(ສພຂ) – ຕອນບ່າຍວັນທີ 19 ກຸມພາຜ່ານມາ, ທ່ານ ສົມມາດ ພົລເສນາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ ໂດຍສົມທົບກັບທ່ານ ສົມສີ ມະນີນິນ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ (ສພຂ) ຈໍາປາສັກ ແລະ ພາກສ່ວນທີ່ກ່ຽວຂ້ອງຂອງ ສພຂ ໄດ້ພົບປະກັບທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເຈົ້າແຂວງໆຈໍາປາສັກ. ໂອກາດນີ້, ທ່ານເຈົ້າແຂວງໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຄື່ອນໄຫວອັນມີເນື້ອໃນສໍາຄັນ ພ້ອມທັງລາຍງານສະພາບການລວມໃນການຈັດຕັ້ງປະຕິ ບັດວຽກງານຂອງແຂວງ ເຊິ່ງໃນໄລຍະນີ້ ກໍາລັງເລັ່ງສຸມໃສ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຂັ້ນແຂວງ ເຊິ່ງດໍາເນີນສໍາເລັດແລ້ວ 6 ອົງຄະນະພັກ ແລະ ຈະສືບຕໍ່ໃຫ້ສໍາເລັດຕາມແຜນໃນທ້າຍເດືອນມີນານີ້; ຄຽງຄູ່ກັນນັ້ນ, ຍັງສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາສິ່ງເສບຕິດ, ຍູ້ແຮງການປະຕິບັດມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ມີປະສິດທິຜົນສູງ ແລະ ຍັງສືບຕໍ່ເນັ້ນໜັກວຽກງານກໍ່ສ້າງຮາກຖານການ ເມືອງ, ວຽກງານແກ້ໄຂຄວາມທຸກຍາກ ແລະ ພັດທະນາຊົນນະບົດ ທີ່ເປັນວຽກສໍາຄັນຂອງພັກ ກໍຄືວຽກງານຂອງສະພາປະຊາຊົນແຂວງ ໃນການຮັບຟັງຂໍ້ສະເໜີ ແລະ ຄໍາຄິດເຫັນຂອງປະຊາຊົນ, ວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.

ໂອກາດດຽວກັນ, ທ່ານ ສົມມາດ ພົລເສນາ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ພ້ອມທັງແຈ້ງຈຸດປະສົງຂອງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກໃນຄັ້ງນີ້ ເພື່ອພົບປະຢ້ຽມຢາມຜູ້ມີສິດເລືອກຕັ້ງ ທັງເຜີຍແຜ່ເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX ແລະ ສພຂ ຈໍາປາສັກ ຊຸດທີ II ທີ່ໄດ້ພິຈາ ລະນາຮັບຮອງເອົາຫຼາຍບັນຫາສໍາຄັນທີ່ເປັນພື້ນຖານຂອງຊາດ ແລະ ຂອງທ້ອງຖິ່ນ ໃຫ້ພະນັກງານ-ລັດຖະກອນຂອງບັນດາພະແນກການ-ກົມກອງອ້ອມຂ້າງແຂວງ ໄດ້ຮັບຮູ້, ເຂົ້າໃຈ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ມີຜົນສໍາເລັດ.
ຈາກນັ້ນ, ຄະນະໄດ້ສືບຕໍ່ເຄື່ອນໄຫວພົບປະຢ້ຽມຢາມພະນັກງານ-ລັດຖະກອນຂອງພະແນກສາທາລະນະສຸກແຂວງ ໂດຍການຕ້ອນຮັບຂອງທ່ານ ດຣ. ວຽກສີ ສຸພັກດີ ກໍາມະການພັກແຂວງ, ຫົວໜ້າພະແນກສາທາລະນະສຸກ ພ້ອມດ້ວຍຄະນະ; ພາຍຫຼັງຮັບຟັງການລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງພະແນກສາທາລະນະສຸກ, ຍັງໄດ້ຮັບຟັງຄໍາຄິດເຫັນ ແລະ ຄໍາສະເໜີຂອງພະນັກງານ-ລັດຖະກອນ ໃນຫຼາຍບັນຫາຕໍ່ການພັດທະນາທີ່ມີຜົນກະທົບຕໍ່ການຈັດຕັ້ງປະຕິບັດວຽກງານ.
(ສົມວິຈິດ ໄຊມົນຕີ)