(ສພຂ) – ວັນຈັນທີ 3 ມີນາຜ່ານມາ, ທ່ານ ນາງ ທັດສະດາພອນ ຈັນທະມາດ ຮອງປະທານກຳມາທິການບັນດາເຜົ່າ (ກບຜ) ພ້ອມດ້ວຍຄະນະ ສົມທົບກັບສະພາປະຊາຊົນແຂວງບໍ່ແກ້ວ ໄດ້ເຄື່ອນໄຫວຊຸກຍູ້, ຕິດຕາມກວດກາວຽກງານສາສະໜາ ທີ່ຕິດພັນວຽກງານພັດທະນາຊົນນະບົດ ຢູ່ກຸ່ມບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ໂດຍການຕ້ອນຮັບຈາກບັນດາຄະນະພັກຜູ້ຊີ້ນຳກຸ່ມບ້ານ, ເລຂາຄະນະພັກຮາກຖານ, ທີມງານກໍ່ສ້າງຮາກຖານການເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນພາຍໃນກຸ່ມບ້ານຫ້ວຍຊາຍນ້ອຍ.
ຕາງໜ້າຄະນະພັກ ແລະ ອົງການປົກຄອງບ້ານ ໄດ້ລາຍງານໂດຍຫຍໍ້ໃຫ້ຮູ້ວ່າ: ບ້ານຫ້ວຍຊາຍນ້ອຍ ຂຶ້ນກັບກຸ່ມບ້ານຫ້ວຍຊາຍນ້ອຍ ມີ 450 ຄົວເຮືອນ 629 ຄອບຄົວ, ມີພົນລະເມືອງທັງໝົດ 1,083 ຄົນ ຍິງ 687 ຄົນ; ປະກອບມີເຜົ່າກຶມມຸ, ເຜົ່າມົ້ງ ແລະ ເຜົ່າອິວມ້ຽນ; ປະຊາຊົນສ່ວນໃຫຍ່ແມ່ນຖືອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ, ຄ້າຂາຍ ແລະ ເຮັດການບໍລິການເປັນສຳຮອງ. ໄລຍະຜ່ານມາ, ຄະນະພັກ ແລະ ອົງການປົກຄອງບ້ານ ໄດ້ສົມທົບກັບຄະນະທີມງານກໍ່ສ້າງຮາກຖານການເມືອງ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໂດຍຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ລະບຽບກົດໝາຍຕ່າງໆ ຂອງພັກ-ລັດ ໃຫ້ປະຊາຊົນໄດ້ຮັບຮູ້-ເຊື່ອມຊຶມຢ່າງປົກກະຕິ ຕິດພັນກັບການສ້າງແຜນວຽກປະຈຳເດືອນ, ແຜນການເຄື່ອນໄຫວປະຈຳອາທິດ ຕິດຕາມເກັບຂໍ້ມູນຂອງພົນລະເມືອງ, ຈຳນວນຄົນເຂົ້າ-ອອກບ້ານ ໄປຄຽງຄູ່ການຊີ້ນຳ-ນຳພາ ປກສ-ກອງຫຼອນບ້ານ ຈັດຕັ້ງການປ້ອງກັນເວນຍາມຕາມຂອບເຂດບ້ານຢ່າງຕັ້ງໜ້າ ເຮັດໃຫ້ບ້ານສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ພາຍໃນບ້ານມີຄວາມສະຫງົບ, ພື້ນຖານໂຄງລ່າງ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ. ນອກຈາກນີ້, ຍັງໄດ້ຮັບຟັງການສະເໜີບັນຫາຕ່າງໆຈາກປະຊາ ຊົນ ເປັນຕົ້ນ: ການເຄື່ອນໄຫວດ້ານສາສະໜາຈຳນວນໜຶ່ງ ຍັງບໍ່ທັນສອດຄ່ອງກັບລະບຽບກົດໝາຍ, ປັບປຸງລະບົບນ້ຳລິນຢູ່ບ້ານຫ້ວຍຊາຍນ້ອຍ ແລະ ບ້ານຄົກຫຼວງ, ແກ້ໄຂບັນຫາຂໍ້ຂັດແຍ້ງເຂດແດນລະຫວ່າງບ້ານດ່ານຖິ່ນກັບບ້ານຫ້ວຍຊາຍນ້ອຍ ໃຫ້ມີຄວາມຊັດເຈນ, ການຍົກຍ້າຍຂອງພົນລະເມືອງທີ່ບໍ່ຖືກຕ້ອງ, ຫ້ອງຮຽນອະນຸບານບໍ່ພຽງພໍກັບນັກຮຽນ ເຮັດໃຫ້ແອອັດ, ການຊົດເຊີຍຜົນກະທົບຈາກໄພພິບັດ, ແກ້ໄຂບັນຫາຢາເສບຕິດ ແລະ ຂີ້ລັກງັດແງະ.

ຫຼັງຈາກນັ້ນ, ບັນດາຄະນະພັກ ແລະ ຄະນະນຳຂອງເມືອງ ໄດ້ຜັດປ່ຽນກັນຂຶ້ນຊີ້ແຈງອະທິບາຍແນວທາງ, ຂັ້ນຕອນ, ວິທີການແກ້ໄຂບັນຫາຕ່າງໆຢ່າງຖືກຕ້ອງຕາມລະບຽບກົດໝາຍ ເພື່ອເຮັດໃຫ້ປະຊາ ຊົນໄດ້ຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຢ່າງເລິກເຊິ່ງ.
ໂອກາດນີ້, ທ່ານ ນາງ ທັດສະດາພອນ ຈັນທະມາດ ໄດ້ໃຫ້ທິດຊີ້ນຳເນັ້ນໜັກຫຼາຍບັນຫາຄື: ໃຫ້ຄະ ນະນຳຂອງເມືອງ, ຄະນະພັກຮາກຖານ, ອົງການປົກຄອງບ້ານ ແລະ ຄະນະທີມງານກໍ່ສ້າງຮາກຖານການ ເມືອງ ຕ້ອງເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ, ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າເປັນສຳຄັນ ຕິດພັນກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເປັນເຈົ້າການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງ, ຕ້ານການເຄື່ອນໄຫວທາງສາສະໜາທີ່ບໍ່ຖືກຕ້ອງ; ຍົກສູງການຕິດຕາມກວດກາຄຸ້ມຄອງການເຄື່ອນຍ້າຍຂອງພົນລະເມືອງ, ການລັກລອບນຳເຂົ້າສິນຄ້າທີ່ບໍ່ຖືກ ຕ້ອງ; ສົ່ງເສີມການປູກ-ການລ້ຽງສັດແບບເປັນລະບົບຕໍ່ເນື່ອງ; ພ້ອມກັນປົກປັກຮັກສາຮີດຄອງປະເພນີ, ວັດ ທະນະທຳອັນດີງາມຂອງຊາດ ກໍຄືຂອງເຜົ່າ ໄວ້ໃຫ້ຄົງຢູ່ກັບຊາດລາວຕະຫຼອດໄປ.
ดูข้อมูลเชิงลึก
โปรโมทโพสต์
ถูกใจ
แสดงความคิดเห็น
ส่ง
แชร์