ຮອງປະທານ (ຄສຊຂ 12) ແຂວງຄໍາມ່ວນ ພ້ອມຄະນະສືບຕໍ່, ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານນາທານ ເມືອງເຊບັ້ງໄຟ.

ກ.ພ. 4, 2025 | ເຂດ 12 ຄຳມ່ວນ

  ໃນຕອນເຊົ້າຂອງວັນທີ 4 ກຸມພາ 2025ນີ້, ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈຳພັກແຂວງ ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ (ຄສຊຂ 12) ແລະ ທ່ານ ວິໄລ ພົມມະຈັກ ປະທານກວດກາພັກ-ລັດເມືອງ ທັງເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງເຊບັ້ງໄຟ ແຂວງຄໍາມ່ວນ ໄດ້ສືບຕໍ່ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ທີ່ ບ້ານ ນາທານ ເມືອງເຊບັ້ງໄຟ ແຂວງຄໍາມ່ວນ.
 
  ທ່ານ ນໍແກ້ວ ທິດອຸດອນ ຮອງນາຍບ້ານນາທານ ເມືອງເຊບັ້ງໄຟ ໄດ້ລາຍງານສະພາບຈຸດພິເສດ ແລະ ຜົນງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຜ່ານມາໂດຍສັງເຂບວ່າ: ບ້ານນາທານເມືອງເຊບັ້ງໄຟ, ຫ່າງຈາກສຳນັກງານປົກຄອງເມືອງ 20 ກິໂລແມັດ ແລະ ມີເນື້ອໃນທີ່ທັງໝົດ4733 ເຮັກຕາ, ທີ່ຕັ້ງບ້ານທິດເໝືອຕິດກັບບ້ານເວີນສະນັ່ນ, ທິດໃຕ້ຕິດກັບບ້ານຊຽງໃຄ ເມືອງໄຊບູລີ ແຂວງສະຫວັນນະເຂດ, ທິດຕາເວັນອອກຕິດກັບບ້ານນາຊອຍແລະ ທິດຕາເວັນຕົກຕິດກັບບ້ານທ່າສີດາ; ເຊິ່ງມີຈໍານວນຄອບຄົວທັງໝົດມີ 235 ຄອບຄົວ, ມີ 150 ຫຼັງຄາເຮືອນ, ມີພົນລະເມືອງ 876 ຄົນ, ຍິງ 461ຄົນ, ມີຊົນເຜົ່າຜູ້ໄທ ແລະ ມະກອງ, ປະຊາຊົນສ່ວນໃຫ່ຍຢຶດຖືອາຊີບປູກຟັງ-ລ້ຽງສັດເປັນຕົ້ນຕໍເຊັ່ນ: ປູກເຂົ້າ, ລ້ຽງສັດ, ປູກພືດຜັກ ແລະ ການປູກສວນເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ; ວຽກງານຜ່ານການຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ອຳນາດການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງເຊື່ອໝັ້ນ ຕໍ່ການຊີ້ນຳໆພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຄົາລົບ ແລະ ປະຕິບັດຕາມລະບຽບ ແລະ ກົດໝາຍຕ່າງໆທີ່ຂັ້ນເທິງວາງອອກແຕ່ລະໄລຍະຢ່າງເຂັ້ມງວດ, ປະກອບສ່ວນເຫື່ອແຮງສະຕິປັນຍາເຂົ້າໃນການພັດທະນາບ້ານເມືອງຢ່າງຕັ້ງໜ້າ; ຈາກນັ້ນ, ສະມາຊິກສະພາ ໄດ້ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງ ສພຊ ຊຸດທີ IX ແລະ ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II.
-ພ້ອມນັ້ນ, ໃນຕອນບ່າຍຂອງວັນດຽວກັນ ທ່ານ ນາງ ບັງອອນ ໄຊຍະສິດ ພ້ອມດ້ວຍຄະນະ ຈະໄດ້ເຄື່ອນໄຫວເຮັດວຽກຢູ່ບ້ານເຊນ້ອຍ ເມືອງເຊບັ້ງໄຟ.