(ສພຊ) – ວັນພຸດທີ 5 ມີນາຜ່ານມາ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ນໍາໂດຍທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກນະຄອນຫຼວງວຽງຈັນ, ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ພ້ອມດ້ວຍຄະນະຕິດຕາມ ໄດ້ເຄື່ອນໄຫວພົບປະ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມ ແລະ ຕ້ອນຮັບຂອງທ່ານ ພົຈວ. ໂສພາວັນ ທໍາມະເທວາ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ; ມີຜູ້ຕາງໜ້າຈາກກອງບັນຊາການ ປກສ ນວ, ສະຫະພັນນັກຮົບເກົ່າ ນວ, ຄະນະກໍາມະການ ປກຊ-ປກສ ນວ ພ້ອມດ້ວຍບັນດາຄະນະພັກກອງບັນຊາການ, ຄະນະຫ້ອງ ຕະຫຼອດຮອດນາຍທະຫານທົ່ວອົງການ 5 ຫ້ອງ ແລະ ກົມກອງອ້ອມຂ້າງ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ບັນດາທ່ານ ສສຊ ແລະ ສສນວ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດຂອງສອງກອງປະຊຸມດັ່ງກ່າວ ໂດຍຍົກໃຫ້ເຫັນຫຼາຍບັນຫາສໍາຄັນຂອງວຽກງານດ້ານຕ່າງໆທີ່ພົ້ນເດັ່ນ ແລະ ໄດ້ມີການພິຈາລະນາ, ຮັບຮອງເອົາໃນກອງປະຊຸມດ້ວຍຄວາມເປັນເອກະພາບ ເຊິ່ງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຕ່າງໆຂອງຊາດ ເປັນຕົ້ນວຽກງານລັດຖະບານ ໄດ້ຮັບຮອງເອົາການສະເໜີດັດແກ້ແຜນງົບປະມານແຫ່ງລັດປະຈໍາປີ 2024, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025, ແຜນການລົງທຶນຂອງລັດປະຈໍາປີ 2025, ການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2023, ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຕາມມະຕິກອງປະຊຸມສະພາແຫ່ງຊາດ, ການ ຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ, ການປະເມີນກົດໝາຍຂົງເຂດວັດທະນະທໍາ-ສັງຄົມ ຈໍານວນ 4 ສະບັບ, ວິໄສທັດຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ການພັດທະນາທີ່ດິນກະສິກໍາ ຮອດປີ 2030; ຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງອົງການກວດກາແຫ່ງລັດ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025, ບົດລາຍງານຜົນການກວດກາຕາມຜົນການກວດສອບປີ 2022, ການຈັດ ຕັ້ງປະຕິບັດການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2023 ຂອງອົງການກວດສອບແຫ່ງລັດ; ຮັບຮອງເອົາການຈັດຕັ້ງປະຕິບັດວຽກງານປະຈໍາປີ 2024 ແລະ ແຜນການປີ 2025 ຂອງສານປະຊາຊົນສູງສຸດ, ການຈັດຕັ້ງປະຕິບັດວຽກງານຂອງໄອຍະການປະຊາຊົນສູງສຸດ ປະຈໍາປີ 2024 ແລະ ແຜນການປີ 2025; ຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ແຜນການປີ 2025 ຂອງສະພາແຫ່ງຊາດ; ຮັບຮອງເອົາກົດໝາຍ ຈໍານວນ 9 ສະບັບ ໃນນັ້ນ, ສ້າງໃໝ່ 2 ສະບັບ ແລະ ປັບປຸງ 7 ສະບັບ; ວຽກງານການປັບປຸງບຸກຄະລາກອນ ໄດ້ຍົກຍ້າຍ, ແຕ່ງຕັ້ງສະມາຊິກລັດຖະບານ ຈໍານວນ 4 ທ່ານ ເຊິ່ງໃນນັ້ນ ໄດ້ຍົກຍ້າຍທ່ານ ພົອ. ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄປປະຈໍາຢູ່ສໍານັກງານນາຍົກລັດຖະມົນຕີ ໃນຖານະເປັນຮອງນາຍົກລັດຖະມົນຕີ ເພື່ອຮັບຜິດຊອບວຽກງານຂອງລັດຖະບານ, ແຕ່ງຕັ້ງທ່ານ ພົທ. ຄໍາລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ຍົກຍ້າຍທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄປປະຈໍາຢູ່ສໍານັກງານນາຍົກລັດຖະມົນຕີ ໃນຖານະເປັນຮອງນາຍົກລັດຖະມົນຕີ ເພື່ອຮັບຜິດຊອບວຽກງານຂອງລັດຖະບານ ແລະ ແຕ່ງຕັ້ງທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເປັນລັດຖະມົນຕີກະຊວງການຕ່າງປະເທດ.
ສຳລັບກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສປນວ ໄດ້ຮັບຮອງເອົາບົດລາຍງານຂອງອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2024 ແລະ ທິດທາງແຜນການປີ 2025, ແຜນ ການລົງທຶນຂອງລັດປະຈໍາປີ 2025, ແຜນການຄາດຄະເນການນໍາໃຊ້ເງິນເກີນແຜນງົບປະມານປະຈໍາປີ 2024 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຢູ່ນະຄອນຫຼວງ; ຮັບຮອງເອົາການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນນະຄອນຫຼວງ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025; ຮັບຮອງເອົາວຽກງານອົງການກວດສອບປະຈໍາພາກກາງ 1 ແລະ ວຽກງານອົງການກວດກາລັດ ນວ; ຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງອົງການໄອຍະການປະຊາຊົນພາກກາງ, ອົງການໄອຍະການປະຊາຊົນ ນວ, ສານປະຊາຊົນພາກກາງ, ສານປະຊາຊົນ ນວ ແລະ ກອງປະຕິບັດຄໍາຕັດສິນຂອງສານ ນວ; ຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II; ຮັບຮອງເອົານິຕິກໍາສ້າງໃໝ່ ຈໍານວນ 2 ສະບັບ. ກອງປະຊຸມຍັງໄດ້ຮັບຟັງບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດບັນດານິຕິກໍາໃຕ້ກົດໝາຍທີ່ສະພາປະຊາຊົນໄດ້ຮັບຮອງເອົາໃນໄລຍະຜ່ານມາ ຈໍານວນ 2 ສະບັບ; ການລາຍງານ, ຊີ້ແຈງບັນຫາສໍາຄັນຕ່າງໆຂອງ ນວ ຈໍານວນ 14 ເນື້ອໃນ.
ທັງນີ້, ກໍເພື່ອເຮັດໃຫ້ນາຍທະຫານຢູ່ກອງບັນຊາການທະຫານ ນວ ໄດ້ຮັບຮູ້, ກຳແໜ້ນຢ່າງເລິກເຊິ່ງ ເນື້ອໃນເອກະສານກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX ແລະ ສປນວ ຊຸດທີ II ເພື່ອພ້ອມກັນນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ມີຜົນສຳເລັດຢ່າງຈົບງາມ.
(ແສງດາລາ ໄຊຍະລາດ)