ສສຊ-ສສຂ ພົບປະ​ ປະຊາຊົນຜູ້ມີສິດເລືອກຕັ້ງ​ ຢູ່ບ້ານລະຍາວໃຕ້.​

ມ.ຖ. 5, 2025 | ເຂດ 17 ອັດ​ຕະ​ປື

ໃນວັນທີ 4 ມີນາ 2025. ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື​  ນໍາໂດຍ: ທ່ານ​ ນາງ​ ມີນາພອນ​ ໄຊສົມພູ​ ປະທານຄະນະ​ ສສຊ​ ປະຈໍາເຂດເລືອກຕັ້ງທີ 17​ ປະທານ​ສະພາປະຊາຊົນແຂວງ​ ພ້ອມດ້ວຍ​ຄະນະ​ ສສຊ​ ປະຈໍາເຂດເລືອກຕັ້ງທີ ​17 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ເຂດເລືອກຕັ້ງເມືອງ,​ ໄດ້ເຄື່ອນໄຫວພົບປະ​ ປະຊາຊົນຜູ້ມີສິດເລືອກຕັ້ງຢູ່ບ້ານລະຍາວໃຕ້ ເມືອງສາມັກຄີໄຊ,​ ເຂົ້າຮ່ວມມີອໍານາດການປົກຄອງບ້ານລະຍາວໃຕ້, ບ້ານລະຍາວກາງ, ບ້ານລະຍາວເໜືອ, ບ້ານກະຍື ແລະ ບ້ານກອງຮັງ ຕະຫຼອດປະຊາຊົນຜູ້ມີສິດເລືອກຕັ້ງພາຍໃນ 5 ບ້ານເຂົ້າຮ່ວມ 90 ກວ່າຄົນ.

ນາຍບ້ານລະຍາວໃຕ້ ໄດ້ລາຍງານສະພາບລວມໂດຍຫຍໍ້ຂອງບ້ານໃຫ້ຊາບວ່າ: ບ້ານລະຍາວໃຕ້ມີພົນລະເມືອງທັງໝົດ 1,421 ຄົນ,​ມີ​ 276 ຄອບຄົວ,​ ປະກອບມີ 223 ຫຼັງຄາເຮືອນ,​ ​ ປະຊາຊົນສ່ວນຫຼາຍດໍາລົງຊີວິດແມ່ນເຮັດນາ ເປັນອາຊີບຕົ້ນຕໍ, ການລ່ຽງສັດ ແລະ ຈັກສານ ເປັນອາຊີບສໍາຮອງ ເພື່ອຄວາມມຸ້ງມາດປາດຖະໜາ ແລະ ການພັດທະນາຊີວິດການເປັນຢຸ່ຂອງປະຊາຊົນ ໃນຕໍ່ໜ້າ, ອໍານາດການປົກຄອງພາຍໃນ 5 ບ້ານຍັງໄດ້ສະເໜີຍັງການຈັດຕັ້ງພັກ-ລັດກໍ່ຄືສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໃນຖານະເປັນຕົວແທນແຫ່ງສິດ ແລະ​ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ຊາວແຂວງອັດຕະປື ເປັນຕົ້ນ: ການປັບປຸງເສັ້ນທາງ (ເປັນທາງປູຢາງ), ການກໍ່ສ້າງຂົວ, ຢາກໃຫ້ບໍລິສັດປະກອບສ່ວນພັນທະເຂົ້າບ້ານ, ຕັດຕາຜ້າເສັ້ນທາງ ແລະ ປັບປຸງ, ການສະໜອງໂທລະໂຄ່ງ, ທືນສ້າງຫ້ອງການບ້ານ ແລະ ບັນຫາອື່ນໆ.

ຈາກນັ້ນ,  ສສຊ​ ປະຈໍາເຂດເລືອກຕັ້ງທີ ​17 ແລະ ສສຂ ໄດ້ອະທິບາຍ ແລະ ຊີ້ແຈງບາງຄໍາສະເໜີຂອງອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ບາງບັນຫາກໍ່ຈະນໍາໄປຄົ້ນຄວ້າພິຈະລະນາປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຫາວີທີທາງແກ້ໄຂ.​ ພ້ອມນີ້ໄດ້ຍົກເອົາບາງເນື້ອໃນຂອງຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX​ ແລະ ສະພາປະຊາຊົນແຂວງ​ ຊຸດທີ​ II​ ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມ​ ພ້ອມທັງໄດ້ໂອ້ລົມໃຫ້ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ສືບຕໍ່ຍຶດໝັ້ນຕໍ່ການນຳພາຂອງພັກ-ລັດ, ຮັກສາມູນເຊື້ອທີ່ຍາດມາໄດ້ໃນທ່າມກາງສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃຫ້ສ້າງເງື່ອນໄຂເສດຖະກິດຄອບຄົວ ປູກຝັງ, ລ່ຽງສັດ ກຸ້ມຕົນເອງ ເປັນເຈົ້າຕົນເອງ​ ໃຫ້ມີການຜະລິດທີ່ໝັ້ນຄົງ ໃຫ້ເອົາໃຈໃສ່ສືກສາອົບຮົມການເມືອງແນວຄິດເຕົ້າໂຮມຄວາມສາມັກຄີປ່ອງດອງ​ເປັນປືກແຜ່ນແໜ້ນໜາ,​ ຕ້ານ​ ແລະ​ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆຢ່າງເປັນເຈົ້າການໃຫ້ມີຄວາມສະເຫງົບປອດໄພ.

(ວິນັດ ສີສຸລາດ)