
ຕອນບ່າຍວັນທີ 11 ເມສາ 2025 ທີ່ສະໂມສອນເມືອງງາ, ໄດ້ຈັດພິທີປະກາດໃຫ້ພະນັກງານນໍາພາ-ຄຸ້ມຄອງພັກຜ່ອນກ່ອນມື້ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງຮັກສາການແທນເຈົ້າເມືອງ, ຮອງເຈົ້າເມືອງ ເມືອງງາ, ໂດຍການເປັນປະທານຂອງສະຫາຍ ຄໍາເຜີຍ ງອນວັນຄໍາ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນໍາເມືອງງາ, ມີສະຫາຍ ທອງຄານ ວັດສະດາກອນ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ ແລະ ແຂກເຊີນອ້ອມຂ້ອງເມືອງງາ ເຂົ້າຮ່ວມ.


ໃນພິທີຕາງໜ້າຈາກຄະນະຈັດຕັ້ງແຂວງ, ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍ ການອານຸມັດໃຫ້ພະນັກງານນໍາຄຸ້ມຄອງພັກຜ່ອນກ່ອນຮັບອຸດໜູນບໍານານ, ເຫັນດີໃຫ້ສະຫາຍ ສີວອນ ຢູລີໄຊ ອາດີດຮອງເຈົ້າເມືອງເມືອງງາ, ສະຫາຍ ຊຽງເພົ້າ ວິພາກອນ ອາດີດຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ສະຫາຍ ແສງຈັນ ຢາຈົງຄົວ ຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການແຕ່ງຕັ້ງຮັກສາການແທນເຈົ້າເມືອງ ແລະ ຮອງເຈົ້າເມືອງ ເມືອງງາ, ແຕ່ງ ຕັ້ງສະຫາຍ ວຽງໄຊ ຄໍາພະຈັນ ເປັນຮັກສາການແທນເຈົ້າເມືອງ, ສະຫາຍ ອິນຕາ ບົວລະພາ ເປັນຮອງເຈົ້າເມືອງ, ກອງປະຊຸມໄດ້ມອບ-ຮັບໜ້າທີ່ລະຫວ່າງ ອາດີດເຈົ້າເມືອງ ແລະ ຮັກສາການແທນເຈົ້າເມືອງເມືອງງາ ຜູ້ໃຫມ່.





ສະຫາຍ ຄໍາເຜີຍ ງອນວັນຄໍາ ປະທານພິທີໄດ້ຮຽກຮ້ອງໃຫ້ຜູ້ທີພັກຜ່ອນລໍຖ້າຮັບອຸດໜູນບໍານານ ສືບຕໍ່ໃຫ້ການປຶກສາ, ຊຸກຍູ້ສົ່ງເສີມ ແລະ ໃກ້ສິດຕິດແທດຕໍ່ວຽກງານລວມ ແລະ ບັນດາສະຫາຍທີ່ຖືກແຕ່ງຕັ້ງເປັນຮັກສາການແທນເຈົ້າເມືອງ, ຮອງເຈົ້າເມືອງ ສືບຕໍ່ເຮັດໜ້າທີ່ການເມືອງທີ່ຖືກມອບໝາຍໃຫ້ສູງຂຶ້ນກວ່າເກົ່າ, ມີຄວາມສາມັກຄີພາຍໃນ ແລະ ທ່ານໄດ້ເນັ້ນນັກສືບຕໍ່ສຶກສາອົບຮົມວຽກງານການເມືອງແນວຄິດໃນຖັ້ນແຖວພະນັກງານສະມາຊິກພັກ-ພະນັກງານ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນ, ຕິດຕາມຊຸກຢູ້ການຈັດຕັ້ງປະຕິບັດວຽກງານ, ສະຫຼຸບຊ່ອງແສງລາຍງານໃຫ້ສາຍຕັ້ງ-ສາຍຂວາງ, ຕັ້ງໜ້າຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມໃຫ້ດີຂຶ້ນ, ປັງປຸງແບບແຜນວິທີ່ການເຮັດວຽກ, ປັບປຸງກົງຈັກການຈັດຕັ້ງພັກ-ລັດ ໃຫ້ມີຄວາມເຂັ້ມແຂງຂຶ້ນໄປເລື່ອຍໆ.

