ຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ສູນບໍລິການເຕັກນິກກະສີກໍາ

ມ.ຖ. 5, 2025 | ເຂດ 17 ອັດ​ຕະ​ປື

ໃນວັນທີ 4 ມີນາ 2025, ສະມາຊິກສະພາແຫງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປື ນໍາໂດຍ: ທ່ານ​ ນາງ​ ມີນາພອນ​ ໄຊສົມພູ​ ປະທານຄະນະ​ ສສຊ​ ປະຈໍາເຂດເລືອກຕັ້ງທີ 17​ ປະທານ​ສະພາປະຊາຊົນແຂວງ​ ພ້ອມດ້ວຍ​ຄະນະ​ ສສຊ​ ປະຈໍາເຂດເລືອກຕັ້ງທີ ​17 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ເຂດເລືອກຕັ້ງເມືອງ,​ ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ ຢູ່ສູນບໍລິການເຕັກນິກກະສີກໍາ ຕັ້ງຢູ່ບ້ານຮົມ ເມືອງສາມັກຄີໄຊ ມີບັດາທ່ານຕາງໜ້າຈາກພະແນກກະສີກໍາ ແລະ ປ່າໄມ້ແຂວງ ເຂົ້າຮ່ວມ.

ທ່ານ ພູທອນ ປະທຸມມະແສງ  ຫົວໜ້າສູນເຕັກນິກກະສີກໍາ ລາຍງານການຈັດຕັ້ງປະຕິບັດໂດຍຫຍໍ້ໃຫ້ຊາບວ່າ: ສູນບໍລິການເຕັກນິກກະສີກໍາ ແມ່ນອົງການຈັດຕັ້ງໜຶ່ງທີ່ສັງກັດໃນກົງຈັກຂອງພະແນກກະສີກໍາ ແລະ ປ່າໄມ້ ເຮັດບົດບາດກ່ຽວກັບວຽກງານຄຸ້ມຄອງ ແລະ ຊຸກຍູ້ການສົ່ງເສີມເຕັກນິກການຜະລິດ, ເຜີຍແຜ່ຂໍ້ມູນຂ່າວສານດ້ານກະສີກໍາເຂົ້າໃນວຽກງານສາທິດ, ດ້ານແນວພັນພືດ, ພັນເຂົ້າ, ພັນສັດທີ່ໃຫ້ຜົນຜະລິດສູງ ແລະ ມີປະສິດທິພາບທາງດ້ານເສດຖະກິດ, ຝືກອົບຮົມຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ຊາວກະສິກອນ ຜູ້ປະກອບການ ທົ່ວສັງຄົມ ໃນການນໍາໃຊ້ເຕັກນິກກະເສດສຸມທີ່ທັນສະໄໝດ້ວຍເຄື່ອງມືກົນຈັກກະສີກໍາ ເອື້ອອໍານວຍໃຫ້ເຂົ້າເຖິງແນວພັນທີ່ດີ, ປັດໃຈການຜະລິດ ແລະ ຂໍ້ມູນຂ່າວສານດ້ານການຕະຫຼາດ.

ໂອກາດນີ້, ສສຊ​ ປະຈໍາເຂດເລືອກຕັ້ງທີ ​17 ໄດ້ມີຄໍາເຫັນໃຫ້ເອົາໃຈໃສ່ໃນການໂຄສະນາດ້ານຂໍ້ມູນຂ່າວສານກ່ຽວກັບການນໍາໃຊ້ແນວພັນ, ການຄົ້ນຄວ້າດ້ານເຕັກນິກ, ຊຸກຍູ້ດ້ານວີຊາການ, ປັບປຸງໂຄງລ່າງທີ່ຈໍາເປັນໃນການຜະລິດ ຊຸກຍູ້ສົ່ງເສີມການເອື້ອອໍານວຍ ແລະ ການປູກຝັງ ລ່ຽງສັດໃຫ້ຊາວກະສີກອນ ມີປະສິດທິພາບ ແລະປະສິດທິຜົນສູງ.

ໃນວັນດ່ຽວກັນ, ຄະນະຍັງໄດ້ລົງຕິດຕາມກວດກາຕົວຈິງ ສູນຜະລິດແນວພັນປາ ເຂດບ້ານຕໍມະຍອດ, ບ້ານຫີນລາດ ເມືອງສະໜາມໄຊ, ໂຄງການຊົນລະປະທານ ເຊປຽນ-ເຊນໍ້ານ້ອຍ ບ້ານລະຍາວໃຕ້ ເມືອງສາມັກຄີໄຊ.

(ວິນັດ ສີສຸລາດ)