(ສພຊ) – ຕອນເຊົ້າວັນທີ 12 ມີນານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມການປະເມີນຜົນໄດ້ຮັບການຈັດຕັ້ງປະຕິບັດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ໃນວຽກງານການຄົ້ນຄວ້າ ແລະ ການປັບປຸງນິຕິກຳ ພາຍໃຕ້ການສະໜັບສະໜູນຂອງມູນນິທິເອເຊຍ (The Asia Foundation – TAF) ໂດຍການເປັນປະທານຂອງທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຮອງປະທານກຳມາທິການ, ຮອງຫົວໜ້າສະຖາບັນ, ຄະນະກົມ, ຄະນະພະແນກ ແລະ ພະນັກງານທີ່ກ່ຽວຂອງພາຍໃນ ສພຊ ພ້ອມດ້ວຍຕາງໜ້າມູນນິທິອາເຊຍ ປະຈຳ ສປປລາວ; ຈຸດປະສົງແມ່ນເພື່ອປະເມີນຄືນປະສິດທິພາບ ແລະ ປະສິດທິຜົນຂອງການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບການສະໜັບສະໜູນພາຍໃຕ້ທຶນດັ່ງກ່າວໃນຕະຫຼອດໄລຍະ 3 ປີຜ່ານມາ ເພື່ອຈະນຳເອົາຜົນຂອງການປະເມີນ ເປັນຂໍ້ມູນອ້າງອີງໃນການພັດທະນາໂຄງການໃນອະນາຄົດ ພ້ອມທັງເຫັນໄດ້ເຖິງຜົນສຳເລັດ ແລະ ຂໍ້ຄົງຄ້າງທີ່ຕ້ອງໄດ້ຮັບການປັບປຸງ.

ທ່ານ ປອ. ອາຄົມ ປຣະເສີດ ໄດ້ກ່າວເປີດກອງປະຊຸມວ່າ: ຕະຫຼອດໄລຍະຂອງໂຄງການ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາຂີດຄວາມສາມາດ ແລະ ຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດ (ສສຊ), ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ), ພະນັກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ (ສພຂ) ໂດຍຕິດກັບການປະຕິບັດພາລະບົດບາດຂອງ ສສຊ ແລະ ສສຂ ລວມເຖິງວຽກງານຄົ້ນຄວ້ານິຕິກໍາ, ການພັດທະນາດ້ານເສດຖະກິດ-ການເງິນ ເຊິ່ງກວມເອົາວຽກງານການຕິດຕາມກວດກາ ແລະ ການຮັບຮອງນິຕິກໍາ ເຊິ່ງສະແດງອອກໃນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆເຊັ່ນ: ການຈັດກອງປະຊຸມເຝິກອົບຮົມ, ສໍາມະນາ, ກອງປະຊຸມທົບທວນບັນດາຮ່າງກົດໝາຍ, ການສະໜັບສະໜູນການສຶກສາຄົ້ນຄວ້າ, ການສ້າງປຶ້ມຄູ່ມື, ການລົງພົບປະປະຊາຊົນ, ການສະໜັບສະໜູນຜູ້ແທນຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ໄປທັດສະນະຢູ່ຕ່າງປະເທດ ແລະ ການສະໜອງຂໍ້ມູນໂດຍຊ່ຽວຊານ ເພື່ອເປັນບ່ອນອີງໃນການພິຈາລະນາບັນຫາ ແລະ ນິຕິກໍາຕ່າງໆ.
ກອງປະຊຸມໄດ້ຮັບຟັງການສັງລວມໂຄງການໂດຍຫຍໍ້ ແລະ ການຈັດຕັ້ງປະຕິບັດກິດຈະກຳທີ່ຜ່ານມາ; ປະຫວັດ ແລະ ຄວາມສຳຄັນຂອງການປະເມີນ, ກິດຈະກຳ, ແນະນຳວິທີຖາມຕອບ. ຜູ້ເຂົ້າຮ່ວມກໍໄດ້ສະໜອງຂໍ້ມູນຕໍ່ແບບສອບຖາມ, ການປະກອບຄໍາເຫັນ ແລະ ຖອດຖອນບົດຮຽນກ່ຽວກັບຜົນການຈັດຕັ້ງປະຕິບັດໂຄງການໃນ ໄລຍະຜ່ານມາ ພ້ອມທັງສົນທະນາແລກປ່ຽນ ເພື່ອຮັບປະກັນປະສິດທິພາບ, ປະສິດທິຜົນ ແລະເພື່ອເປັນຂໍ້ມູນພັດທະນາໂຄງການໃນອະນາຄົດ ເວົ້າລວມ, ເວົ້າສະເພາະແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ ສພຊ ແລະ ສພຂ ໃນວຽກງານການຄົ້ນຄວ້າ, ການປັບປຸງນິຕິກໍາ ແລະ ການພັດທະນາເສດຖະກິດ-ການເງິນ.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)