ກອງປະຊຸມຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດບົດບັນທຶກຮ່ວມ

ມ.ຖ. 6, 2025 | ເຂດ 3 ຫຼວງນ້ຳ​ທາ

ຕອນບາ່ຍວັນທີ 5 ມີນາ 2025 ນີ້, ຄະນະກໍາມະການຍຸຕິທໍາ ແລະ ປອ້ງກັນຊາດ-ປ້ອງກັນຄວາມສະຫງົບສະພາປະຊາຊົນແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມຖອດຖອນບົດຮຽນກຽ່ວກັບການຈັດຕັ້ງປະຕິບັດບົດບັນທືກຮ່ວມລະຫວ່າງຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ ສະພາປະຊາຊົນແຂວງຫຼວງນໍ້າທາ ກັບອົງການທີ່ກຽ່ວຂ້ອງຂັ້ນແຂວງຂື້ນຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ພາຍໃຕ້ການເປັນປະທານ ຂອງທ່ານ ຈັນທະສຸລີນ ໝັ້ນປະດິດ  ກໍາມະການຄະນະປະຈໍາ ປະທານຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ ສະພາປະຊາຊົນ, ໃຫ້ກຽດເປັນປະທານຮ່ວມຂອງທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນຂວງ, ບັນດາທ່ານ ສສຊ-ສສຂ, ຫົວໜ້າ, ຮອງຫົວໜ້າຈາກ ປກຊ-ປກສແຂວງ, ອົງການໄອຍະການປະຊາຊົນ, ສານປະຊາຊົນ, ພະແນກຍຸຕິທໍາແຂວງ ແລະ ຂະແໜງພາຍໃນ ສະພາປະຊາຊົນເຂົ້າຮ່ວມ 23 ທ່ານ, ຍີງ 3 ທ່ານ,

ໃນວາລະປະຊຸມໄດ້ຜ່ານຮ່າງບົດສະຫຼູບຖອດຖອນບົດຮຽນກຽ່ວກັບການຈັດຕັ້ງປະຕິບັດບົດບັນທືກຮ່ວມໃນໄລຍະຜ່ານມາ( 2022-2025 ) ສາມາດສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍຂອງແຂວງໄດ້ທັງໝົດ 9 ສະບັບ, ສ້າງໃໝ່ 6 ສະບັບ, ປັບປຸງ 3 ສະບັບ, ( ຍັງຄ້າງ 3 ສະບັບ ປັບປຸງ ) ພ້ອມທັງໄດ້ປະກອບຄໍາຄິດຄໍາເຫັນແລກປຽ່ນຖອດຖອນບົດຮຽນເພື່ອຍົກສູງຂອດປະສານງານຮ່ວມໃນຕໍ່ໜ້າໃຫດີຂື້ນກວ່າເກົ່າ, ຮັບປະກັນການຈັດຕັ້ງປະຕິບັດກ່ຽວກັບບົດບັນທືກຮ່ວມໃຫ້ມີປະສິດທິຜົນສູງກວ່າເກົ່າ.

ອາເມີງ ວີແຄລູ