(ສພຊ) – ວັນສຸກທີ 14 ກຸມພານີ້ ທີ່ໂຮງແຮງຄຣາວ ພລາຊາ ວຽງຈັນ, ກອງປະຊຸມຄວາມຄືບໜ້າສຳລັັບ “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ໃນການຄົ້ນຄວ້າ ແລະ ປັບປຸງນິຕິກຳ” ໄດ້ຈັດຂຶ້ນເພື່ອທົບທວນຄວາມຄືບໜ້າຂອງໂຄງການໃນໄລຍະ 7 ເດືອນຜ່ານມາ, ແຕ່ເດືອນມິຖຸນາ-ທັນວາ 2024 ແລະ ວາງທິດ ທາງແຜນການໃນປີ 2025.
ຈຸດປະສົງກອງປະຊຸມແມ່ນເພື່ອປະເມີນຜົນການພັດທະນາໂຄງການ, ປຶກສາຫາລືກ່ຽວກັບຜົນໄດ້ຮັບ ແລະ ຂໍຄຳຄິດຄຳເຫັນຈາກຄະນະກໍາມະການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການ ແລະ ວາງແຜນການໃນຕໍ່ໜ້າ; ນອກຈາກນີ້, ຍັງໄດ້ສຸມໃສ່ການປະເມີນປະສິດທິພາບ ແລະ ປະສິດທິຜົນຂອງການຈັດຕັ້ງປະຕິບັດໂຄງການ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍມູນນິທິອາຊີ (TAF) ຮ່ວມກັບຄະນະເລຂາທິການສະພາແຫ່ງຊາດ, ຕາງໜ້າໂດຍກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະ ພາແຫ່ງຊາດ (ICPMS) ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ດາວເພັດ ສີຫາວົງ ຫົວໜ້າກົມການເງິນ, ຮອງຫົວໜ້າ ICPMS ແລະ ທ່ານ ນາງ Khaliungoo Ganbat ຮອງຜູ້ອຳນວຍການຫ້ອງການມູນນິທິອາຊີ ປະຈຳ ສປປລາວ; ເຂົ້າຮ່ວມມີຜູ້ຕາງໜ້າຈາກກຳມາທິການແຜນການ, ການເງິນ ແລະ ການກວດສອບ, ສະຖາບັນຄົ້ນຄວ້ານິຕິກຳ, ກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ພ້ອມດ້ວຍພະ ນັກງານຈາກ ICPMS ແລະ TAF ປະຈຳ ສປປລາວ.