ສະມາຊິກສະພາແຫ່ງຊາດ ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງນານ ແຂວງຫຼວງພະບາງ.

ກ.ພ. 24, 2025 | ເຂດ 6 ຫລວງພະບາງ

ໃນລະຫວ່າງວັນທີ 19-21 ກຸມພາ 2025 ທ່ານ ປອ ກໍລະກັນ ພົມມະວົງກຳມະການປະຈຳ ກຳມາທິການ ວັດທະນະທຳສັງຄົມ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄຫມສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ຢູ່ 5 ຈຸດ, ຂອງເມືອງນານ ລວມມີ: ສຳນັກງານປົກຄອງເມືອງ, ບ້ານທ່າລີ, ບ້ານທົ່ງຈະເລີນ, ບ້ານປາກຄອນ ແລະ ບ້ານ ແກ້ວມະນີ ໃນພິທີໃຫ້ກຽດເຂົ້າຮ່ວມຮັບຟັງມີ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ພະນັກງານລັດຖະກອນ, ມີອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ ຕະຫຼອດພໍ່ແມ່ປະຊາຊົນ ທັງໝົດ  366 ຄົນ, ຍິງ 231 ຄົນ,​ ຈຸດປະສົງ ຂອງການລົງມາເຮັດວຽກໃນຄັ້ງນີ້ ທ່ານໄດ້ນໍາເອົາຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX, ເປັນຕົ້ນ:ແມ່ນການພິຈາລະນາ ແລະ ຮັບຮອງ ບັນຫາສຳຄນຂອງຊາດ ແລະ ວຽກງານອື່ນໆ ທີ່ກອງປະຊຸມໄດ້ຄົ້ນຄ້ວາ ພິຈາລະນາ ແລະ ຮັບຮອງເອົາ ມາເຜີຍແຜ່ໃຫ້ພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວ ບັນດາເຜົ່າໃຫ້ໄດ້ຮັບຮູ້ ເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດເຂົ້າສູ່ວຽກງານຕົວຈິງຢູ່ທ້ອງຖິ່ນຮາກຖານການລົງມາເຮັດວຽກຄັ້ງນີ້ກໍ່ ເພື່ອພົບປະໂອ້ລົມ ແລະ ຮັບຟັງຄໍາຄິດຄໍາເຫັນ, ຄໍາສະເໜີ ຕິດພັນກັບການເກັບກໍາສະພາບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມຢູ່ພາຍໃນເມືອງນານ.

ການລົງແຕ່ລະຈຸດແມ່ນໄດ້ຮັບຟັງສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນບ້ານ ເຊິ່ງແຕ່ລະບ້ານສ່ວນຫຼາຍແມ່ນມີອາຊີບການບໍລິການຄ້າຂາຍ, ປູກຝັງ ແລະ ລ້ຽງສັດເປັນອາຊີບຕົ້ນຕໍ, ຄຽງຄູ່ກັນນັ້ນ ຍັງໄດ້ຮັບຟັງຄໍາຄິດ, ຄໍາສະເໜີຂອງພໍ່ແມ່ປະຊາຊົນ.

ໃນໂອກາດດັ່ງກ່າວ ທ່ານ ປອ ໍລະກັນ ພົມມະວົງ ກຳມະການປະຈຳ ກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ6 ໄດ້ຮຽກຮ້ອງພະນັກງານລັດຖະກອນ ຕະຫຼອດຮອດອໍານາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ເປັນເຈົ້າການໃນການສຶກສາອົບຮົມລູກຫຼານໃຫ້ເປັນພົນລະເມືອງດີ, ເອົາໃຈໃສ່ຜະລິດສິນຄ້າກະສິກໍາທີ່ເປັນທ່າແຮງຂອງບ້ານ ທີ່ເມືອງສົ່ງເສີມ  ແລະ ມີຕະຫຼາດຮອງຮັບ ສ່ວນຄໍາສະເໜີທີ່ປະຊາຊົນສະເໜີນັ້ນແມ່ນຈະໄດ້ສັງລວມ ແລະ ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອລົງກວດກາແລະ ແກ້ໄຂໃຫ້ທັນຕາມສະພາບການ.

ຂ່າວ: ເພັດສະໝອນ ທໍາມຸງຄຸນ

ພາບ: ວຽນ ດວງເງິນ