(ສພຂ) – ວັນທີ 8 ເມສາ 2025 ນີ້, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ຄະນະປະຈໍາສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມຂອງຕົນ ເພື່ອພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ, ໂດຍການເປັນປະທານຂອງທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານ ສພຂ, ບັນດາທ່ານໃນຄະນະປະຈໍາ ສພຂ, ຮອງປະທານຄະນະກໍາມະການ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊ, ຫົວໜ້າ-ຮອງຫົວໜ້າພະແນກ, ແຂກເຊີນ ແລະ ວິຊາການຂະແໜງ ການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້, ພາຍຫຼັງສະເໜີຈຸດປະສົງ ໄດ້ຮັບຟັງຕາງໜ້າຄະນະຮັບຜິດຊອບ ຜ່ານບັນດາເນື້ອໃນທີ່ນໍາເຂົ້າຜ່ານກອງປະຊຸມ ເປັນຕົ້ນແມ່ນ: ບົດລາຍງານ ຜົນການຄົ້ນຄວ້າ ແລະ ສ້າງຮ່າງຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍ ການທົດແທນຄ່າເສຍຫາຍຈາກໂຄງການພັດທະນາປິ່ນອ້ອມສະຖານີລົດໄຟເມືອງໄຊ, ໂຄງການກໍ່ສ້າງຫ້ອງການສະພາປະຊາຊົນແຂວງ, ຫໍຫຼັກເມືອງ, ສະໜາມຫຼວງ ແລະ ໂຄງການກໍ່ສ້າງທາງດ່ວນຊ່ວງຜ່ານເທດສະບານເມືອງໄຊ ໃນເນື້ອທີ 347 ເຮັກຕາ. ຄົ້ນຄວ້າໜັງສືສະເໜີທ່ານເຈົ້າແຂວງ ເລກທີ 350/ອຊ, ລົງວັນທີ 21 ມີນາ 2025 ເລື່ອງ: ສະເໜີດັດ ແກ້ເພີ່ມມູນຄ່າກໍ່ສ້າງປັບປຸງຟື້ຟູຄອງ ເໝືອງອ່າງນໍ້າແຮງ ບ້ານນາຊຽງດີ ເມືອງຮຸນ ທີ່ນອນໃນແຜນການລົງທຶນຂອງລັດ ປີ 2025 (ທຶນປົກກະຕິ) ແລະ ໜັງສືສະເໜີທ່ານເຈົ້າແຂວງ ເລກທີ 358/ອຊ, ລົງວັນທີ 24 ມີນາ 2025 ເລື່ອງ: ຂໍພິຈາລະນາອອກມະຕິຮັບຮອງການຫັນປ່ຽນປະເພດທີ່ດິນກະສິກໍາໄປເປັນດິນປຸກສ້າງ. ປະທານໄດ້ມີຄໍາເຫັນຊີ້ນໍາ ແລະ ມີຄໍາຖາມເຈາະຈີ້ມຕາມທີ່ຄະນະຮັບຜິດຊອບໄດ້ກະກຽມ, ເຊິ່ງບັນດາທ່ານຄະປະຈໍາຈະໄດ້ພິຈາລະນາ ບັນຫາສໍາຄັນພື້ນຖານຂອງແຂວງ ຕາມຂອບເຂດສິດ ແລະ ໜ້າທີ່ຕົນ ທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ. ພ້ອມນັ້ນ, ໄດ້ມີຄໍາເຫັນແລກປ່ຽນເຊິ່ງກັນ ແລະ ກັນ, ພ້ອມທັງຮັບຟັງການຊີ້ແຈງເພີ່ມເຕີມຈາກຄະນະຮັບຜິດຊອບ ວ່າເນື້ອຈຸດໃດຄວນປັບປຸງເພີ່ມເຕີມ ແລະ ຮັກສາໄວ້ຄືເກົ່າ ເພື່ອຄວາມຖືກຕ້ອງສອດຄອງ ກັບສະພາບຄວາມເປັນຈິງ ໃນປັດຈຸບັນ.






ໂອກາດດັ່ງກ່າວ, ຍັງໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ຂອງຄະນະປະຈໍາສະພາປະຊາຊົນແຂວງ ປະຈໍາເດືອນ ມີນາ ແລະ ທິດທາງແຜນການ ປະຈໍາເດືອນ ເມສາ ປີ 2025 ຕື່ມອີກ.