ສະຫລຸບຕີລາຄາ, ຖອດຖອນບົດຮຽນ ກ່ຽວກັບການດຳເນີກອງປະຊຸມສະໄໝສາມັນເທື່ອທີ8 ຂອງ ສພຂ ຫລວງນ້ຳທາຊຸດທີII

ກ.ພ. 24, 2025 | ເຂດ 3 ຫຼວງນ້ຳ​ທາ

ເພື່ອເຮັດໃຫ້ການກະກຽມ ແລະ ດຳເນີນກອງປະຊຸມສະໄໝສາມັນຂອງສະພາປະຊາຊົນແຂວງ ເທື່ອຕໍ່ໄປໃຫ້ມີຄຸນນະພາບກວ່າເກົ່າ  ໃນຕອນແລງຂອງວັນທີ 21 ກຸມພາ 2025 ສະພາປະຊາຊົນແຂວງຫຼວງນໍ້າທາ(ສພຂ) ໄດ້ໄຂກອງປະຊຸມສະຫລຸບຕີລາຄາ, ຖອດຖອນບົດຮຽນ ກ່ຽວກັບການກະກຽມ ແລະ ດຳເນີກອງປະຊຸມສະໄໝສາມັນເທື່ອທີ8 ຂອງ ສພຂ ຊຸດທີII ຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ນາງ ອຸ່ນຫລ້າ ອ້ຽງລໍລາດ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ໃຫ້ກຽດເປັນປະທານຮ່ວມຂອງທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງໆຫລວງນ້ຳທາ ມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ,(ສສຊ) ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງ,(ສສຂ) ພະແນກການທີ່ກ່ຽວຂ້ອງຂອງແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງພາຍໃນ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງການສະເໜີຮ່າງບົດສະຫລຸບຕີລາຄາຖອດຖອນບົດຮຽນ ກ່ຽວກັບການກະກຽມ ແລະ ດຳເນີກອງປະຊຸມສະໄໝສາມັນເທື່ອທີ8 ຂອງ ສພຂ ຊຸດທີII ຊຶ່ງກອງປະຊຸມໄດ້ປະຕິບັດຕາມກົດໝາຍວ່າດ້ວຍ ການປັບປຸງບາງມາດ ຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບປີ 2020 ມາດຕາ 36 ແລະ ມາດຕາ 59. ຄະນະປະຈໍາ ສພຂ ໄດ້ເອົາໃຈໃສ່ຄົ້ນຄວ້າ, ກະກຽມແຕ່ຫົວທີ, ມີຄວາມເປັນເອກະພາບຮ່ວມກັບ ອົງການປົກຄອງແຂວງ ແລະ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ ໃນການກະກຽມກອງປະຊຸມ, ກອງປະຊຸມໄດ້ດໍາເນີນໄປໃນຮູບແບບປົກກະຕິມີ ພິທີເປີດ-ປິດ, ມີການຄວບຄຸມບັນຊາໂດຍປະທານກອງປະຊຸມ ຊຶ່ງຄະນະປະທານກອງປະຊຸມ ໄດ້ມີການຈັດແບ່ງຄວາມຮັບຜິດຊອບ ແລະ ຜັດປ່ຽນກັນບັນຊາກອງປະຊຸມໃນແຕ່ລະວາລະ ເຮັດໃຫ້ກອງປະຊຸມສາມາດດໍາເນີນໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ, ບັນຍາກາດຟົດຟື້ນ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕ ແລະ ຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ຂອງບັນດາທ່ານ ສພຂ,  ຜູ້ແທນກອງປະຊຸມ ທີ່ສຸມທຸກສະຕິປັນຍາໃນການຄົ້ນຄວ້າ, ປະກອບຄຳເຫັນຕໍ່ບັນດາເນື້ອໃນຕ່າງໆ, ການສະໜອງເອກະສານ, ການລົງຄະແນນສຽງຮັບຮອງເອົາວຽກງານສໍາຄັນຂອງແຂວງ, ວຽກງານຮອບດ້ານອື່ນແມ່ນມີຂໍ້ສະດວກ ແລະ ໄດ້ຮັບຜົນສຳເລັດຈົບງາມ, ຄຽງຄູ່ກັນຍັງຕ້ອງມີບາງບັນຫາທີ່ຕ້ອງໄດ້ເອົາໃຈໃສ່, ປັບປຸງແກ້ໄຂ ເພື່ອເຮັດໃຫ້ການກະກຽມດຳເນີນກອງປະຊຸມ ສພຂ ຄັ້ງຕໍ່ໄປໃຫ້ດີກວ່າເກົ່າ,  ໂອກາດນີ້ ປະທານກອງປະຊຸມໄດ້ເຈາະເຈິ້ມບາງບັນຫາທີ່ພົບເຫັນໃນກອງປະຊຸມ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມດຽວກັນ ຜູ້ແທນກອງປະຊຸມຍັງໄດ້ແລກປ່ຽນປະກອບຄຳຄິດເຫັນ ຕໍ່ກັບການກະກຽມ ແລະ ດຳເນີນ ກອງປະຊຸມຂອງ ສພຂ ຮອບດ້ານ ເພື່ອຊອກຫາວິທີແກ້ໄຂ ເຮັດໃຫ້ກອງປະຊຸມ ສພຂ ທີ່ຈະດຳເນີນຄັ້ງຕໍ່ໄປໃຫ້ມີເນື້ອໃນຮັດກຸມ ແລະ ມີຄຸນນະພາບສົມບຸນຂຶ້ນກວ່າເກົ່າ.

ຕອນທ້າຍ ທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງໆຫລວງນ້ຳທາ ໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ສະພາປະຊາຊົນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ທີ່ໄດ້ເອົາໃຈໃສ່ກະກຽມຮອບດ້ານ ເຫັນວ່າມີຜົນສໍາເລັດຫລາຍສົມຄວນ, ຊົມເຊີຍ ສສຊ, ສສຂ ທີ່ໄດ້ສຸ່ມໃສ່ປະກອບຄຳເຫັນແມ່ນມີຄຸນະພາບຫລາຍ, ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງທຸກພາກສ່ວນໃຫ້ມີຄວາມຮັບຜິດຊອບສູງ, ເພີ່ມຂອດປະສານງານ ໃຫ້ການກະກຽມ ແລະ ດຳເນີນກອງປະຊຸມ ສພຂ ໃຫ້ມີຄຸນນະພາບກວ່າເກົ່າ,.