ສະຫະພັນແມ່ຍິງອົງການກາແດງ ຢ້ຽມຊົມຫ້ອງມູນເຊື້ອສະພາແຫ່ງຊາດ(ສພຊ)

ມ.ສ. 1, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

– ຕອນສວາຍວັນທີ 1 ເມສານີ້, ກົມສື່ມວນຊົນ ໄດ້ຕ້ອນຮັບ ແລະ ນຳພາ ສະຫະພັນແມ່ຍິງອົງການກາແດງແຫ່ງຊາດລາວ ຈຳນວນ 20 ສະຫາຍ ເຊິ່ງນຳໂດຍສະຫາຍ ນາງ ຈີລະພາ ແກ້ວຄຳຜຸຍ ປະທານສະຫະພັນແມ່ຍິງອົງການດັ່ງກ່າວ ຢ້ຽມຊົມຫ້ອງມູນເຊື້ອສະພາແຫ່ງຊາດ. ການມາຢ້ຽມຊົມຄັ້ງນີ້, ໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX) ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຫຼາຍຂຶ້ນ. (ນາງ ອາລິນ ສຸພິມມະປະດິດ)