໄດ້ຂໍ້ສະດວກ, ຂໍ້ຫຍຸ້ງຍາກບາງດ້ານ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ມີຄວາມສະດວກ, ວ່ອງໄວ, ທັນເວລາ, ຖືກຕ້ອງຕາມລະບຽບຫຼັກການ ແລະ ກົດໝາຍກໍານົດໄວ້.
(ສົມວິຈິດ ໄຊມົນຕີ)