ຕາແສງ ເປັນກົງຈັກການປົກຄອງຂັ້ນລຸ່ມສຸດຢູ່ຮາກຖານ

ມ.ຖ. 18, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ຕອນເຊົ້າວັນທີ 18 ມີນານີ້, ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ປອ. ວິໄລວົງ ບຸດດາຄຳ ລັດຖະມົນຕີກະຊວງພາຍໃນ ໄດ້ສະເໜີປັງປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ເຊິ່ງຜ່ານການຕີລາຄາການຈັດຕັ້ງປະຕິ ບັດກົດໝາຍເຫັນວ່າ: ມີບາງບັນຫາທີ່ຄ້າງຄາ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີເທົ່າທີ່ຄວນ ເປັນຕົ້ນແມ່ນ: 1) ເທດສະບານ ທີ່ກຳນົດໄວ້ເປັນຫົວໜ່ວຍການປົກຄອງໜຶ່ງໃນຂັ້ນເມືອງ, ມາຮອດປັດຈຸບັນ ບໍ່ທັນສາມາດຈັດຕັ້ງປະຕິບັດໄດ້; 2) ນະຄອນຂັ້ນເມືອງ ທີ່ໄດ້ສ້າງຕັ້ງຂຶ້ນ 3 ແຫ່ງໃນປີ 2018, ຜ່ານການຈັດຕັ້ງປະຕິບັດເຫັນວ່າຍັງບໍ່ທັນສາມາດປະຕິບັດພາລະບົດບາດຂອງຕົນໄດ້ຢ່າງເຕັມສ່ວນ ຍັງຂາດນິຕິກຳທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດ ເປັນຕົ້ນແມ່ນນິຕິກຳດ້ານການເງິນ, ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດ ບໍ່ໄດ້ຕ່າງຈາກເມືອງທົ່ວໄປພໍເທົ່າໃດ; 3) ອົງການປົກຄອງຂັ້ນບ້ານໃນທົ່ວປະເທດ ເຖິງແມ່ນວ່າຈະມີການຈັດຕັ້ງໃຫ້ມີ 5 ໜ່ວຍງານຕາມທີ່ກົດໝາຍກຳນົດກໍຕາມ, ແຕ່ການຈັດຕັ້ງປະຕິບັດຕົວຈິງຢູ່ບາງທ້ອງຖິ່ນ ແມ່ນຍັງບໍ່ສອດຄ່ອງກັບເງື່ອນໄຂຕົວຈິງຂອງທ້ອງຖິ່ນ; 4) ນອກນັ້ນ, ຍັງມີກຸ່ມບ້ານເຊິ່ງຖືກສ້າງຕັ້ງຂຶ້ນຕາມມະຕິ 09/ກມສພ ເປັນຂອດລະຫວ່າງກາງລະຫວ່າງເມືອງກັບບ້ານ ເຮັດວຽກຄ້າຍຄືຂັ້ນການປົກຄອງ, ແຕ່ບໍ່ແມ່ນຂັ້ນຂອງການປົກຄອງ; 5) ພ້ອມດຽວກັນນັ້ນ, ໃນເນື້ອໃນຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ມີບາງມາດຕາຍັງບໍ່ທັນສອດຄ່ອງກັບກົດໝາຍອື່ນທີ່ກ່ຽວຂ້ອງ.
ອີກດ້ານໜຶ່ງ, ຍັງພົບເຫັນບັນຫາຄ້າງຄາໃນຂອດຈັດຕັ້ງປະຕິບັດຕົວຈິງໃນການນຳພາ, ຄຸ້ມຄອງບໍລິຫານໃນຂັ້ນຮາກຖານ (ຂັ້ນບ້ານ) ເຖິງແມ່ນພັກ ແລະ ລັດຖະບານ ມີຄວາມພະຍາຍາມສຸມໃສ່ພັດທະນາຮາກຖານຫຼາຍເທົ່າໃດ, ແຕ່ປະສິດທິພາບຂອງວຽກງານ ກໍບໍ່ທັນໄດ້ມີຜົນສຳເລັດດີເທົ່າທີ່ຄວນ, ບັນຫາຕົ້ນຕໍທີ່ສັງເກດເຫັນແມ່ນ: ການປົກຄອງຂັ້ນລຸ່ມສຸດຕາມກົດໝາຍກໍານົດ ແມ່ນອົງການປົກຄອງບ້ານເປັນຂັ້ນການບໍລິຫານປົກຄອງ, ແຕ່ຜູ້ທີ່ເປັນຫົວໜ້າບໍລິຫານ ບໍ່ແມ່ນລັດຖະກອນ ທີ່ປະຕິບັດອຳນາດບໍລິຫານລັດ, ບາງບ່ອນກໍບໍ່ຮູ້ໜັງສື, ການສ້າງພະນັກງານສືບທອດຂັ້ນບ້ານບໍ່ຕໍ່ເນື່ອງ, ການເຝິກອົບຮົມໃຫ້ພະນັກງານບ້ານຍັງບໍ່ທົ່ວເຖິງ ອັນສຳຄັນແມ່ນບັນດາແນວທາງນະໂຍບາຍ, ລະບຽບກົດໝາຍທີ່ຂັ້ນເທິງວາງອອກ ອົງການປົກຄອງຂັ້ນຮາກຖານບໍ່ສາມາດຈັດຕັ້ງຜັນຂະຫຍາຍໄດ້ຢ່າງມີປະສິດທິພາບ ແລະ ບໍ່ໄດ້ຮັບຜົນດີເທົ່າທີ່ຄວນ, ຍັງຂາດຄວາມເປັນມືອາຊີບໃນການປະຕິບັດວຽກງານ, ໃນບາງເຂດ ບໍ່ມີໃຜຢາກເປັນນາຍບ້ານ ຈຳເປັນຕ້ອງໄດ້ມີການລະດົມປະຊາຊົນ ໂດຍສະເພາະເຂດຊົນນະບົດຫ່າງໄກສອກຫຼີກ ຍ້ອນກະທົບຕໍ່ການທຳມາຫາກິນ ແລະ ທໍາການຜະລິດຂອງເຂົາເຈົ້າ, ການປະຕິບັດວຽກງານກໍບໍ່ເຕັມເມັດເຕັມໜ່ວຍ; ແຕ່ກົງກັນຂ້າມ, ບ້ານ ໂດຍສະ ເພາະໃນເຂດຕົວເມືອງ ຊໍ້າພັດຍາດກັນເປັນນາຍບ້ານ ເພື່ອຫວັງຜົນປະໂຫຍດ ແລະ ບາງບ່ອນກໍເຮັດບົດບາດເກີນ, ສວຍໃຊ້ໜ້າທີ່ພາໃຫ້ເກີດການລ່ວງລະເມີດສິດເປັນເຈົ້າຂອງປະຊາຊົນ. ສັງລວມແລ້ວ ການບໍລິຫານຂັ້ນຮາກຖານ ຍັງບໍ່ທັນເຂັ້ມແຂງດີເທົ່າທີ່ຄວນ, ການບໍລິຫານລັດຂັ້ນຮາກຖານ ຍັງມີລັກສະນະເຄິ່ງໆກາງໆ, ຊອດກະຈາ ລະຫວ່າງອົງ ການບໍລິຫານລັດຂັ້ນລຸ່ມສຸດ ກັບ ການຈັດຕັ້ງຊຸມຊົນ.
ເພື່ອໃຫ້ສອດຄ່ອງນິຕິກຳຈຳນວນໜຶ່ງທີ່ສູນກາງວາງອອກນັ້ນ ເປັນຕົ້ນແມ່ນມະຕິວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນຳພາຂອງພັກ ສະບັບເລກທີ 05/ຄບສພ; ຄຳສັ່ງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການຄາດຄະເນແບ່ງຄວາມຮັບ ຜິດຊອບຂອງຄະນະປະຈຳພັກແຕ່ລະຂັ້ນ ສະບັບເລກທີ 173/ຄລສພ; ແຈ້ງການກ່ຽວກັບການແບ່ງງານໃຫ້ສະຫາຍ ຮອງເລຂາຄະນະບໍລິຫານງານພັກເມືອງ-ນະຄອນ ສະບັບເລກທີ 56/ຄຈສພ; ແຈ້ງການກ່ຽວກັບທິດຊີ້ນຳກ່ຽວກັບການສ້າງຕາແສງໃນຂອບເຂດທົ່ວປະເທດ ສະບັບເລກທີ 04/ຫສພ ແລະ ຮ່າງລັດຖະທຳມະນູນສະບັບປັບປຸງ ຂອງຄະນະປັບປຸງລະດັບຊາດ. ໂດຍອີງໃສ່ທິດນຳດັ່ງກ່າວ ລັດຖະບານໄດ້ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປີ 2025 ຕື່ມ ເປັນຕົ້ນແມ່ນການຄົ້ນຄວ້າອົງການປົກຄອງຕາແສງ ເປັນກົງຈັກການປົກຄອງຂັ້ນລຸ່ມສຸດຢູ່ຮາກຖານ, ຫັນບ້ານໃຫ້ເປັນການຈັດຕັ້ງຂອງຊຸມຊົນ ພ້ອມນັ້ນ, ກໍໄດ້ຄົ້ນຄວ້າຊື່ເອີ້ນຕຳແໜ່ງບໍລິຫານ ເຊິ່ງໄດ້ລະບຸຊື່ເອີ້ນ ຂອງຫົວໜ້າອົງການປົກຄອງຂັ້ນແຂວງຈະແຈ້ງວ່າ ແມ່ນປະທານຄະນະກຳມະການປົກຄອງແຂວງ, ນະຄອນຫຼວງວຽງຈັນ; ຂັ້ນເມືອງ ແມ່ນປະທານຄະນະກຳມະການປົກຄອງເມືອງ, ນະຄອນ; ຂັ້ນຕາແສງ ແມ່ນປະທານຄະນະກຳມະການປົກຄອງຕາແສງ.
ທ່ານ ປອ. ວິໄລວົງ ບຸດດາຄຳ ໃຫ້ຮູ້ວ່າ: ພາຍຫຼັງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງປີ 2025 ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງອັນສຳຄັນໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໃນການປັບປຸງຂັ້ນການປົກຄອງໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະກັບສະພາບເງື່ອນໄຂຕົວຈິງໃນແຕ່ລະທ້ອງຖິ່ນ ໂດຍສະເພາະການສ້າງຕາແສງເປັນການປົກຄອງຂັ້ນລຸ່ມສຸດ ເພື່ອເອື້ອອຳນວຍໃຫ້ບ້ານເປັນຫົວໜ່ວຍບໍລິຫານຊຸມຊົນຢ່າງແທ້ຈິງ; ເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ໃນການປັບປຸງກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ໃຫ້ສອດ ຄ່ອງຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ແລະ ເປັນການແບ່ງຄວາມຮັບຜິດຊອບ, ແບ່ງຂັ້ນຄຸ້ມຄອງໃຫ້ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນໃຫ້ແທດເຖິງ ທັງຮັບປະກັນບົດບາດການນຳພາຂອງພັກຢ່າງໜັກແໜ້ນ ເຮັດໃຫ້ການນຳພາຂອງພັກຢັ່ງເລິກເຖິງຫົວໜ່ວຍຮາກຖານຂອງປະເທດ; ສ້າງໃຫ້ເປັນກົງຈັກການປົກຄອງທີ່ຕິດແທດກິ້ງເກືອກລີ ເລືອ, ເປັນທີ່ເພິ່ງຂອງປະຊາຊົນບັນດາເຜົ່າ; ສາມາດນຳເອົາແນວທາງນະໂຍບາຍ, ການບໍລິການຂອງລັດ ຫຍັບເຂົ້າເຖິງປະຊາຊົນໄດ້ຢ່າງທົ່ວເຖິງ; ພ້ອມກັນນັ້ນ, ຍັງເປັນການຍົກລະດັບການປົກຄອງລັດດ້ວຍກົດໝາຍໃຫ້ໜັກແໜ້ນຍິ່ງຂຶ້ນ ຕາມຈຸດພິເສດ ແລະ ເງື່ອນໄຂຂອງ ສປປລາວ ເພື່ອສ້າງເງື່ອນໄຂໃຫ້ທ້ອງຖິ່ນນັບມື້ນັບມີຄວາມເຂັ້ມແຂງ, ມີການພັດທະນາ ເຊິ່ງເປັນປັດໄຈສຳຄັນຕົ້ນຕໍໃຫ້ກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ກໍຄືການສ້າງຄວາມຢູ່ດີກິນດີແຕ່ຮາກຖານຂຶ້ນມາ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.