(ສພຊ) – ວັນທີ 3-5 ມີນາຜ່ານມາ, ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ, ປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 11 ແຂວງບໍລິຄຳໄຊ, ສະມາຊິກສະພາປະຊາຊົນແຂວງ (ສສຂ) ແລະ ຄະນະຕິດ ຕາມ ໄດ້ເຄື່ອນໄຫວເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ (ສພຂ) ບໍລິຄໍາໄຊ ຊຸດທີ II ຢູ່ 3 ຈຸດຄື: ສະໂມສອນແຂວງ, ສະໂມສອນເມືອງໄຊຈຳພອນ ແລະ ເຂດບ້ານໂພນຄຳ ໂດຍມີບັນດາຄະນະປະຈໍາພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຄະນະພັກເມືອງ, ຄະນະພັກຮາກຖານກຸ່ມບ້ານ, ການຈັດຕັ້ງບ້ານ, ພະນັກງານ-ລັດຖະກອນ, ເຖົ້າແກ່ແນວໂຮມ ຕະຫຼອດຮອດພໍ່ແມ່ປະຊາຊົນ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ການເຄື່ອນໄຫວຄັ້ງນີ້ ໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ການຈັດຕັ້ງປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຂອງແຂວງ-ເມືອງ ແລະ ບັນຫາພົ້ນເດັ່ນຕ່າງໆ, ຮັບຟັງຄຳສະເໜີຂອງຜູ້ມີສິດເລືອກຕັ້ງ ເປັນຕົ້ນບັນຫາຄວາມຫຍຸ້ງຍາກດ້ານພື້ນຖານໂຄງລ່າງ, ຖະໜົນຫົນທາງ, ລະບົບນໍາໃຊ້ນໍ້າຄອງເໝືອງ ແລະ ບັນຫາທີ່ດິນ; ຈາກນັ້ນ, ບັນດາທ່ານ ສສຊ ແລະ ສສຂ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດຂອງສອງກອງປະຊຸມດັ່ງກ່າວ.
ທ່ານ ນາງ ປິ່ງຄຳ ລາຊະສິມມາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ເມືອງໄຊຈໍາພອນ ໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ເມືອງ, ບ້ານ ພ້ອມດ້ວຍປະຊາຊົນໃນເຂດດັ່ງກ່າວ ຈົ່ງມີສ່ວນຮ່ວມໃນການພັດທະນາ ເພື່ອສົ່ງເສີມ ແລະ ຂະຫຍາຍທ່າແຮງທີ່ມີຂອງເມືອງ ເພື່ອປະກອບສ່ວນເຮັດໃຫ້ແຂວງບໍລິຄໍາໄຊ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮ້ອຍ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ.

ຄະນະຍັງໄດ້ນຳເອົາເຄື່ອງນຸ່ງຫົ່ມ, ອຸປະກອນກິລາ ພ້ອມທັງປຶ້ມຂຽນ, ປຶ້ມແບບຮຽນ, ບິກ, ສໍດຳ ມອບໃຫ້ນ້ອງນັກຮຽນໂຮງຮຽນປະຖົມບ້ານໂພນຄໍາ ທັງມອບໃຫ້ເມືອງຈໍານວນໜຶ່ງ ເພື່ອນໍາໄປມອບຕໍ່ໃຫ້ນ້ອງນັກຮຽນພາຍໃນເມືອງ ແລະ ໄດ້ມອບຄອມພິວເຕີຕັ້ງໂຕະ 2 ໜ່ວຍ ໃຫ້ເມືອງຕື່ມອີກ.
ໂອກາດນີ້, ທ່ານປະທານ ກສຕສ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອທີ່ລະດົມໄດ້ຈາກຜູ້ປະກອບການພາກສ່ວນຕ່າງໆທີ່ດຳເນີນກິດຈະການຢູ່ ສປປລາວ ເຊິ່ງປະກອບມີຄອມພິວເຕີ, ເສື້ອກັນໜາວ, ປຶ້ມແບບຮຽນ, ອຸປະກອນການຮຽນ, ອຸປະກອນກິລາ ລວມມູນຄ່າ 200 ລ້ານກວ່າກີບ ມອບໃຫ້ ສພຂ ໂດຍຕາງໜ້າກ່າວຮັບຂອງທ່ານ ປອ. ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເຊິ່ງຈະນໍາໄປມອບຕໍ່ໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກຂອງເມືອງໄຊຈຳພອນ.
(ໂສລະຢ໋າ)