ຕອນເຊົ້າຂອງວັນທີ 22 ເມສາ 2025 ນີ້, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ ໄດ້ເປີດກອງປະຊຸມ ສອງວາລະ ສະຫຼຸບການເຄື່ອນໄຫວວຽກງານ ປະຈໍາເດືອນ ເມສາ 2025 ແລະ ທິດທາງແຜນການ ປະຈໍາເດືອນ ພຶດສະພາ 2025 ຂອງຄະນະປະຈໍາ ສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ; ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ເຂົ້າຮ່ວມມີທ່ານຮອງປະທານຄະນະປະຈໍາ ສະພາປະຊາຊົນແຂວງ, ບັນດາທ່ານຄະນະປະຈໍາ ສະພາປະຊາຊົນແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ຄະນະກໍາມະການ, ຄະນະເລຂາທິການ ແລະ ຫົວໜ້າ-ຮອງຫົວໜ້າຂະແໜງ ເຂົ້າຮ່ວມ;
ໃນທີ່ປະຊຸມ ໄດ້ຮັບຟັງການຜ່ານເນື້ອໃນຂອງຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ທີ່ສະແດງໃຫ້ເຫັນຜົນສໍາເລັດພົ້ນເດັ່ນ ປະຈໍາເດືອນ ເມສາ 2025 ຂອງຄະນະປະຈໍາ ສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ເປັນຕົ້ນ: ສໍາເລັດການຊຸກຍູ້ການປະກາດໃຊ້ນິຕິກໍາທີ່ສໍາຄັນຂອງແຂວງ 01 ສະບັບຄື: ຂໍ້ຕົກລົງ ວ່າດ້ວຍການກຳນົດເຂດປະເມີນລາຄາທີ່ດີນທົ່ວແຂວງສາລະວັນ (ສະບັບປັບປຸງ), ອອກມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍແຜນຈັດສັນນຳໃຊ້ເງິນບຳເນັດລາຍຮັບເກີນແຜນຂອງແຂວງ ປີ 2024; ເປີດກອງປະຊຸມຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປຶກສາຫາລື ກ່ຽວກັບຄໍາຮ້ອງຂໍຄວາມເປັນທໍາ ຂອງປະຊາຊົນ ຈໍານວນ 01 ເລື່ອງ; ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອ ອຸປະໂພກ ແລະ ບໍລິໂພກ ລວມມູນຄ່າ 29 ລ້ານກວ່າກີບ ໃຫ້ປະຊາຊົນບ້ານໂພນໄຜ່ ເມືອງສາລະວັນ ແລະ ເມືອງລະຄອນເພັງ ທີ່ຖືກຜົນກະທົບຈາກພະຍຸລະດູຮ້ອນ, ໄດ້ຈັດຕັ້ງຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 02 ຂອງສະພາແຫ່ງຊາດ ຊຸດທີ IX ໃຫ້ພະນັກງານ-ລັດຖະກອນ ພາຍໃນແຂວງ ແລະ ວຽກອື່ນໆ, ໂດຍລວມສ່ອງແສງໃຫ້ເຫັນຄວາມເປັນເຈົ້າການບຸກບືນເອົາໃຈໃສ່ ຊີ້ນໍາ-ນໍາພາ ວຽກງານຮອບດ້ານ ຂອງຄະນະປະຈໍາ ສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ມີຄວາມສາມັກຄີເປັນເອກະພາບພາຍໃນຈີ່ງເຮັດໃຫ້ວຽກງານຫຼາຍດ້ານມີຜົນສໍາເລັດ, ມີການກໍານົດແຜນການເຄື່ອນໄຫວວຽກງານຂອງຕົນ ຢ່າງເປັນລະບົບຕໍ່ເນື່ອງໃນແຕ່ລະເດືອນລະອຽດ ມີລະບອບການສ່ອງແສງລາຍງານຢ່າງເປັນປົກກະຕິ; ຈາກນັ້ນ, ປະທານກອງປະຊຸມໄດ້ເປີດກວ້າງໃຫ້ຜູ້ທີ່ເຂົ້າຮ່ວມ ໄດ້ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ຢ່າງເປັນເຈົ້າການ ຕິດພັນກັບການປະຕິບັດໜ້າທີ່ການເມືອງຂອງຕົນທີ່ໄດ້ຮັບຜິດຊອບ ເພື່ອປະກອບຄໍາຄິດຄໍາເຫັນເຂົ້າໃສ່ຮ່າງບົດສະຫຼຸບ ຂອງຄະນະປະຈໍາ ສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ;
ພ້ອມດຽວກັນ ຄະນະປະຈໍາ ສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14 ໄດ້ກຳນົດແຜນວຽກທີ່ສຳຄັນ ສືບຕໍ່ເຄື່ອນໄຫວວຽກງານ ປະຈໍາເດືອນ ພຶດສະພາ 2025 ເປັນຕົ້ນ: ສືບຕໍ່ຮັບຮອງເອົາມະຕິ ວ່າດ້ວຍການຮັບຮອງເອົາແຜນຈັດສັນນໍາໃຊ້ເງິນເກັບລາຍຮັບເກີນແຜນຂອງປີ 2024; ກະກຽມແຜນເຄື່ອນໄຫວ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄຫມວິສາມັນ ເທື່ອທີ 02 ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ບັນດາເມືອງ; ຊຸກຍູ້ ໃຫ້ 03 ເມືອງ ທີ່ບໍ່ທັນສໍາເລັດອອກມະຕິ ຂອງສະພາປະຊາຊົນແຂວງ ເພື່ອຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025 ໃຫ້ສໍາເລັດ; ກະກຽມແຕ່ຫົວທີ ໃນບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X; ສະພາປະຊາຊົນແຂວງ ຊຸດທີ III;
ພາບ: ນາງ ຈັນທີ ດວງປັນຍາ ຂ່າວ: ດີລໍາພົນ ພົມມະຈັນ