(ສພຊ) – ກອງປະຊຸມສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ດໍາເນີນແຕ່ວັນທີ 24-25 ກຸມພາ 2025 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ.
ໃນໂອກາດກ່າວເປີດກອງປະຊຸມ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນເນັ້ນໜັກວ່າ: ການທີ່ສູນກາງພັກ ໄດ້ນໍາເອົາບັນຫາສໍາຄັນມາຄົ້ນຄວ້າ, ອະພິປາຍ, ປຶກສາຫາລື ແລະ ຕົກລົງໃນກອງປະຊຸມສະໄໝວິສາມັນຄັ້ງນີ້ ແມ່ນຄວາມຈໍາເປັນເພື່ອຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ກ່ຽວກັບການສືບຕໍ່ບູລະນະລັດປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ ເຊິ່ງເປັນການຈັດຕັ້ງປະຕິບັດໂດຍກົງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກເຮົາ ກໍຄືບັນດາມະຕິຂອງສູນກາງພັກໃນໄລຍະຜ່ານມາ ໃຫ້ເຂົ້າສູ່ລວງເລິກ ແລະ ໃຫ້ເປັນຮູບປະທໍາຕົວຈິງ, ກະກຽມເງື່ອນໄຂພື້ນຖານ ແລະ ຄວາມພ້ອມດ້ານຕ່າງໆ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026; ປຶກສາຫາລື, ຕົກລົງ ແລະ ຮັບຮອງເອົາທິດທາງ, ບັນຫາໃຫຍ່ໆຈໍານວນໜຶ່ງ ເພື່ອຮອງຮັບການຈັດຕັ້ງປະຕິບັດຢ່າງເປັນເອກະພາບກັນ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ; ປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອໃຫ້ສອດຄ່ອງຕາມຫຼັກວິທະຍາສາດ ທັງເປັນການສືບຕໍ່ບູລະນະແນວທາງປ່ຽນແປງໃໝ່ ເຂົ້າສູ່ລວງເລິກ, ໃຫ້ມີຄວາມສອດຄ່ອງກັບສະພາບຈຸດພິເສດ ແລະ ລັກສະນະຂອງການປະຕິວັດຂອງພັກເຮົາໃນເງື່ອນໄຂໃໝ່.
ກອງປະຊຸມສະໄໝວິສາມັນຄັ້ງນີ້ ມີຄວາມໝາຍສໍາຄັນ ແລະ ມີລັກສະນະ “ພິເສດ”; ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຮັບຟັງລາຍງານ, ປຶກສາຫາລື, ຕີລາຄາ ແລະ ມີທິດຊີ້ນໍາຕໍ່ແຕ່ລະບັນຫາທີ່ຍົກຂຶ້ນຢ່າງເລິກເຊິ່ງ, ພາວະວິໄສ, ກົງໄປກົງມາ. ກອງປະຊຸມມີຄວາມເປັນເອກະພາບໃນລະດັບສູງ ຕົກລົງຮັບຮອງເອົາບັນຫາສໍາຄັນທີ່ເປັນແນວທາງການຈັດຕັ້ງຂອງພັກ ດັ່ງນີ້:
1. ເຫັນດີຮັບຮອງດ້ານຫຼັກການ ກ່ຽວກັບການປັບປຸງລັດຖະທໍາມະນູນ ສະບັບປີ 2015 ແລະ ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ; ມອບໃຫ້ຄະນະຮັບຜິດຊອບການປັບປຸງລັດຖະທໍາມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ, ປັບປຸງ ຕາມທິດຊີ້ນໍາຂອງກອງປະຊຸມ ແລະ ນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມສະໄໝວິສາມັນເທື່ອທີ 2 ທີ່ຈະໄຂຂຶ້ນໃນກາງເດືອນມີນາທີ່ຈະມາເຖິງນີ້.
2. ຮັບຮອງເອົາທິດທາງ, ນະໂຍບາຍ ໃນການສ້າງຕັ້ງອົງການປົກຄອງທ້ອງຖິ່ນຂັ້ນຕາແສງ ເປັນອົງການປົກຄອງຂັ້ນຕໍ່າສຸດ; ມອບໃຫ້ລັດຖະບານ, ອົງການກ່ຽວຂ້ອງຂອງລັດ, ຄະນະພັກ, ອົງການປົກຄອງທ້ອງຖິ່ນ ປະສານສົມທົບກັນ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ, ສ້າງເງື່ອນໄຂເອື້ອອໍານວຍ, ການເສີມຂະຫຍາຍທ່າແຮງ ແລະ ຄວາມສາມາດບົ່ມຊ້ອນ ເຮັດໃຫ້ທ້ອງຖິ່ນ-ຮາກຖານ ໄດ້ຮັບການພັດທະນາ, ຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ.
3. ເຫັນດີປັບປຸງກົງຈັກການຈັດຕັ້ງຂອງບາງກະຊວງ, ອົງການຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ; ມອບໃຫ້ຄະນະປັບປຸງກົງຈັກການຈັດຕັ້ງ ສົມທົບກັບລັດຖະບານ ເພື່ອກະກຽມນໍາສະເໜີສະພາແຫ່ງຊາດ ພິຈາລະນາຮັບຮອງເອົາ.
4. ກອງປະຊຸມສູນກາງ ໄດ້ໃຫ້ທິດຊີ້ນໍາການສືບຕໍ່ກະກຽມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ດ້ານຂະບວນການ, ເນື້ອໃນ ແລະ ບຸກຄະລາກອນ.
ຜົນສໍາເລັດຂອງກອງປະຊຸມສະໄໝວິສາມັນໃນຄັ້ງນີ້, ສ່ອງແສງຄວາມສາມັກຄີເປັນປຶກແຜ່ນ, ຄວາມເອກະພາບໜັກແໜ້ນພາຍໃນສູນກາງພັກ ໃນການສືບຕໍ່ນໍາພາຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານມີຫຼັກການຂອງພັກເຮົາ ເຂົ້າສູ່ລວງເລິກ ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ເພື່ອກະກຽມກ້າວເຂົ້າສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ດ້ວຍບາດກ້າວອັນໜັກແໜ້ນ.
ກອງປະຊຸມມອບໃຫ້ກົມການເມືອງ, ຄະນະເລຂາທິການສູນກາງພັກ ເປັນໃຈກາງໃນການຊີ້ນໍາ-ນໍາພາ-ບັນຊາວຽກງານຈຸດສຸມຕ່າງໆດັ່ງນີ້:
1. ຍູ້ແຮງຂະບວນການປະຕິບັດມະຕິ XI ຂອງພັກ ໂດຍຖືເອົາການປັບປຸງກົງຈັກການຈັດຕັ້ງ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ ກໍຄືຂະບວນການກະກຽມສະເຫຼີມສະຫຼອງວັນສໍາຄັນປະຫວັດສາດຂອງພັກ-ຂອງຊາດ ໃນປີ 2025 ໂດຍສະເພາະແມ່ນວັນສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປະນາ ສປປລາວ ຄົບຄອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ກາຍເປັນຂະບວນການຕົວຈິງໃນທົ່ວສັງຄົມ.
2. ຍົກສູງຄວາມຮັບຜິດຊອບການເມືອງຂອງຄະນະພັກແຕ່ລະຂັ້ນ, ເອົາໃຈໃສ່ການແກ້ໄຂບັນຫາຢ່າງມີຈຸດສຸມ ແລະ ໃຫ້ເປັນລະບົບກວ່າເກົ່າ ໂດຍມີການກຳນົດຂອບເວລາໃນການຈັດຕັ້ງແກ້ໄຂບັນຫາຕ່າງໆ ໃຫ້ຕົກໄປ, ບໍ່ປະໃຫ້ແກ່ຍາວ, ຕ້ອງເດັດດ່ຽວແກ້ໄຂໃຫ້ທັນການ.
3. ສືບຕໍ່ກະກຽມເນື້ອໃນຕ່າງໆຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເປັນຕົ້ນຮ່າງລາຍງານການເມືອງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X, ໂຄງການການເມືອງຂອງພັກ, ສະຫຼຸບ 40 ປີ ການປະຕິບັດແນວທາງປ່ຽນແປງໃໝ່.
4. ຜັນຂະຫຍາຍໝາກຜົນຂອງການປະຕິບັດແນວທາງການຕ່າງປະເທດຂອງພັກເຮົາ, ການຮ່ວມມືກັບຕ່າງປະເທດ ກໍຄືບັນດາສົນທິສັນຍາ ແລະ ສັນຍາຕ່າງໆ ທີ່ພັກ-ລັດ ໄດ້ເຊັນກັບພັກອ້າຍນ້ອງ, ບັນດາໂຄງການໃຫຍ່ທີ່ສຳຄັນທີ່ໄດ້ຕົກລົງເປັນເອກະພາບກັບປະເທດຕ່າງໆ ແລະ ບັນດາອົງການຈັດຕັ້ງສາກົນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ, ຮີບຮ້ອນແກ້ໄຂຂັ້ນຕອນ, ລະບຽບການ ທີ່ຍັງອັດຕັນການລົງທຶນ, ການຜະລິດ-ທຸລະກິດ ໃຫ້ຄ່ອງຕົວຂຶ້ນ.
5. ກະຊວງ, ອົງການ ແລະ ທ້ອງຖິ່ນ ເປັນເຈົ້າການ ແລະ ເອົາໃຈໃສ່ຊີ້ນໍາຮີບຮ້ອນເຜີຍແຜ່, ເຊື່ອມຊຶມ ໃຫ້ຄະນະພັກ, ສະມາຊິກພັກ-ພະນັກງານ ກໍຄືປະຊາຊົນ ໄດ້ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນນະໂຍບາຍ, ທິດຊີ້ນໍາຂອງສູນກາງພັກ ແລະ ເຂົ້າຮ່ວມການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.
ກອງປະຊຸມຮຽກຮ້ອງໄປຍັງຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງພ້ອມກັນເພີ່ມທະວີສາມັກຄີເປັນຈິດໜຶ່ງໃຈດຽວ, ເສີມຂະຫຍາຍນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ຕັ້ງໜ້າປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືຍູ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ແຂງແຮງ, ຟົດຟື້ນ ແລະ ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.
(ຫ້ອງວ່າການສູນກາງພັກ)