(ສພຊ) – ຕອນເຊົ້າວັນທີ 26 ກຸມພານີ້, ກົມສື່ມວນຊົນ ຮ່ວມກັບຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ ໄດ້ຕ້ອນຮັບ ແລະ ນຳພາກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ (ປກສ) ແລະ 3 ອົງການຈັດຕັ້ງມະຫາຊົນ ຈຳນວນທັງໝົດ 30 ສະຫາຍ ເຊິ່ງນຳໂດຍສະຫາຍ ພົຈວ. ໜູໃບ ອິນທິສານ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ; ການມາຢ້ຽມຊົມຄັ້ງນີ້ ເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດ-ຂອງພັກ ປະຈຳປີ 2025 ເຊິ່ງໄດ້ຮັບຟັງການບັນລະຍາຍໂດຍຫຍໍ້ເຫດການຕ່າງໆໃນປະຫວັດສາດ, ຢ້ຽມຊົມການວາງສະແດງຮູບພາບ ແລະ ວັດຖຸພັນຕ່າງໆ, ຊົມຮູບເງົາປະຫວັດຄວາມເປັນມາຂອງສະພາປະຊາຊົນສູງສຸດ ຊຸດທີ I ເຖິງສະພາແຫ່ງຊາດຊຸດປັດຈຸບັນ (ຊຸດທີ IX) ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ເຂົ້າໃຈກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການນິຕິບັນຍັດຫຼາຍຂຶ້ນ.

ໂອກາດດັ່ງກ່າວ, ສະຫາຍ ພົຈວ. ໜູໃບ ອິນທິສານ ໄດ້ສະແດງຄວາມຮູ້ສຶກຕໍ່ການມາຢ້ຽມຊົມຫ້ອງມູນເຊື້ອ ແລະ ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດໃນຄັ້ງນີ້ວ່າ: ຕາງໜ້າໃຫ້ຄະນະພັກ-ຄະນະນຳກະຊວງ ປກສ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ໄດ້ມີໂອກາດມາຢ້ຽມຊົມຫ້ອງມູມເຊື້ອສະພາແຫ່ງຊາດ, ຜ່ານການຢ້ຽມຊົມ ແລະ ຮັບຟັງການບັນລະຍາຍມູນເຊື້ອ ກໍຍິ່ງເຮັດໃຫ້ມີຄວາມປິຕິຊົມຊື່ນພາກພູມໃຈຕໍ່ກັບຜົນງານຕ່າງໆໃນການເຄື່ອນໄຫວໃນໄລຍະຜ່ານມາຈົນເຖິງປັດຈຸບັນຂອງອະດີດການນຳ; ສະນັ້ນ, ພວກຂ້າພະເຈົ້າ ຈະຂໍຈົດຈຳເອົາຄຸນງາມຄວາມດີ ແລະ ມູນເຊື້ອອັນດີງາມດັ່ງກ່າວຂອງບັນດາອະດີດທ່ານຜູ້ນຳນີ້ ມາເປັນແບບຢ່າງໃນການດຳລົງຊີວິດເພື່ອເຝິກຝົນຫຼໍ່ຫຼອມຕົນເອງ, ປະຕິບັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍ ໃຫ້ມີປະສິດທິພາບສູງ.
(ອານຸສອນ ພູມມີທອນ)