ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໜສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ອັດຕະປື ຊຸດທີ II ໃນວັນທີ 24 ກຸມພາ 2025. ທີ່ຫໍປະຊຸມໃຫຍ່ຂອງແຂວງ, ມີທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ປະທານສະພາປະຊາຊົນແຂວງອັດຕະປື, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17; ເຂົ້າຮ່ວມຮັບຟັງມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ພະແນກການ, ອົງການທຽບເທົ່າພະແນກ, ອາດີດການນໍາພັກລັດຂອງແຂວງ ແລະ ພະນັກງານ-ລັດຖະກອນອ້ອມຂ້າງແຂວງເຂົ້າຮ່ວມ;
ໃນກອງປະຊຸມ ທ່ານ ນາງ ມີນາພອນ ໄຊສົມພູ ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17 ປະທານສະພາປະຊາຊົນແຂວງ, ໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດກອງປະຊຸມຂອງສະພາແຫ່ງຊາດ, ເຊິ່ງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເລີ່ມໄຂຂື້ນແຕ່ວັນທີ 18 ພະຈິກ ຫາ 12 ທັນວາ 2024 ດໍາເນີນເປັນເວລາ 18 ວັນ ໂດຍການເປັນປະທານຂອງທ່ານ ປອ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານຮອງປະທານສະພາແຫ່ງຊາດ, ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກລັດຖະບານ ແລະ ພາກສ່ວນຕ່າງໆເຂົ້າຮ່ວມ ກອງປະຊຸມຂອງສະພາແຫ່ງຊາດໄດ້ພິຈາລະນາບັນຫາສໍາຄັນພື້ນຖານຂອງປະເທດຊາດທັງໝົດ 15 ເນື້ອໃນ ແລະ ຮັບຮອງເປັນມະຕິກອງປະຊຸມສະພາແຫ່ງຊາດ ຈໍານວນ 23 ສະບັບ, ຜົນສໍາເລັດກອງປະຊຸມສະພາແຫ່ງຊາດ ເປັນການການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ, ແຜນພັດທະນາເສດຖະກິດສັງຄົມ ເຂົ້າສູ້ຊີວີດຕົວຈິງ, ໝາກຜົນແຫ່ງສະຕິປັນຍາ, ການຍົກສູງຄວາມຮັບຜິດຊອບການເມືອງຂອງບັນດາສະມາຊິກສະພາແຫ່ງຊາດ, ການນໍາພາຂອງກົມການເມືອງສູນກາງພັກ, ຄວາມເອົາໃຈໃສ່ໃນການຕິດຕາມຊຸກຍູ້ຂອງສະພາແຫ່ງຊາດ ແລະ ການຕັດສີນໃຈສູງຂອງລັດຖະບານ, ອົງການທີ່ກ່ຽວຂ້ອງ ຕໍ່ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງີນ ໃຫ້ຜ່ອນຄາຍລົງເທື່ອລະກ້າວ ແລະ ນໍາເອົາປະເທດຊາດກ້າວຂື້ນຢ່າງໜັກແໜ້ນ, ໄລຍະຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ຮັບຄໍາສະເໜີຂອງປະຊາຊົນ ຜ່ານໂທລະສັບສາຍດ່ວນ ທັງໝົດ 396 ສາຍ, ສັງລວມໄດ້ 376 ເລື່ອງ; ບັນຫາພົ້ນເດັ່ນ ເປັນຕົ້ນລາຄາສິນຄ້າແພງ, ການສ້ອມແປງຖະໜົນຫົນທາງ, ການຊົດເຊີຍຜົນກະທົບ, ການຂຸດຄົ້ນບໍ່ແຮ່, ການປະລະການຮຽນ ແລະ ໂກຕາຄູ, ການບໍລິການສຸຂະພາບ ຢູ່ໂຮງໝໍ, ການຄຸ້ມຄອງຮ້ານບັນເທິງ,ຮ້ານເກມ, ການພັດມະນາສີມືແຮງງານລາວ, ການປະຕິບັດໜ້າທີຂອງພະນັກງານຂົງເຂດຍຸຕິທໍາ ແລະ ການປະຕິບັດນະໂຍບາຍຕ່າງໆ.
ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ຍັງໄດ້ຜັດປ່ຽນກັນເຜີຍແຜ່ມະຕິທີ່ໄດ້ຮັບຮອງໃນກອງປະຊຸມຂອງສະພາແຫ່ງຊາດເປັນຕົ້ນ: ການດັດແກ້ງົບປະມານແຫ່ງລັດປີ 2024; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025; ແຜນການລົງທຶນຂອງລັດປະຈໍາປີ 2025;ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈໍາປີ 2024 ແລະ ແຜນການປະຈໍາປີ 2025; ແຜນຈັດສັນງົບປະມານແຫ່ງລັດ ໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ບັນດາແຂວງ ປະຈໍາປີ 2025; ການຈັດຕັ້ງປະຕິບັດວຽກງານສາມສ້າງ ຕາມມະຕິສະພາແຫ່ງຊາດ ສະບັບເລກທີ 02/ສພຊ, ລົງວັນທີ 28 ມັງກອນ 2016; ການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ, ການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ; ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດວັດທະນະທໍາ-ສັງຄົມ 4 ສະບັບ; ວິໄສທັດຮອດປີ 2040, ແຜນຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ຮອດປີ 2030; ພ້ອມນີ້, ຍັງໄດ້ເຜີຍແຜ່ເນື້ອໃນມະຕິກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງອັດຕະປື ຕື່ມອີກ.
ຕອນທ້າຍປະທານກອງປະຊຸມ ໄດ້ເປີດໂອກາດໃຫ້ຜູ້ທີ່ເຂົ້າຮ່ວມກອງປະຊຸມ ໄດ້ສົນທະນາ, ແລກປ່ຽນຄໍາຄິດຄໍາເຫັນຄິດ ແລະ ສະເໜີກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ ແລະ ສະພາບຄວາມເປັນຈິງ ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນ. ທັງນີ້, ເພື່ອໂຄສະນາເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໜສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ອັດຕະປື ຊຸດທີ II. ໃຫ້ອົງການຈັດຕັ້ງພັກ-ລັດ, ພະນັກງານ-ລັດຖະກອນ, ໄດ້ເຊື່ອມຊືມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກວ້າງຂວາງ ແລະ ສົນທະນາແລກປ່ຽນ ແນ່ໃສ່ຮ່ວມກັນປະຕິບັດແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິກອງປະຊຸມສະພາແຫ່ງຊາດ, ມະຕິກອງປະຊຸມສະພາປະຊາຊົນແຂວງ, ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ມີຜົນສໍາເລັດດີຂຶ້ນເປັນກ້າວໆ; (ວິນັດສີສຸລາດ)