ຮອງປະທານສະພາປະຊາຊົນແຂວງ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ

ມ.ສ. 9, 2025 | ເຂດ 17 ອັດ​ຕະ​ປື

ວັນທີ 9 ເມສາ 2025 ນີ້, ທີ່ຫ້ອງວ່າການປົກຄອງເມືອງໄຊເສດຖາ ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ຮອງປະທານສະພາປະຊາຊົນແຂວງ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX;  ມີບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງ, ບັນດາທ່ານຄະນະນໍາຂອງເມືອງ, ຕະຫຼວດ ແລະ ພະນັກງານ-ລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ 60 ກວ່າທ່ານ

ທ່ານ ນາງ ພອນມະນີ ຂຽນໄຊຍະວົງ ໄດ້ເຜີຍແຜ່ໃຫ້ຮູ້ວ່າ ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ດຳເນີນເປັນເວລາ 4 ວັນ ເລີ່ມແຕ່ວັນທີ 17-20  ມີນາ 2025 ໄດ້ຮັບຜົນສໍາເລັດຢ່າງຈົບງາມ; ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງຂອງພັກ-ລັດ, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາທ່ານສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ຈາກ 18 ເຂດເລືອກຕັ້ງ ແລະ ແຂກຖືກເຊີນ; ທ່ານໃຫ້ໃຫ້ຮູ້ຕື່ມອີກວ່າ ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ການລາຍງານ ແລະ ໄດ້ລົງຄະແນນສຽງຮັບຮອງເອົາບັນດາມະຕິ ຂອງສະພາແຫ່ງຊາດ ຈໍານວນ 5 ສະບັບ ດັ່ງນີ້: 1) ມະຕິວ່າດ້ວຍການຮັບຮອງເອົາການປັບປຸງລັດຖະທໍາມະນູນ ສະບັບປີ 2025, 2) ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2025, 3) ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງປີ 2025, 4) ມະຕິວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ແລະ 5) ມະຕິວ່າດ້ວຍການຮັບຮອງເອົານະໂຍບາຍສົ່ງເສີມພິເສດສະເພາະໃຫ້ຜູ້ລົງທຶນໃນນິຄົມອຸດສາຫະກໍາອໍາມະຕະ;

ຜົນສໍາເລັດຂອງກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX  ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ IX ເຂົ້າສູ່ວຽກງານຕົວຈິງ, ເປັນໝາກຜົນລວມສູນສະຕິປັນຍາ, ການສະແດງອອກສິດປະຊາທິປະໄຕ ກໍຄືຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ການຕັດສິນໃຈສູງຂອງລັດຖະບານ, ອົງການທີ່ກ່ຽວຂ້ອງ ທີ່ມີຄວາມພະຍາຍາມ ແລະ ມີມາດຕະການຕົວຈິງໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ຕົກໄປເທື່ອລະກ້າວ, ມີການປັບປຸງບັນດາເອກະສານນິຕິກໍາທີ່ສໍາຄັນ ນັບທັງຄວາມຕັດສິນໃຈໃນການປັບປຸງກົງຈັກການຈັດຕັ້ງ ເພື່ອສ້າງໃຫ້ມີການຫັນປ່ຽນໃໝ່ຢ່າງເລິກເຊິ່ງ ເພື່ອສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນໍາພາຂອງພັກ ແລະ ລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂຶ້ນເລື້ອຍໆ.

(ວິນັດ ສີສຸລາດ)