(ສພຊ) – ວັນທີ 17 ມີນາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດລາວ (ມຊ) ໄດ້ຈັດງານເຜີຍແຜ່ ແລະ ແນະນຳວຽກງານສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (ASEAN Inter-Parliamentary Assembly) ຄັ້ງທີ 10 ໂດຍມີທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານກຳມາທິການການຕ່າງປະເທດ, ທ່ານ ນາງ ຊິຕິ ໂຣໄຊເມຣິຢັນຕີ ດາໂຕະ ຮາຈິ ອັບດຸນ ຣາມັນ ເລຂາທິການໃຫຍ່ໄອປາ, ທ່ານ ປອ. ກໍລະກັນ ພົມມະວົງ ສະມາຊິກລັດຖະສະພາໜຸ່ມຂອງສະພາແຫ່ງຊາດ, ທ່ານ ນາງ ມີນາ ສີວິໄລ ຫົວໜ້າກົມກວດກາ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ພິມມະຈັນ ອານຸສອນ ຕົວແທນຈາກໄອປາຊຸດທີ 4; ເຂົ້າຮ່ວມມີຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດລາວ, ຄູ-ອາຈານ, ນັກສຶກສາຈາກແຕ່ລະຄະນະພາຍໃນ ມຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ.

ງານຄັ້ງນີ້ ຈັດຂຶ້ນເພື່ອເປັນຂໍ້ລິເລີ່ມທີ່ໄດ້ຮັບການຂັບເຄື່ອນໂດຍຊາວໜຸ່ມ ແລະ ມີຈຸດປະສົງເພື່ອສົ່ງເສີມໃຫ້ຊາວໜຸ່ມ ສປປລາວ ມີສ່ວນຮ່ວມເຂົ້າໃນການເຄື່ອນໄຫວຂອງພາກພື້ນຢ່າງຫ້າວຫັນຂຶ້ນຕື່ມ, ເຫັນໄດ້ເຖິງຄຸນຄ່າຂອງການທູດລັດຖະສະພາ ແລະ ຮັບຮູ້ສຽງຂອງຕົນໃນການສ້າງອະນາຄົດທີ່ດີກວ່າ; ເພື່ອສົ່ງເສີມການພົວພັນ ແລະ ຮ່ວມມື ອັນມີຄວາມໝາຍສໍາຄັນກັບບັນດາຜູ້ນໍາໜຸ່ມອາຊຽນທີ່ມີຊີວິດຊີວາ. ເປັນເວທີຂອງຊາວໜຸ່ມໃນການແລກປ່ຽນຄວາມຄິດ, ສະແດງເຈດຈໍານົງ ແລະ ວິໄສທັດສໍາລັບອາຊຽນ.
ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ມີຄຳເຫັນກ່າວເປີດພິທີວ່າ: ງານເຜີຍແຜ່ ແລະ ແນະນຳວຽກງານໄອປາຄັ້ງນີ້ ເປັນໂອກາດອັນດີທີ່ບັນດາຊາວໜຸ່ມລາວ ຈະໄດ້ປຶກສາຫາລືຮ່ວມກັບຜູ້ກຳນົດນະໂຍບາຍ, ສະມາຊິກລັດຖະສະພາ ແລະ ຕົວແທນຂອງຊາວໜຸ່ມໃນພາກພື້ນ; ສະເໜີໃຫ້ພ້ອມກັນຮັບຟັງ, ຕັ້ງຄຳຖາມ ແລະ ແລກປ່ຽນຄຳເຫັນຂອງຕົນ ພ້ອມທັງນໍາໃຊ້ງານຄັ້ງນີ້ ໃຫ້ເກີດຜົນປະໂຫຍດສູງສຸດ, ພ້ອມກັນຮຽນຮູ້ກ່ຽວກັບໄອປາ ແລະ ຕັ້ງໜ້າເຂົ້າຮ່ວມເວທີການສົນທະນາດ້ວຍຄວາມເອົາໃຈໃສ່ ເນື່ອງຈາກວ່າທັດສະນະ ແລະ ຄວາມຄິດຂອງຊາວໜຸ່ມ ມີຄວາມສຳຄັນ ແລະ ຈະເປັນກຳລັງແຮງໃນການສ້າງການປ່ຽນແປງຢ່າງແທ້ຈິງ. ງານຄັ້ງນີ້ ເປັນຈຸດເລີ່ມຕົ້ນໃນການເດີນທາງຂອງພວກເຮົາ ໃນຖານະທີ່ເປັນຜູ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນປະຊາຄົມອາຊຽນ ແນໃສ່ສືບຕໍ່ຈະເລີນເຕີບໂຕໄປຄຽງຄູ່ກັບການເຮັດວຽກຮ່ວມກັນເພື່ອບັນລຸອາຊຽນເອກະພາບ ແລະ ເຂັ້ມແຂງ; ພວກເຮົາເຫັນໄດ້ ຄວາມສຳຄັນໃນການຢ້ຳຄືນຄວາມໝາຍໝັ້ນຂອງຕົນ ໃນການຮ່ວມມືກັນ, ຄວາມກວມລວມ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ໄປຄຽງຄູ່ກັບຄວາມກ້າວໜ້າຂອງພວກເຮົາ ເພື່ອຮັບປະກັນວ່າສຽງຂອງຊາວໜຸ່ມ ຕ້ອງສາມາດເຂົ້າເຖິງໄດ້ ນອກຈາກບັນດາເວທີທີ່ກ່າວມານັ້ນ ລວມທັງກົດໝາຍ ແລະ ນະໂຍບາຍໃນທຸກຂົງເຂດ.
ທ່ານ ນາງ ຊິຕິ ໂຣໄຊເມຣິຢັນຕີ ມີຄຳເຫັນວ່າ: ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ເປັນອົງການລັດຖະສະພາໜຶ່ງດຽວຂອງອາຊຽນ; ເປັນບ່ອນເຕົ້າໂຮມສະມາຊິກລັດຖະສະພາໃນທົ່ວພາກພື້ນ ເພື່ອສົ່ງເສີມການຮ່ວມມື, ແກ້ໄຂບັນດາສິ່ງທ້າທາຍຮ່ວມກັນ ແລະ ເສີມຂະຫຍາຍຂໍ້ລິເລີ່ມດ້ານນິຕິບັນຍັດ ເພື່ອກ້າວໄປສູ່ບັນດາກາລະໂອກາດໃນພາກພື້ນ. ໄລຍະຜ່ານມາ, ໄອປາ ໄດ້ດໍາເນີນບາດກ້າວອັນສໍາຄັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ການມີສ່ວນຮ່ວມຂອງຊາວໜຸ່ມ; ໃນປີ 2020 ໄດ້ສ້າງຕັ້ງກອງປະຊຸມຄະນະສະມາຊິກລັດຖະສະພາໜຸ່ມໄອປາ ເພື່ອຮັບປະກັນວ່າທັດສະນະຂອງຊາວໜຸ່ມ ບໍ່ພຽງແຕ່ຕ້ອງໄດ້ຮັບການຮັບຟັງເທົ່ານັ້ນ, ແຕ່ຍັງຕ້ອງເຊື່ອມສານເຂົ້າໃນຂັ້ນຕອນການຕົກລົງບັນຫາຕ່າງໆທີ່ກໍານົດອະນາຄົດຂອງພາກພື້ນ ດ້ວຍຄວາມເອົາໃຈໃສ່ອີກດ້ວຍ.
ງານເຜີຍແຜ່ ແລະ ແນະນຳວຽກງານໄອປາຄັ້ງນີ້ ເປັນເທື່ອທໍາອິດທີ່ຈັດຂຶ້ນຢູ່ ສປປລາວ ເຊິ່ງໄດ້ຮັບຟັງການສະເໜີກ່ຽວກັບພາລະບົດບາດ, ໜ້າທີ່ ແລະ ກິດຈະກຳຕ່າງໆຂອງໄອປາ ແລະ ກອງເລຂາໄອປາ ໃນນາມເປັນພຽງອົງການດຽວຂອງລັດຖະສະພາທີ່ຮ່ວມມືກັບອາຊຽນ; ພາລະບົດບາດ, ສິດ, ໜ້າທີ່ ແລະ ການມີ ສ່ວນຮ່ວມຂອງສະພາແຫ່ງຊາດລາວ ຕໍ່ພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ໃນນາມເປັນສະມາຊິກໄອປາ. ຫຼັງຈາກນັ້ນ, ກໍເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນແລະກັນ ພ້ອມທັງກິດຈະກຳຖາມ-ຕອບ ເພື່ອທົບທວນຄວາມເຂົ້າໃຈຂອງຊາວໜຸ່ມ.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)