ມອບເຄື່ອງຊ່ວຍເຫຼືອໃຫ້ 3 ເມືອງພູດອຍ

ມ.ຖ. 5, 2025 | ເຂດ 14 ສາ​ລະ​ວັນ

ໃນທ້າຍເດືອນກຸມພາ ທີ່ຜ່ານມາ ທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວເຮັດວຽກ ແລະ ມອບເຄື່ອງຊ່ວຍເຫຼືອ ໃຫ້ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງສະໝ້ວຍ, ເມືອງຕະໂອ້ຍ ແລະ ເມືອງຕຸ້ມລານ; ເຄື່ອງທີ່ມອບໃນຄັ້ງນີ້ມີ ເຄື່ອງອຸປະໂພກ, ບໍລິໂພກ, ອຸປະກອນກິລາ, ອຸປະກອນການຮຽນ ແລະ ລົດຖີບ ຈໍານວນ 15 ຄັນ ລວມມູນຄ່າທັງໝົດ 89,500,000 ກີບ; ຕາງໜ້າຮັບໂດຍ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ 3 ເມືອງ, ຄູອາຈານ ແລະ ນ້ອງນັກຮຽນ, ເຂົ້າຮ່ວມພິທີມອບມີຄະນະນໍາຂັ້ນເມືອງ, ຄະນະເລຂາທິການ ແລະ ພະນັກງານ ສະພາປະຊາຊົນແຂວງ; ເຄື່ອງຈໍານວນດັ່ງກ່າວ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ 3 ເມືອງ ຈະນໍາໄປມອບຕໍ່ໃຫ້ປະຊາຊົນຜູ້ທີ່ທຸກຍາກຂາດເຂີນ, ນ້ອງນັກຮຽນດີເດັ່ນຂາດເຂີນດ້ອຍໂອກາດ ແລະ ໂຮງຮຽນແຫ່ງຕ່າງໆຢູ່ເຂດຫ້າງໄກສອກຫຼີ້ກ;

ພາບ-ຂ່າວ: ດີລໍາພົນ ພົມມະຈັນ