ການປັບປຸງລັດຖະທຳມະນູນປີ 2025

ມ.ຖ. 17, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ມີນານີ້, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຮອງປະທານຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ ໄດ້ລາຍງານການປັບປຸງລັດຖະທໍາມະນູນປີ 2025 ເຊິ່ງທ່ານໃຫ້ຮູ້ວ່າ: ການປັບປຸງລັດຖະທຳມະນູນຄັ້ງນີ້ ເປັນການປັບປຸງຄັ້ງທີ 3 ໂດຍສຸມໃສ່ປະຕິບັດຕາມຈິດໃຈຊີ້ນຳຂອງມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9 ສະໄໝທີ XI (ຄັ້ງວັນທີ 28 ຕຸລາ ຫາ 6 ພະຈິກ 2024) ແນໃສ່: 1) ປັບປຸງລະບົບອຳນາດແຫ່ງລັດ ໃຫ້ມີປະສິດທິພາບສູງ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະ ສາກົນ ແນໃສ່ສ້າງພື້ນຖານທາງດ້ານກົດໝາຍ ກໍຄືນິຕິກຳທີ່ຈະວາງອອກໃນຕໍ່ໜ້າ ໃຫ້ຮັບປະກັນແນວທາງການເມືອງຂອງພັກ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່; 2) ປັບປຸງບາງໝວດ, ບາງມາດຕາ ເພື່ອຮັບປະກັນ ຫຼື ຮອງຮັບແນວທາງການເມືອງຂອງພັກ ແລະ ແນວທາງການຈັດຕັ້ງ, ການຄຸ້ມຄອງ-ບໍລິຫານລັດໃນໄລຍະໃໝ່ ກໍຄືແນວທາງປ່ຽນແປງໃໝ່ໃນຊຸມປີຕໍ່ໜ້າ ໂດຍສະເພາະໃນສະໄໝທີ XII ຂອງພັກ ຫາກບໍ່ແມ່ນປັບປຸງທັງໝົດເນື້ອໃນຂອງລັດຖະທຳມະນູນ; 3) ມີເນື້ອໃນສອດຄ່ອງກັບບັນດາເນື້ອໃນຂອງໂຄງການການເມືອງຂອງພັກ ສະບັບທີ 3, ຮ່າງລາຍງານການເມືອງທີ່ຈະສະເໜີຕໍ່ກອງປະຊຸມໃຫຍ່ ສະໄໝທີ XII ຂອງພັກ, ມະຕິ 05/ຄບສພ, ມະຕິ 04/ກມສພ ແລະ ຄຳສັ່ງ 173/ຄລສພ. ທັງໝົດທີ່ກ່າວມານີ້, ແມ່ນເຫດຜົນ, ຄວາມຈຳເປັນ ແລະ ຈິດໃຈຊີ້ນຳທີ່ສຳຄັນຕໍ່ການປັບປຸງລັດຖະທຳມະນູນຄັ້ງນີ້.
ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ກ່າວວ່າ: ພາຍຫຼັງລັດຖະທຳມະນູນສະບັບປັບປຸງປີ 2025 ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງໃນການເຄື່ອນໄຫວປະຕິບັດສິດ ແລະ ໜ້າທີ່ຂອງລະບົບອຳນາດແຫ່ງລັດ ກໍຄືລະບົບການເມືອງປະຊາທິປະໄຕປະຊາຊົນຂອງປະ ເທດເຮົາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ໂດຍສະເພາະການປັບປຸງຂັ້ນການປົກຄອງທ້ອງຖິ່ນ ໃຫ້ສອດຄ່ອງຕາມມະຕິ 05/ຄບສພ ແລະ ແທດເໝາະກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນໄລຍະໃໝ່; ເປັນພື້ນຖານທີ່ສຳຄັນ ແລະ ຈຳເປັນໃຫ້ແກ່ການສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ໃຫ້ເປັນລະບົບ, ຄົບຊຸດ ແລະ ສອດຄ່ອງກັບໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ແນໃສ່ສ້າງລັດປະຊາທິປະໄຕປະຊາຊົນ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ສູ່ບາດກ້າວໃໝ່; ເປັນບ່ອນອີງທີ່ສຳຄັນໃຫ້ແກ່ການໂຄສະນາເຜີຍແຜ່, ສຶກສາອົບຮົມ ເພື່ອສ້າງສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ໃນທົ່ວສັງຄົມ ໃຫ້ສູງຂຶ້ນ; ຮັບປະກັນການເສີມຂະຫຍາຍ ແລະ ປະຕິບັດສິດເປັນເຈົ້າປະເທດຊາດ, ສິດ ແລະ ປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ທັງເປັນການຍົກສູງຖານະບົດບາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເວທີສາກົນ ແລະ ພາກພື້ນ.